Home ຂ່າວພາຍໃນ ອົງການກາແດງແຫ່ງຊາດລາວ ແລະ ສະພາກາຊາດໄທ ຫາລືວຽກງານມະນຸດສະທຳ

ອົງການກາແດງແຫ່ງຊາດລາວ ແລະ ສະພາກາຊາດໄທ ຫາລືວຽກງານມະນຸດສະທຳ

0

ອົງການກາແດງແຫ່ງຊາດລາວ ແລະ ສະພາກາຊາດໄທ ໄດ້ຈັດກອງປະຊຸມ ຖອດຖອນບົດຮຽນ ແລະ ຕີລາຄາຄືນຜົນການຮ່ວມມືດ້ານວຽກງານມະນຸດສະທຳ ຄັ້ງທີ 3 ໃນລະຫວ່າງວັນທີ 3-4 ພະຈິກ ຜ່ານມາ ທີ່ນະຄອນພະນົມ ປະເທດໄທ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ, ທ່ານ ເຕດ ບຸນນາກ ເລຂາທິການ ສະພາກາຊາດໄທ, ທ່ານ ຊານໄຊ ຄົງທັນ ຮອງເຈົ້າແຂວງນະຄອນພະນົມ, ພ້ອມດ້ວຍຜູ້ແທນເຂົ້າຮ່ວມຈາກອົງການກາແດງແຫ່ງຊາດລາວ, ສະພາກາຊາດໄທ, ອົງການກາແດງແຂວງ ທີ່ມີຊາຍແດນຕິດຈອດກັນຂອງສອງປະເທດ, ມີຜູ້ຕາງໜ້າຈາກຄະນະກຳມະການສາກົນ, ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ, ຜູ້ຕາງໜ້າຈາກກະຊວງການຕ່າງປະເທດ ຂອງທັງສອງຝ່າຍ ເຂົ້າຮ່ວມ.

ກອງປະຊຸມໄດ້ພ້ອມກັນຕີລາຄືນຜົນ ຂອງການຈັດຕັ້ງປະຕິບັດດ້ານໃນການຮ່ວມມືໃນໄລຍະຜ່ານມາ ໂດຍໄດ້ທົບທວນຄືນເນື້ອໃນຂອງບົດບັນທຶກຄວາມເຂົ້າໃຈ ສະບັບປີ 2018-2022 ທີ່ໄດ້ເຮັດໃຫ້ການຮ່ວມມືຂອງສອງຝ່າຍທີ່ມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຍາກສິ່ງທ້າທາຍ, ຂໍ້ສະດວກການຮ່ວມມືມີຄວາມແໜ້ນແຟ້ນ, ວຽກງານມະນຸດສະທຳຂອງສອງປະເທດ ແລະ ມີຜົນດີ, ໃນໄລຍະຜ່ານມາສະພາກາຊາດໄທ ໄດ້ໃຫ້ການສະໜັບສະໜູນອົງການກາແດງແຫ່ງຊາດລາວ ໃນຫລາຍໂຄງການເປັນຕົ້ນ ການຝຶກອົບຮົມບຸກຄະລາກອນ, ການສະໜັບສະໜູນແຫລ່ງທຶນ, ການຕອບໂຕ້ໄພພິບັດ, ການຊ່ວຍເຫລືອບັນເທົາ, ການແພດ ແລະ ສາທາລະນະສຸກ ແລະ ອື່ນໆ ໂດຍສະເພາະໃນປີ 2021 ທີ່ຜ່ານມາໄດ້ໃຫ້ການກໍ່ສ້າງສາງເກັບເຄື່ອງ, ສະຖານທີ່ຈອດລົດບັນທຸກ, ເຮືອກູ້ໄພສຸກເສີນ, ຖົງໃສ່ເລືອດ ໃຫ້ແກ່ອົງການກາແດງແຫ່ງຊາດລາວ, ລວມມູນຄ່າທັງໝົດນັບແຕ່ມີການຮ່ວມມືມາຫລາຍກວ່າ 30 ລ້ານບາດ.

ກອງປະຊຸມ ຍັງໄດ້ປຶກສາຫາລືການຮ່ວມມື ເພື່ອເປັນກອບໃນຮ່າງສັນຍາທີ່ຈະສືບຕໍ່ຮ່ວມມືກັນໃນປີ 2023-2027 ທີ່ຈະຈັດຕັ້ງແຜນປະຕິບັດໃຫ້ປະກົດຜົນເປັນຈິງ ເປັນຕົ້ນ ແມ່ນວຽກງານຕອບໂຕ້ໄພພິບັດ ແລະ ການສົ່ງເສີມສຸຂະພາບ, ວຽກງານບໍລິຈາກເລືອດ, ວຽກງານຊອກຫາແຫລ່ງທຶນ ແລະ ການສື່ສານ, ວຽກງານຊາວໜຸ່ມອາສາສະໝັກກາແດງ ເພື່ອສືບຕໍ່ເພີ່ມທະວີການຮ່ວມມືລະຫວ່າງສອງອົງການກາແດງ ແລະ ແຂວງທີ່ມີຊາຍແດນຕິດຈອດກັນໃນການຊ່ວຍເຊິ່ງ ແລະ ກັນ ໃຫ້ເກີດປະໂຫຍດແກ່ປະຊາຊົນຜູ້ດ້ອຍໂອກາດ ແລະ ປະສົບໄພພິບັດຕ່າງໆ.

ກອງປະຊຸມດັ່ງກ່າວ ແມ່ນໄຂຂື້ນທຸກສອງປີໂດຍປ່ຽນກັນເປັນເຈົ້າພາບ ຊຶ່ງຄັ້ງທີ 1 ຈັດທີ່ ແຂວງໜອງຄາຍ ປະເທດໄທປີ 2016, ຄັ້ງທີ 2 ທີ່ນະຄອນຫລວງວຽງຈັນ ສປປ ລາວ ໃນປີ 2018 ໃນໄລຍະຜ່ານມາແມ່ນອົງການກາແດງລາວ ເປັນເຈົ້າພາບຈັດຂຶ້ນທີ່ນະຄອນຫລວງວຽງຈັນ ແລະ ຄັ້ງນີ້ ແມ່ນກາຊາດໄທເປັນເຈົ້າພາບ ຈັດຂື້ນທີ່ນະຄອນພະນົມ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version