Home ຂ່າວໜ້າໜຶ່ງ ສະຕາບັກຊ໌ ເປີດໃຫ້ບໍລິການສາຂາທຳອິດຢູ່ ສປປ ລາວ

ສະຕາບັກຊ໌ ເປີດໃຫ້ບໍລິການສາຂາທຳອິດຢູ່ ສປປ ລາວ

0

ພິທີເປີດໃຫ້ບໍລິການຢ່າງເປັນທາງການ ຂອງຮ້ານສະຕາບັກຊ໌ ຈັດຂຶ້ນວັນທີ 3 ພະຈິກ 2022 ທີ່ສູນການຄ້າພາກຊັນ ມີທ່ານ Michael Wu ປະທານກຳມະການ ແລະ ກຳມະການຜູ້ຈັດການກຸ່ມບໍລິສັດ Maxim ຮົງກົງ ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ທ່ານ peter Haymond ເອກອັກຄະລັດຖະທູດອາເມຣິກາ ປະຈຳ ສປປ ລາວ ທ່ານນາງ Emmy Kan, ຮອງປະທານອາວຸໂສ ແລະ ປະທານບໍລິຫານ ສະຕາບັກຊ໌ ອາຊີ-ປາຊີຟິກ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ເພື່ອເປັນສ່ວນໜຶ່ງໃນການຂະຫຍາຍຕົວຢ່າງຕໍ່ເນື່ອງຂອງສະຕາບັກຊ໌ ໃນທົ່ວພາກພື້ນອາຊີຕາເວັນອອກສຽງໃຕ້ ສະນັ້ນ ບໍລິສັດ Coffee Concepts ຈຳກັດ ເຊິ່ງເປັນບໍລິສັດໃນເຄືອຂອງບໍລິສັດ Maxim’s Caterers ຈຳກັດ ຈຶ່ງໄດ້ເປີດໃຫ້ບໍລິການຮ້ານສະຕາບັກຊ໌ ເຊິ່ງເປັນສາຂາທຳອິດໃນປະເທດລາວ ເປັນປະເທດທີ 15 ໃນຂົງເຂດອາຊີ-ປາຊີຟິກ ແລະ ເປັນປະເທດທີ 84 ໃນທົ່ວໂລກ ການເຂົ້າມາຕັ້ງສາຂາຢູ່ປະເທດລາວຂອງສະຕາບັກຊ໌ ຖືເປັນການຢືນຢັນຄວາມມຸ່ງໝັ້ນໄລຍະຍາວຂອງສະຕາບັກຊ໌ ໃນການຂະຫຍາຍໂຕຢ່າງຕໍ່ເນື່ອງໃນທົ່ວທະວີບອາຊີ ມີຫຼາຍກວ່າ 12.000 ສາຂາໃນທົ່ວພາກພື້ນ ປັດຈຸບັນ ສະຕາບັກຊ໌ ດຳເນີນກິດຈະການຢູ່ຫຼາຍກວ່າ 10.000 ສາຂາ ແລະ ມີພະນັກງານຫຼາຍກວ່າ 149.000 ຄົນໃນຂົງເຂດອາຊີ ລວມທັງປະເທດຈີນ ແລະ ຍີ່ປຸ່ນ.

ຮ້ານດັ່ງກ່າວ ຕັ້ງຢູ່ສູນການຄ້າພາກຊັນ ນະຄອນຫຼວງວຽງຈັນ ໂດຍໃຫ້ບໍລິການກາເຟ ນໍ້າປັ່ນ ເຂົ້າໜົມ ແລະ ອື່ນໆ ເພື່ອເປັນການສະເຫຼີມສະຫຼອງການມາເຖິງຂອງສະຕາບັກຊ໌ໃນປະເທດລາວ ສຳລັບລູກຄ້າ 300 ທ່ານທໍາອິດທີ່ເຂົ້າມາໃຊ້ບໍລິການ ຈະໄດ້ຮັບຈອກ ແລະ ຕຸກກະຕາໝີບາຣີສຕ້າສຸດພິເສດລ້າໆທັນທີ ເມື່ອຊື້ເຄື່ອງດື່ມຂະໜາດ Grande ຫຼື Venti ຈາກສະຕາບັກຊ໌ ເພື່ອເປັນການສົມມະນາຄຸນໃຫ້ແກ່ລູກຄ້າ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

#vientianeMai

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version