Home Uncategorized ບົດປາ​ໄສຂອງ ສະຫາຍ ຈ່ຽງ ຈ້າຍຕົງ ໃນພິທີໂຮມຊຸມນຸມສະເຫຼີມສະຫຼອງຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XX ຂອງພັກກອມມູນິດຈີນ

ບົດປາ​ໄສຂອງ ສະຫາຍ ຈ່ຽງ ຈ້າຍຕົງ ໃນພິທີໂຮມຊຸມນຸມສະເຫຼີມສະຫຼອງຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XX ຂອງພັກກອມມູນິດຈີນ

0

ສະ​ຫາຍ ຈຽງ ຈ້າຍ​ຕົງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ ແຫ່ງ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ ໄດ້​ປາ​ໄສ​ຕໍ່ພິ​ທີ​ໂຮມ​ຊຸມ​ນຸມ​ສະ​ເຫຼີມ​ສະຫຼອງ​ຜົນ​ສໍ​າເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XX ຂອງພັກກອມມູນິດຈີນ ຈັດ​ຂຶ້ນ​ເມື່ອ​ບໍ່​ດົນ​ມາ​ນີ້​ທີ່​ນະ​ຄອນຫຼວງວຽງ​ຈັນໃຫ້​ຮູ​ວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ເປັນກອງປະຊຸມທີ່ຊູຄັນທຸງເຕົ້າໂຮມພະລັງແຮງ ແລະ ຄວາມສາມັກຄີກັນບຸກບືນສູ້ຊົນ. ກອງປະຊຸມໄດ້ຮັບຮອງເອົາບົດລາຍງານທີ່ສະເໜີໂດຍ ສະຫາຍ ເລຂາທິການໃຫຍ່ ສີ ຈິ້ນຜິງ ຊຶ່ງໄດ້ຫວນຄືນ ແລະ ສະຫຼຸບວຽກງານໃນໄລຍະ 5 ປີຜ່ານມາ ແລະ ການປ່ຽນແປງອັນຍິ່ງໃຫຍ່ໃນ 10 ປີຂອງຍຸກໃໝ່, ໄດ້ກໍານົດເປົ້າໝາຍ ແລະ ໜ້າທີ່ຂອງການພັດທະນາພາລະກິດຂອງພັກ-ລັດ ໃນປັດຈຸບັນ ກໍຄືໃນສະໄໝຕໍ່ໄປ ຊຶ່ງເປັນຖະແຫຼງການການເມືອງ ແລະ ແຜນປະຕິບັດງານໃນການເຕົ້າໂຮມນໍາພາປະຊາຊົນບັນດາເຜົ່າທົ່ວປະເທດ ຍາດເອົາໄຊຊະນະໃໝ່ ຂອງສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ, ເປັນບົດນິພົນທີ່ມີລັກສະນະນໍາຫນ້າຂອງລັດທິມາກ.

ກອງປະຊຸມໄດ້ຮັບຮອງເອົາກົດລະບຽບຂອງພັກກອມມູນິດຈີນ ສະບັບປັບປຸງ ຊຶ່ງໄດ້ເອົາການປະດິດສ້າງໃໝ່ທີ່ສໍາຄັນທາງດ້ານທິດສະດີ, ພຶດຕິກໍາ ແລະ ລະບອບ ຂອງພັກໃນຊຸມປີຜ່ານມາ ບັນຈຸເຂົ້າໃນກົດລະບຽບຂອງພັກ ໄດ້ສະແດງໃຫ້ເຫັນເຖິງທັດສະນະທິດສະດີອັນສໍາຄັນ ແລະ ແນວຄິດຍຸດທະສາດອັນສໍາຄັນໃນບົດລາຍງານຂອງກອງປະຊຸມໃຫຍ່ ຄັ້ງທີ XX ຢ່າງເຕັມທີ່. ກອງປະຊຸມຄົບຄະນະ ຄັ້ງທີ I ສະໄໝທີ XX ຂອງພັກກອມມູນິດຈີນໄດ້ເລືອກຕັ້ງການນໍາຂັ້ນສູນກາງສະໄໝໃໝ່, ສະຫາຍ ສີ ຈິ້ນຜິງ ໄດ້ຖືກເລືອກຕັ້ງເປັນເລຂາທິການໃຫຍ່ອີກຄັ້ງ ຊຶ່ງໄດ້ສະແດງໃຫ້ເຫັນເຖິງຄວາມປາຖະໜາຂອງທົ່ວພັກ ຄວາມເຫັນເອກະພາບຂອງທົ່ວພັກ ແລະ ຄວາມຄອງຄອຍຂອງປະຊາຊົນ, ໄດ້ພິສູດວ່າ: ສະຫາຍເລຂາທິການໃຫຍ່ ສີ ຈິ້ນຜິງ ເປັນແກນກາງຂອງພັກ ຜູ້ນໍາຂອງປະຊາຊົນ ແລະ ຜູ້ບັນຊາການຂອງກອງທັບທີ່ສອດຄ່ອງກັບຄວາມຫວັງຂອງປະຊາຊົນ. ພັກປະຊາຊົນ ປະຕິວັດລາວໄດ້ສົ່ງສານອວຍພອນ ຕໍ່ການເປີດກອງປະຊຸມໃຫຍ່ຄັ້ງນີ້ ໃນເວລາທຳອິດ, ສະຫາຍ ເລຂາທິການໃຫຍ່ ທອງລຸນ ສີສຸລິດ ໄດ້ສົ່ງໂທລະເລກຊົມເຊີຍອັນອົບອຸ່ນໄປຍັງ ສະຫາຍ ເລຂາທິການໃຫຍ່ ສີ ຈິ້ນຜິງ, ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ ພ້ອມທັງຍິນດີແບ່ງປັນຜົນສໍາເລັດອັນສໍາຄັນໃນການປະດິດສ້າງໃໝ່ທາງດ້ານທິດສະດີ ແລະ ພຶດຕິກໍາ ຂອງກອງປະຊຸມໃຫຍ່ຄັ້ງນີ້ກັບຝ່າຍລາວ ເພື່ອຮ່ວມກັນປ້ອງກັນ ແລະ ພັດທະນາພາລະກິດສັງຄົມນິຍົມ. ຫນຶ່ງ, ການປ່ຽນແປງອັນຍິ່ງໃຫຍ່ຂອງ 10 ປີ ທີ່ຜ່ານຜ່າໃນຍຸກສະໄໝໃໝ່ໄດ້ສ້າງພື້ນຖານອັນຫນັກແຫນ້ນໃຫ້ແກ່ປະຊາຊົນຈີນ ເພື່ອສືບຕໍ່ສາມັກຄີບາກບັ່ນສູ້ຊົນໃນຂະບວນການໃໝ່ຕະຫຼອດໄລຍະເວລາ 10 ປີຜ່ານມາ ຫຼັງຈາກການໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XVIII ຂອງພັກກອມມູນິດຈີນ, ພວກຂ້າພະເຈົ້າໄດ້ຜ່ານຜ່ານເຫດການເດັ່ນ 3 ເຫດການທີ່ມີຄວາມໝາຍຕົວຈິງທີ່ສຳຄັນ ແລະ ມີຄວາມໝາຍປະຫວັດສາດທີ່ເລິກເຊິ່ງຍາວໄກຕໍ່ພາລະກິດ ຂອງພັກ ແລະ ຂອງປະຊາຊົນ ຄື: ໜຶ່ງແມ່ນການສ້າງຕັ້ງພັກກອມມູນິດຈີນບັນຈົບຄົບຮອບ 100 ປີ, ສອງແມ່ນສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໄດ້ເຂົ້າສູ່ຍຸກສະໄຫມໃໝ່, ສາມ ແມ່ນສຳເລັດໜ້າທີ່ປະຫວັດສາດແຫ່ງການລຶບລ້າງຄວາມທຸກຍາກ ແລະ ການສ້າງສັງຄົມທີ່ອີ່ມໜຳສຳລານໃຫ້ສຳເລັດຢ່າງຮອບດ້ານ, ບັນລຸເປົ້າໝາຍສູ້ຊົນ 100 ປີ, ປະການທີ 1. ຕະຫຼອດໄລຍະເວລາ 10 ປີຜ່ານມາ, ລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງຈີນ ໄດ້ເພີ່ມຈາກ 54 ພັນ ຕື້ຢວນຂຶ້ື້ນເປັນ 114 ພັນຕຶ້ື້ຢວນ, ເຮັດໃຫ້ຍອດປະລິມານເສດຖະກິດຂອງຈີນກວມ 18,5% ຂອງເສດຖະກິດໂລກ ເພີ່ມຂຶ້ນ 7,2%,ເປັນອັນດັບສອງຂອງໂລກ; ປະລິມານການຜະລິດສະບຽງອາຫານໄດ້ເພີ່ມຂຶ້ນ 11,5% ເຊິ່ງໄດ້ຫຼາຍກວ່າ 1,3 ພັນຕື້ກິໂລກຼາມ ໃນ 7 ປີຢ່າງລຽນຕິດ, ຍອດປະລິມານການຜະລິດພືດພັນທັນຍາຫານເປັນອັນດັບທີໜຶ່ງໃນໂລກ; ຂະໜາດຂະແໜງກາານຜະລິດ ແລະ ຄັງເງິນສໍາຮອງເງິນຕາຕ່າງປະເທດເປັນອັນດັບໜຶ່ງ ຂອງໂລກຢ່າງໝັ້ນທ່ຽງດັດຊະນີການປະດິດສ້າງໃຫມ່ເປັນອັນດັບໜຶ່ງໃນກຸ່ມປະເທດທີ່ມີລາຍໄດ້ປານກາງ, ຈໍານວນບໍລິສັດຂອງຈີນທີ່ຈັດເຂົ້າໃນບໍລິສັດ Fortune Global 500 ມີຫຼາຍທີ່ສຸດໃນໂລກ 4 ປີ ຕິດ​ຕໍ່​ກັນ; ໄດ້ເອົາຊະນະໃນບັ້ນລຶບລ້າງຄວາມທຸກຍາກທີ່ມີຂະໜາດໃຫຍ່ທີ່ສຸດໃນປະຫວັດສາດຂອງມວນມະນຸດ, ປະຊາຊົນຜູ້ທຸກຍາກໃນຊົນນະບົດຈໍານວນເກືອບ 100 ລ້ານຄົນ ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ເຊິ່ງສາມາດແກ້ໄຂບັນຫາຄວາມທຸກຍາກເດັດຖານຄັ້ງປະຫວັດສາດ, ໄດ້ປະກອບສ່ວນອັນສຳຄັນເຂົ້າໃນວຽກງານຫຼຸດຜ່ອນຄວາມທຸກຍາກຂອງທົ່ວໂລກ. ນີ້ເປັນໄຊຊະນະຄັ້ງປະຫວັດການທີ່ມາຈາກຄວາມເດັດດ່ຽວຮ່ວມແຮງຮ່ວມ​ໃຈສາມັກຄີສູ້ຊົນຂອງພັກກອມມູນິດຈີນ ແລະ ປະຊາຊົນຈີນ, ແມ່ນໄຊຊະນະຄັ້ງປະຫວັດການອັນໂດດເດັ່ນໃນປະຫວັດສາດແຫ່ງການພັດທະນາປະຊາຊາດຈີນ ແລະ ກໍແມ່ນໄຊຊະນະຄັ້ງປະຫວັດການທີ່ມີຜົນສະທ້ອນເລິກເຊິ່ງຍາວໄກຕໍ່ໂລກອີກດ້ວຍ.

ພາລະກິດຂອງພັກ ແລະ ປະເທດຈີນ ໄດ້ຮັບຜົນສໍາເລັດຄັ້ງປະຫວັດສາດ, ໄດ້ມີການປ່ຽນແປງຄັ້ງປະຫວັດສາດ ກໍຍ້ອນມີການຂັບເຄື່ອນນຳພາຂອງ ສະຫາຍ ເລຂາທິການໃຫຍ່ ສີ ຈິ້ນຜິງ ທີ່ເປັນແກນກາງຂອງ ສູນກາງພັກ ແລະ ແກນກາງຂອງທົ່ວພັກກອມມູນິດຈີນ, ມີແນວຄິດ ສີ ຈິ້ນຜິງ ວ່າດ້ວຍ ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກສະໄໝໃໝ່ ທີ່ເປັນການຊີ້ທິດເຍືອງທາງ. ຕະຫຼອດໄລຍະເວລາ 10 ປີຜ່ານມາ, ເມື່ອປະເຊີນໜ້າກັບສະຖານະການທີ່ສັບສົນຄວາມສ່ຽງ ແລະ ສິ່ງທ້າທາຍຕ່າງໆທີ່ບໍ່ເຄີຍພົບໃນໂລກ ແລະ ໃນປະຫວັດສາດ, ສະຫາຍ ເລຂາທິການໃຫຍ່ ສີ ຈິ້ນຜິງ ເຊິ່ງເປັນນັກການເມືອງ ນັກຄິດ ແລະ ນັກຍຸດທະສາດລັດທິມາກທີ່ມີຄວາມປີຊາສາມາດ ແລະ ຄວາມສະຫຼາດສ່ອງໃສ ໄດ້ນໍາພາວຽກງານການປະຕິຮູບ ການພັດທະນາ ແລະ ສະຖຽງລະພາບ, ຊີ້ນໍາວຽກງານພາຍໃນການຕ່າງປະເທດ ການປ້ອງກັນປະເທດ ແລະ ການສ້າງພັກ, ບໍລິຫານລັດ ແລະ ຄຸ້ມຄອງທະຫານ, ໄດ້ວາງສະເໜີບັນດາຍຸດທະສາດໃຫຍ່ ຕັດສິນຕົກລົງໃຫຍ່ ແລະ ຈັດວາງໜ້າທີ່ຍິ່ງໃຫຍ່, ນໍາພາທົ່ວພັກທົ່ວກອງທັບ ແລະ ປະຊາຊົນບັນດາເຜົ່າທົ່ວປະເທດ ເພີ່ມທະວີຄວາມໝັ້ນໃຈ ແລະ ເອົາໄຊຊະນະຄວາມຫຍຸ້ງຍາກຕ່າງໆ ເຊິ່ງໄດ້ສະແດງໃຫ້ເຫັນເຖິງສະຕິປັນຍາດ້ານການເມືອງ ຄວາມຕັດສິນໃຈດ້ານຍຸດທະສາດ ຄວາມຮັບຜິດຊອບຕໍ່ພາລະກິດ ຄວາມຮັກແພງຕໍ່ປະຊາຊົນ ແລະ ສິນລະປິນການນຳພາທີ່ເປັນການນໍາຂັ້ນສູງຂອງມະຫາປະເທດ ແລະ ພັກການເມືອງໃຫຍ່, ໄດ້ຮັບການສະໜັບສະໜູນ ແລະ ຄວາມຮັກແພງຈາກປະຊາຊົນບັນດາເຜົ່າທົ່ວປະເທດ. ໂດຍສະເພາະໃນບັ້ນລຶບລ້າງຄວາມທຸກຍາກອັນຍິ່ງໃຫຍ່, ສະຫາຍ ເລຂາທິການໃຫຍ່ ສີ ຈິ້ນຜິງ ໄດ້ຄົ້ນຄວ້າຈັດວາງ ແລະ ຊີ້ນໍາໂດຍກົງ ເຊິ່ງໄດ້ເປັນປະທານຈັດງານສໍາມະນາ ກ່ຽວກັບ ວຽກງານການຫຼຸດ​ພົ້ນຄວາມທຸກຍາກຂັ້ນສູນກາງ 7 ຄັ້ງ, ໄດ້ໄປສຳຫຼວດກວດກາວຽກງານຕົວຈິງ 50 ກວ່າຄັ້ງ, ໄດ້ເດີນທາງໄປເຖິງ 14 ເຂດ ທີ່ທຸກຍາກທີ່ສຸດ ແລະ ໄດ້ກ່າວເຖິງໃນຄໍາອວຍພອນປີໃໝ່ແຕ່ລະປີ.

ແຕ່ລະປີມີການສຳຫລວດກວດກາ, ໃນເວ​ລາຈັດກອງປະຊຸມສະພາຜູ້ແທນປະຊາຊົນທົ່ວປະເທດ ແລະ ກອງປະຊຸມທີ່ປຶກສາການເມືອງທົ່ວປະເທດເພິ່ນກໍໄດ້ປຶກສາຫາລືວຽກງານການລຶບລ້າງຄວາມທຸກຍາກ ນໍາບັນດາຜູ້ແທນປະຊາຊົນ, ເພິ່ນໄດ້ຈັດກອງປະຊຸມທຸກປີ ເພື່ອຊີ້ນໍາວຽກງານແກ້ໄຂຄວາມທຸກຍາກໃນແຕ່ລະໄລຍະ ແລະ ຮັບຟັງການລາຍງານຜົນສໍາເລັດຂອງວຽກງານການລຶບລ້າງຄວາມທຸກຍາກ ເຊິ່ງໄດ້ສະແດງໃຫ້ເຫັນເຖິງນໍ້າໃຈ “ຂອ້ຍຈະບໍ່ມີສ່ວນຕົວຂອ້ຍ, ຮັບຜິດຊອບຕໍ່ປະຊາຊົນ” ຢ່າງເຕັມສ່ວນ ເຊິ່ງໄດ້ບັນຍາຍຄຳສຸພາສິດທີ່ວ່າ “ປະເທດ​ຊາດ ບ້ານເມືອງກໍຄືປະຊາຊົນ, ປະຊາຊົນກໍຄືປະເທດຊາດບ້ານເມືອງ” ຢ່າງມີຊີວິດຊີວາ. ປະຊາຊົນຈີນເຊື່ອໝັ້ນວ່າ: ມີສະຫາຍ ເລຂາທິການໃຫຍ່ ສີ ຈິ້ນຜິງ ສືບຕໍ່ຂັບເຄື່ອນໄຫວນຳພາ ມີການນໍາພາອັນຫນັກແຫນ້ນເຂັ້ມແຂງຂອງສູນກາງພັກກອມມູນິດຈີນຊຸດໃໝ່ ທີ່ຖືສະຫາຍ ເລຂາທິການໃຫຍ່ ສີ ຈິ້ນຜິງ ເປັນແກນກາງ ແລະ ມີການຊີ້ທິດເຍືອງທາງຂອງແນວຄິດ ສີ ຈິ້ນຜິງ ວ່າດ້ວຍ ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກສະໄຫມໃຫມ່, ພວກເຮົາຈະສາມາດບັນລຸເປົ້າໝາຍ ແລະ ໜ້າທີ່ຕ່າງໆທີ່ວາງອອກໃນກອງປະຊຸມໃຫຍ່ຄັ້ງນີ້ ແລະ ເອົາໄຊຊະນະໃນຂະບວນການສ້າງປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ, ຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນ ຢ່າງຮອບດ້ານ. ສອງ, ເສັ້ນທາງທັນສະໄໝແບບຈີນ ໄດ້ກໍານົດໜ້າທີ່ໃຈກາງໃຫ້ປະຊາຊົນຈີນໃນການສືບຕໍ່ສາມັກຄີກັນບາກບັ່ນສູ້ຊົນ. ກອງປະຊຸມໃຫຍ່ ຄັ້ງທີ XX ໄດ້ຊີ້ອອກວ່າ: ເລີ່ມແຕ່ປະຈຸບັນເປັນຕົ້ນໄປ, ໜ້າທີ່ໃຈກາງຂອງພັກກອມມູນິດຈີນ ແມ່ນສາມັກຄີ ແລະ ນຳພາປະຊາຊົນບັນດາເຜົ່າທົ່ວປະເທດສ້າງສາປະເທດສັງຄົມນິຍົມທັນສະໄໝທີ່ເຂັ້ມແຂງ ໃຫ້ສຳເລັດ ຢ່າງຮອບດ້ານ, ບັນລຸເປົ້າໝາຍສູ້ຊົນ 100 ປີເຫດ​ການທີ 2, ຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງຊົນຊາດຈີນດ້ວຍຄວາມທັນສະໄໝແບບຈີນຢ່າງຮອບດ້ານ. ຄວາມທັນສະໄໝແບບຈີນ ແມ່ນຄວາມທັນສະໄໝ ສັງຄົມນິຍົມ ທີ່ນຳພາໂດຍພັກກອມມູນິດຈີນ, ເຊິ່ງທັງມີຈຸດພິເສດຮ່ວມຂອງຄວາມທັນສະໄໝຂອງປະເທດຕ່າງໆ ຍິ່ງມີເອກະລັກພິເສດຂອງຈີນ ບົນພື້ນຖານສະພາບຕົວຈິງຂອງປະເທດພວກເຮົາ. ຄວາມທັນສະໄໝແບບຈີນ ແມ່ນຄວາມທັນສະໄໝທີ່ມີຈຳນວນປະຊາກອນອັນມະຫາສານ, ການທີ່ເຮັດໃຫ້ປະຊາກອນຈຳນວນ 1,4 ຕື້ກວ່າຄົນຂອງຈີນ ກ້າວເຂົ້າສູ່ສັງຄົມທັນສະໄໝໂດຍລວມ ເຊິ່ງມີຂະໜາດໃຫຍ່ກວ່າລວມຍອດປະຊາກອນຂອງປະເທດພັດທະນາໃນທົ່ວໂລກ, ແມ່ນມີຄວາມຫຍຸ້ງຍາກ ແລະ ສະຫຼັບສັບຊ້ອນທີ່ບໍ່ເຄີຍມີມາກ່ອນ ແລະ ກໍມີຄວາມໝາຍ ແລະ ຜົນສະທ້ອນທີ່ບໍ່ເຄີຍມີມາກ່ອນ, ໄດ້ສະໜອງທາງເລືອກໃໝ່ໃນການຫັນເປັນທັນສະໄໝໃຫ້ແກ່ມວນມະນຸດ; ຄວາມທັນສະໄໝແບບຈີນແມ່ນຄວາມທັນສະໄໝທີ່ໃຫ້ປະຊາຊົນທຸກຖ້ວນໜ້າ ບັນລຸຄວາມຮັ່ງມີຮ່ວມກັນ, ທັງນີ້ແມ່ນຍ້ອນທາດແທ້ຂອງລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ເຊິ່ງຕ້ອງໃຫ້ປະຊາຊົນທຸກຖ້ວນໜ້າດຳລົງຊີວິດທີ່ດີ ສາມາດແບ່ງປັນໝາກຜົນການພັດທະນາຂອງປະເທດໄດ້ ດ້ວຍການປະກອບສ່ວນຂອງຕົນເອງ; ຄວາມທັນສະໄໝແບບຈີນແມ່ນຄວາມທັນສະໄໝທີ່ໃຫ້ຄວາມສີວິໄລດ້ານວັດຖຸ ແລະ ຄວາມສີວິໄລດ້ານຈິດໃຈພັດທະນາໄປຢ່າງກົມກຽວກັນ, ສະແຫວງຫາການມີວັດຖຸທີ່ອຸດົມຮັ່ງມີ ແລະ ມີຈິດໃຈທີ່ອຸດົມສົມບູນຕ້ອງໃຫ້ຄົນເຮົາພັດທະນາຢ່າງຮອບດ້ານ; ຄວາມທັນສະໄໝແບບຈີນແມ່ນຄວາມທັນສະໄໝທີ່ບັນລຸໃຫ້ຄົນກັບທຳມະຊາດເປັນມິດຮ່ວມກັນຢ່າງກົມກຽວ, ຕ້ອງເດັດດ່ຽວຊຸກຍູ້ການພັດທະນາແບບຍືນຍົງ; ຄວາມທັນສະໄໝແບບຈີນແມ່ນຄວາມທັນສະໄໝທີ່ເດີນຕາມເສັ້ນທາງພັດທະນາໂດຍສັນຕິ ເຊິ່ງສອດຄ່ອງກັບຜົນປະໂຫຍດພື້ນຖານຂອງຈີນ, ພວກຂ້າພະເຈົ້າຈະສືບຕໍ່ເດີນຕາມເສັ້ນທາງພັດທະນາໂດຍສັນຕິ ແລະ ຫວັງວ່າ ປະເທດອື່ນກໍເດີນຕາມເສັ້ນທາງພັດທະນາໂດຍສັນຕິຄືກັນ.

ໃນບົດລາຍງານຂອງກອງປະຊຸມໃຫຍ່ ຄັ້ງທີ XX, ສະຫາຍ ເລຂາທິການໃຫຍ່ ສີ ຈິ້ນຜິງ ໄດ້ຊີ້ແຈງຢ່າງເລິກເຊິ່ງຕໍ່ແຜນຍຸດທະສາດລວມ ໃນການສ້າງສາປະເທດສັງຄົມນິຍົມທັນສະໄໝທີ່ເຂັ້ມແຂງ ໃຫ້ສຳເລັດຢ່າງຮອບດ້ານ ແລະ ຫຼັກການສຳຄັນທີ່ພວກເຮົາຕ້ອງຍຶດໝັ້ນໃນເສັ້ນທາງກ້າວໄປຂ້າງໜ້າ, ໄດ້ສະເໜີວ່າ ຈາກປີ 2020-2035 ໃຫ້ບັນລຸສັງຄົມນິຍົມທັນສະໄໝໂດຍພື້ນຖານ; ຈາກປີ 2035 ຮອດກາງສະຕະວັດທີ 21 ນີ້ ຕ້ອງສ້າງສາປະເທດເຮົາໃຫ້ເປັນປະເທດສັງຄົມນິຍົມທັນສະໄໝທີ່ມັ່ງຄັ່ງເຂັ້ມແຂງ, ປະຊາທິປະໄຕ, ສີວິໄລ, ກົມກຽວ ແລະ ສວຍງາມ; ໄດ້ຢໍ້າວ່າ ໄລຍະ 5 ປີໃນຕໍ່ໜ້ານີ້ ເປັນໄລຍະສຳຄັນຂອງການເລີ່ມປະຕິບັດການສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ, ຕ້ອງຢຶດໝັ້ນຫຼັກການສຳຄັນຕ່າງໆ ຄື: ຢຶດໝັ້ນແລະ ເພີ່ມທະວີການນຳພາຂອງພັກຢ່າງຮອບດ້ານ, ຢຶດໝັ້ນເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ຢຶດໝັ້ນແນວຄິດການພັດທະນາທີ່ຖືປະຊາຊົນເປັນໃຈກາງ, ຍຶດໝັ້ນໃນການລົງເລິກການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ຢຶດໝັ້ນໃນການເຊີດຊູນ້ຳໃຈຕໍ່ສູ້; ໄດ້ຊີ້ອອກວ່າການພັດທະນາດ້ວຍຄຸນນະພາບສູງ ເປັນໜ້າທີ່ສຳຄັນອັນດັບໜຶ່ງຂອງການສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ, ຕ້ອງຖືເອົາການຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງເປັນຫົວຂໍ້ຫຼັກ, ຊຸກຍູ້ເສດຖະກິດໃຫ້ມີຄຸນນະພາບດີຂຶ້ນຢ່າງມີປະສິດທິຜົນ ແລະ ມີການເຕີບໂຕຢ່າງສົມເຫດສົມຜົນ. ທັງນີ້ເປັນການສະຫຼຸບຕາມຫຼັກວິທະຍາສາດຕໍ່ການຄົ້ນຄວ້າ ແລະ ພຶດຕິກໍາໃນໄລຍະຍາວຂອງຈີນໃນການສ້າງສາສັງຄົມນິຍົມທັນສະໄໝ ເປັນການເພີ່ມພູນຄູນສ້າງທີ່ສໍາຄັນໃຫຍ່ຕໍ່ທິດສະດີຫັນເປັນທັນສະໄໝຂອງທົ່ວໂລກ ຊຶ່ງໄດ້ຊີ້ທິດເຍືອງທາງຕື່ມອີກຕໍ່ການຊຸກຍູ້ຄວາມທັນສະໄໝແບບຈີນ. ພວກຂ້າພະເຈົ້າຈະປິ່ນອ້ອມໜ້າທີ່ໃຈກາງຂອງພັກໃນສະໄໝໃໝ່ ແລະຂະບວນການໃໝ່, ລົງເລິກຈັດຕັ້ງປະຕິບັດແນວຄວາມຄິດການພັດທະນາແບບໃໝ່ທີ່ປະດິດສ້າງກົມກຽວ ສີຂຽວ ເປີດປະຕູ ແລະ ແບ່ງປັນຮ່ວມກັນ ເລັ່ງລັດສ້າງສະພາບການພັດທະນາແບບໃໝ່ ທີ່ຖືເອົາການຫມູນວຽນພາຍໃນປະເທດເປັນຫຼັກ ທັງເຮັດໃຫ້ການຫມູນວຽນລະຫວ່າງພາຍໃນກັບສາກົນເປັນກຳລັງຊ່ວຍຊູຍູ້ໜູນກັນ, ອອກແຮງຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງ, ເພື່ອສ້າງພື້ນຖານວັດຖຸທີ່ໜັກແໜ້ນ ໃນການສ້າງສາປະເທດສັງຄົມນິຍົມທັນສະໄໝທີ່ເຂັ້ມແຂງໃຫ້ສຳເລັດຢ່າງຮອບດ້ານ. ສາມ, ການພັດທະນາໃຫມ່ລັດທິມາກທີ່ເປັນແບບຈີນແບບຍຸກສະໄຫມ ໄດ້ເປັນການຊີ້ທິດເຍືອງທາງໃຫ້ແກ່ປະຊາຊົນຈີນ ເພື່ອສືບຕໍ່ຮ່ວມແຮງສາມັກຄີບາກບັ່ນສູ້ຊົນ ຍ້ອນຫຍັງພັກກອມມູນິດຈີນສາມາດເຮັດຫລ້ອນຫນ້າທີ່ ຍ້ອນຫຍັງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນດີ, ເວົ້າເຖິງກົກຮາກແລ້ວ ແມ່ນຍ້ອນວ່າ ລັດທິມາກເປັນສັດຈະທຳ ແລະ ການຫັນເປັນແບບຈີນແບບຍຸກສະໄໝ ຂອງລັດທິມາກເປັນສັດຈະທຳ, ລັດທິມາກແມ່ນແນວຄິດຊີ້ນຳ ນຳພາພຶ້ນຖານແຫ່ງການສ້າງພັກສ້າງຊາດ ແລະ ເຮັດໃຫ້ພັກ ແລະ ປະເທດຊາດຂອງພວກເຮົາ ຈະເລີນຮຸ່ງເຮືອງ ແຕ່ພັກພວກເຮົາຈະບໍ່ຖືລັດທິມາກເປັນຄຳພີຕາຍຕົວ ຫາກແມ່ນຢຶດໝັ້ນຊຸກຍູ້ໃຫ້ລັດທິມາກກາຍເປັນແບບຈີນ ແລະ ຖືກຕ້ອງຕາມຍຸກສະໄຫມ. ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XVIII ຂອງພັກເປັນຕົ້ນມາ ພັກກອມມູນິດຈີນໂດຍແມ່ນ ສະຫາຍ ສີ ຈິ້ນຜິງ ເປັນຕົວແທນຕົ້ນຕໍນັ້ນໄດ້ກໍາແຫນ້ນສະຖານະການສາກົນ ແລະ ພາຍໃນປະເທດທີ່ມີການປ່ຽນແປງໃຫມ່ ແລະ ພຶດຕິກຳທີ່ມີຄວາມຮຽກຮ້ອງຕ້ອງການໃໝ່ ໄດ້ຕອບຫົວຂໍ້ອັນໃຫຍ່ ແລະ ສຳຄັນຕາມຍຸກສະໄໝທີ່ກ່ຽວພັນເຖິງພາລະກິດພັກ-ລັດ ແລະ ການປົກຄອງພັກບໍລິຫານລັດຢ່າງເລິກເຊິງຖືກຕ້ອງຈາກທາງທິດສະດີ ແລະພຶດຕິກຳ ໄດ້ຮັບຫມາກຜົນປະດິດສ້າງໃໝ່ອັນໃຫຍ່ ແລະ ສຳຄັນ ຊຶ່ງໄດ້ສະແດງອອກຢ່າງລວມສູນວ່າແນວຄິດ ສີ ຈິ້ນຜິງ ວ່າດ້ວຍ ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ແມ່ນລັດທິມາກຂອງຈີນໃນຍຸກສະໄໝ ປັດຈຸບັນ ແມ່ນລັດທິມາກໃນສັດຕະວັດທີ່ 21 ແມ່ນຍອດກະທິຍຸກສະໄຫມຂອງວັດທະນະທຳຊົນຊາດຈີນ ແລະ ນໍ້າໃນປະເທດຈີນ ໄດ້ບັນລຸການກ້າວກະໂດດຂັ້ນອັນໃໝ່ໃນການຫັນລັດທິມາກເປັນແບບຈີນແບບຍຸກສະໄໝ.

ລາຍງານການເມືອງຂອງກອງປະຊຸມໃຫຍ່ ຄັ້ງທີ XX ຂອງພັກກອມມູນິດຈີນ ໄດ້ບັນຍາຍສອງສົມທົບ ຄື ເອົາຫລັກມູນພຶ້ນຖານລັດທິມາກມາສົມທົບກັບສະພາບຕົວຈິງຂອງຈີນ ສົມທົບກັບມູນເຊື້ອວັດທະນະທໍາອັນດີງາມຂອງຊົນຊາດຈີນ ໄດ້ເຮັດໃຫ້ພັກຂອງພວກເຮົາມີຄວາມຮັບຮູ້ ທາງດ້ານກົດເກນຢ່າງເລິກເຊິ່ງໃນການຍຶດຫມັ້ນ ແລະ ພັດທະນາລັດທິມາກ ແລະ ເປັນກຸນແຈທີ່ພວກເຮົາເຂົ້າໃຈ ແລະ ກໍາແຫນ້ນເນື້ອໃນຂອງແນວຄິດ ສີ ຈິ້ນຜິງ ວ່າດ້ວຍ ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ຕະຫລອດໄລຍະທີ່ຈາກບົດຄວາມ “ວ່າດ້ວຍສາຍສຳພັນສິບຂໍ້ຂອງປະທານເໝົາ ໃນທົດສະວັດ 50 ສັດຕະວັດກ່ອນ ມາຮອດລະບົບທິດສະດີສັງຄົມນິຍົມທີີ່ມີສີສັນພິເສດຂອງຈີນ ທີ່ສ້າງຂຶ້ນຫລັງການປະຕິຮູບເປີດປະຕູສູ່ໂລກພາຍນອກ ຈົນຮອດແນວຄິດ ສີ ຈິ້ນຜິງ ວ່າດ້ວຍ ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ທີ່ໄດ້ສ້າງຂຶ້ນຫລັງກອງປະຊຸມໃຫຍ່ ຄັ້ງທີ່ XVIII ກໍແມ່ນຂະບວນວິວັດທີ່ພວກເຮົາໄດ້ນຳເອົາຫລັກມູນພຶ້ນຖານລັດທິມາກມາສົມທົບກັບສະພາບຕົວຈິງຂອງຈີນ ອັນນີ້ແມ່ນບົດຮຽນທີ່ປະເສີດທີສຸດຂອງພັກກອມມູນິດຈີນ ແລະ ກໍແມ່ນເຂັດລັບທີ່ພາໃຫ້ພາລະກິດຂອງພັກພວກເຮົາ ໄດ້ຮັບໄຊຊະນະຢ່າງບໍ່ຢຸດຢັ້ງ.

ໃນໄລຍະປະຫວັດການທີ່ຊຸກຍູ້ໃຫ້ລັດທິມາກຫັນເປັນແບບຈີນແບບຍຸກສະໄຫມນັ້ນ ພັກພວກເຮົາໄດ້ນຳໃຊ້ກຳລັງແຮງທີ່ເປັນສັດຈະທຳຈາກລັດທິມາກມາກະຕຸ້ນອະລິຍະທຳຊົນຊາດຈີນທີ່ມາແຕ່ບູຮານນະການ ໄດ້ເຮັດໃຫ້ອະລິຍະທຳຊົນຊາດຈີນເກີດມີກຳລັງຊີວິດຊີວາອັນມະຫາສານອີກຄັ້ງໃຫມ່ ພ້ອມກັນນັ້ນມູນເຊື້ອວັດທະນະທຳອັນດີງາມ ຂອງຊົນຊາດຈີນ ກໍໄດ້ເຮັດໃຫ້ລັດທິມາກມີການບົ່ມເພາະທາງດ້ານວັດທະນະທຳທີ່ອຸດົມສົມບູນ. ດັ່ງທີ່ສະຫາຍ ເລຂາທິການໃຫຍ່ ສີ ຈິ້ນຜິງ ໄດ້ຊີ້ອອກຢ່າງຈະແຈ້ງໃນງານສະຫລອງການສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ, ກອງປະຊຸມໃຫຍ່ ຄັ້ງທີ XX ກໍໄດ້ມີການບັນຍາຍຢ່າງເລິກເຊິງວ່າ ຕ້ອງນຳເອົາຫລັກມູນພຶ້ນຖານລັດທິມາກມາສົມທົບກັບມູນເຊື້ອວັດທະນະທໍາອັນດີງາມຂອງຊົນຊາດຈີນ ອັນນີ້ແມ່ນການປະດິດສ້າງໃຫມ່ທາງທິດສະດີຂອງພັກໄດ້ສ້າງສະຖານະການໃຫມ່ໃຫ້ແກ່ວຽກງານສ້າງທິດສະດີຂອງພັກ ຊຶ່ງໄດ້ເປັນຕົວແທນໃຫ້ແກ່ຄວາມຕຶ່ນຕົວໃໝ່ ແລະ ຄວາມຮັບຮູ້ໃຫມ່ຂອງຄົນພັກກອມມູນິດຈີນ ແລະ ໄດ້ສະແດງໃຫ້ເຫັນເຖິງຄວາມຫມັ້ນໃຈ ແລະ ຄວາມ​ຕື່ນຕົວທາງວັດທະນະທໍາອັນແຮງກ້າຂອງພັກກອມມູນິດຈີນ ແລະ ປະຊາຊົນຈີນ.

ສະຫາຍ ເລຂາ ທິການໃຫຍ່ ສີ ຈິ້ນຜິງ ເປັນຜູ້ສ້າງຕົ້ນຕໍຂອງແນວຄິດສີຈິນຜິງ ວ່າດ້ວຍ ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ຕະຫຼອດໄລຍະກອງປະຊຸມໃຫຍ່ ຄັ້ງທີ XIX ເປັນຕົ້ນມາ ສະຫາຍ ເລຂາທິການໃຫຍ່ ສີ ຈິ້ນຜິງ ໄດ້ນຳພາທົ່ວພັກ ແລະ ທົ່ວ​ລັດ-ທົ່ວ​ປວງຊົນດຳເນີນພາລະກິດການສ້າງພັກ ແລະ ພັດທະນາປະເທດດ້ວຍຄວາມພິລະອາດຫານທາງທິດສະດີ, ສະຕິປັນຍາອັນຍອດຢ້ຽມ ແລະ ຄວາມຮັບຜິດຊອບອັນສູງສົ່ງທີ່ເປັນນັກການເມືອງນັກຄິດນັກຍຸດທະສາດລັດທິມາກ ສະແດງອອກນຳໃຈຮັກແພງປະຊາຊົນທີ່ວ່າ “ຂ້ອຍຈະບໍ່ມີສ່ວນຕົວ ຂ້ອຍຮັບຜິດຊອບຕໍ່ປະຊາຊົນ” ໄດ້ທໍາການປະດິດສ້າງທາງທິດສະດີອັນໃຫມ່ທີ່ມີລັກສະນະບຸກເບີກ ເຊິ່ງໄດ້ເປັນການປະກອບສ່ວນທີ່ມີລັກສະນະຕັດສິນ ແລະ ສົ່ງເສີມບົດບາດທີ່ມີລັກສະນະຕັດສິນຕໍ່ແນວຄິດດັ່ງກ່າວ. ຍົກຕົວຢ່າງວ່າ ສະຫາຍ ເລຂາທິການໃຫຍ່ ສີ ຈິ້ນຜິງ ໄດ້ກຳແຫນ້ນລັກສະນະປ່ຽນແປງແຫ່ງການພັດທະນາຢ່າງໄຫວພິບ ໄດ້ສະເໜີອອກທັດສະນະໃຫມ່ ວິໄສທັດໃໝ່ ຍຸດທະສາດໃຫມ່ ທີ່ເປັນລະບົບ ເຮັດໃຫ້ແນວຄິດເສດຖະກິດສີ ຈິ້ນຜິງ ເປັນຮູບປະ​ທໍ​າຂຶ້ນໃນພຶດຕິກຳຕົວຈິງ ເຊິ່ງສາມາດຕອບໄດ້ບັນຫາ “ສັງເກດແນວໃດ” ແລະ “ປະຕິບັດແນວໃດ” ຕໍ່ເສດຖະກິດຈີນໃນຍຸກສະໄໝໃໝ່ຢ່າງເປັນລະບົບ. ໃນການສຳຫລວດກວດກາວຽກງານຄັ້ງທຳອິດໃນເດືອນ ທັນວາ ປີ2012 ຫລັງກອງປະຊຸມໃຫຍ່ ຄັ້ງທີ່ XVIII ສະຫາຍ ເລຂາທິການໃຫຍ່ ສີ ຈິ້ນຜິງ ໄດ້ໄປແຂວງກວາງຕຸ້ງ ເພິ່ນໄດ້ເປັນປະທານຈັດກອງປະຊຸມສຳມະນາວຽກງານເສດຖະກິດ ແລະ ໄດ້ຊີ້ອອກຢ່າງເລິກເຊິງວ່າ ຢືນຢູ່ຕໍ່ຫນ້າສະພາບການທີ່ສັບສົນ ແລະ ປ່ຽນແປງໄວ ການທີ່ເລັ່ງລັດປັບປຸງໂຄງປະກອບເສດຖະກິດທີ່ເປັນລັກສະນະຍຸດທະສາດ ແມ່ນທ່າອ່ຽງທີ່ຕ້ອງເປັນໄປ ແລະ ເຮັດຊ້າໄປຈັກອີກນາທີຫນຶ່ງກໍບໍ່ໄດ້ແລ້ວ ເວລາກັບເມືອນະຄອນຫລວງປັກກິ່ງບໍ່ຮອດຫນຶ່ງອາທິດ ເພິ່ນໄດ້ເນັ້ນໃນກອງປະຊຸມວຽກງານເສດຖະກິດສູນກາງວ່າ ຈະບໍ່ສາມາດຫລັບຫູຫລັບຕາໄປສະແຫວງຫາຄວາມໄວສູງ ໂດຍບໍ່ຄຳນຶງເຖິງເງື່ອນໄຂພາວະວິໄສ ແລະ ຝືນກັບກົດເກນໄດ້ອີກແລ້ວ.

ໃນເດືອນກໍລະກົດ ປີ 2013 ເພິ່ນໄດ້ກ່າວໃນກອງປະຊຸມຄະນະປະຈຳກົມການເມືອງສູນກາງພັກວ່າ ເສດຖະກິດປະເທດເຮົາໄດ້ຕົກຢູ່ໄລຍະ “ສາມໄລຍະຊໍ້າກັນ ຄື ໄລຍະປ່ຽນຄັນເລັ່ງໃຫ້ແກ່ຄວາມໄວ ໄລຍະເຈັບປວດໃນການປັບປຸງໂຄງປະ​ກອບ ແລະ ໄລຍະຍ່ອຍນະໂຍບາຍກະຕຸ້ນເສດຖະກິດທີ່ຜ່ານມາ”. ໃນເດືອນທັນວາ ປີດຽວກັນເພິ່ນໄດ້ກ່າວໃນກອງປະຊຸມວຽກງານເສດຖະກິດສູນກາງວ່າ ການພັດທະນາໄດ້ກ້າວເຂົ້າສູ່ “ຮູບຖານໃຫມ່ ຄືໄດ້ຈາກການເຕີບໂຕດ້ວຍຄວາມໄວສູງໄປສູ່ຄວາມໄວສູງປານກາງ, ໂຄງປະກອບເສດຖະກິດຕ້ອງປັບປຸງໄດ້ຢ່າງບໍ່ຢຸດຢັ້ງ, ການຂັບເຄື່ອນເສດຖະກິດຕ້ອງຈາກປັດໃຈນາໆ ແລະ ການລົງທຶນຫັນໄປສູ່ການປະດິດສ້າງໃຫມ່”. ໃນເດືອນ ພະຈິກ ປີ 2015 ເພິ່ນໄດ້ຈັດວາງນະໂຍບາຍການປະຕິຮູບຝ່າຍສະຫນອງທີ່ມີລັກສະນະອົງປະກອບ. ໃນເດືອນ ຕຸລາ ປີ 2017 ເພິ່ນໄດ້ມີການຕີລາຄາໃນກອງປະຊຸມໃຫຍ່ ຄັ້ງທີ່ XIX ວ່າ “ເສດຖະກິດປະເທດຈີນໄດ້ຈາກໄລຍະເພີ່ມຂຶ້ນດ້ວຍຄວາມໄວສູງຫັນມາສູ່ໄລຍະພັດທະນາດ້ວຍຄຸນນະພາບສູງ”. ໃນເດືອນ ເມສາ ປີ 2020 ເພິ່ນໄດ້ກ່າວໃນກອງປະຊຸມເສດຖະກິດ ສູນກາງວ່າ ຕ້ອງກໍ່ສ້າງສະພາບການພັດທະນາແບບໃຫມ່. ທັດສະນະແນວຄິດ ເປັນການຊີ້ທິດເຍືອງທາງໃຫ້ແກ່ການເຄື່ອນໄຫວ ແນວຄິດເສດຖະກິດສີ ຈິ້ນຜິງ ໄດ້ນຳພາເສດຖະກິດຂອງຈີນກ້າວເຂົ້າສູ່ໄລຍະການພັດທະນາດ້ວຍຄຸນນະພາບສູງ ຊຸກຍູ້ໃຫ້ຄຸນນະພາບແຫ່ງການພັດທະນາເສດຖະກິດມີການປ່ຽນແປງ ປະສິດທິພາບແຫ່ງການພັດທະນາມີການປ່ຽນແປງ ແລະ ກຳລັງຍູ້ດັນແຫ່ງການພັດທະນາກໍມີການປ່ຽນແປງ. ສີ່, ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ໄດ້ສ້າງສະພາບແວດລ້ອມທີ່ດີໃຫ້ແກ່ປະຊາຊົນຈີນໃນການສືບຕໍ່ສາມັກຄີສູ້ຊົນ. ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ່ XVIII ຂອງພັກກອມມູນິດຈີນເປັນຕົ້ນມາສູນກາງພັກທີ່ຖື ສະຫາຍ ສີ ຈິ້ນຜິງ ເປັນແກນກາງໄດ້ນຳພາວຽກງານການຕ່າງປະເທດໃນຖານະເປັນມະຫາປະເທດທີ່ມີສີສັນພິເສດຂອງຈີນ ແລະ ໄດ້ຮັບຜົນສຳເລັດຄັ້ງປະຫວັດສາດທີ່ຮອບດ້ານ ແລະ ມີການປະດິດສ້າງໃໝ່. ການຕ່າງປະເທດຂອງຈີນ ໄດ້ສ້າງເປັນໂຄງຮ່າງຮອບດ້ານ, ມີຫຼາຍຫລືບຫລາຍຊັ້ນ ແລະ ຄົບມິຕິ, ປະເທດຈີນ ໄດ້ສ້າງສາຍພົວພັນທາງການທູດກັບຕ່າງປະເທດຈາກ 172 ປະເທດມາເປັນ 181 ປະເທດ, ສ້າງສາຍພົວພັນຄູ່ຮ່ວມມືກັບປະເທດ ແລະ ອົງການຈັດຕັ້ງພາກພື້ນຈາກ 41 ຄູ່ມາເປັນ 113 ຄູ່, ຮັບຮອງເອົາສັນຍາວ່າດ້ວຍການຄ້າເສລີ 19 ສະບັບ ກັບ 26 ປະເທດ ແລະ ພາກພື້ນ, ຊຸກຍູ້ການມີຜົນສັກສິດ ແລະ ຈັດຕັ້ງປະຕິບັດສັນຍາ ວ່າດ້ວຍສາຍພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານຂອງພາກພື້ນ (RCEP). ການສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ໄດ້ດຶງດູດ 149 ປະເທດ ແລະ 32 ອົງການຈັດຕັ້ງສາກົນເຂົ້າຮ່ວມ, ມູນຄ່າການຄ້າວັດຖຸລະຫວ່າງປະເທດຈີນກັບບັນດາປະເທດລຽບຕາມ “ໜຶ່ງແລວ ໜຶ່ງເສັ້ນທາງ” ບັນລຸປະມານ 12 ພັນຕື້ໂດລາ, ມີການລົງທຶນໂດຍກົງແບບບໍ່ແມ່ນການລົງທຶນທາງດ້ານທະນາຄານຕໍ່ປະເທດດັ່ງກ່າວກາຍ 140 ຕື້ໂດລາ, ທາງລົດໄຟຈີນ-ລາວ, ທາງລົດໄຟຈາກາກຕາ-ບັງດຸງປະເທດອິນໂດເນເຊຍ ແລະ ໂຄງການທີ່ເປັນສັນຍາລັກສຳຄັນອື່ນໆ ໄດ້ຊຸກຍູ້ກໍ່ສ້າງ ແລະ ສ້າງຂຶ້ນຕາມລຳດັບ. ປະເທດຈີນ ໄດ້ສ້າງກາລະໂອກາດໃໝ່ໃຫ້ທົ່ວໂລກດ້ວຍການພັດທະນາໃໝ່ຂອງຕົນ, ໄດ້ຮັບການຕີລາຄາສູງຢ່າງກວ້າງຂວາງຈາກປະຊາຄົມສາກົນ, ໂສມໜ້າທີ່ມີຄວາມຮັບຜິດຊອບສູງຂອງຈີນ ໄດ້ຝັງເລິກໃນໃຈຂອງບັນດາປະເທດ ຊິຶ່ງໄດ້ສ້າງສະພາບແວດລ້ອມພາຍນອກທີ່ດີໃຫ້ແກ່ການຫັນເປັນທັນສະໄໝຂອງປະເທດ. ວຽກງານການຕ່າງປະເທດຂອງຈີນ ໄດ້ຮັບຜົນສຳເລັດທີ່ປະຈັກຕາຊາວໂລກ, ສາເຫດຕົ້ນຕໍແມ່ນມີ ສະຫາຍ ເລຂາທິການໃຫຍ່ ສີ ຈິ້ນຜິງ ເປັນຜູ້ນຳພາ, ມີແນວຄິດສີ ຈິ້ນຜິງ ວ່າດ້ວຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໂດຍສະເພາະແມ່ນແນວຄິດການຕ່າງປະເທດຂອງ ສີ ຈິ້ນຜິງ ເປັນທິດຊີ້ນຳ. ສະຫາຍ ເລຂາທິການໃຫຍ່ ສີ ຈິ້ນຜິງ ຊຸກຍູ້ການຕ່າງປະເທດ ລະຫວ່າງ ປະມຸກປະເທດດ້ວຍຕົນເອງ, ເຊິ່ງເປັນການຊີ້ທິດເຍືອງທາງຕໍ່ການຕ່າງປະເທດໃນຖານະມະຫາປະເທດທີ່ມີສີສັນພິເສດຂອງຈີນ ແລະ ຊີ້ທິດເຍືອງທາງຕໍ່ໂລກທີ່ມີການປ່ຽນແປງຢ່າງສັບສົນ. ໃນ 10 ປີ ທີ່ຜ່ານມາ, ສະຫາຍ ເລຂາທິການໃຫຍ່ ສີ ຈິ້ນຜິງ ໄປຢ້ຽມຢາມຕ່າງປະເທດ 42 ຄັ້ງ, ໄດ້ໄປເຖິງ 69 ປະເທດຂອງ 5 ທະວີບໃຫຍ່, ໄດ້ຕ້ອນຮັບປະມຸກຕ່າງປະເທດ ແລະ ຫົວຫນ້າລັດຖະບານ 100 ກວ່າທ່ານມາຢ້ຽມຢາມຈີນ ຊຶ່ງກວມເຖິງພາກພື້ນ, ປະເທດ ແລະ ອົງການຈັດຕັ້ງສາກົນທີ່ສຳຄັນ, ໄດ້ສ້າງຕາໜ່າງຄູ່ຮ່ວມມືຂອງຈີນໃນທົ່ວໂລກທີ່ຮອບດ້ານ ແລະ ໜັກແໜ້ນກວ່າເກົ່າແລະ ໄດ້ຮັບຄວາມເຄົາລົບນັບຖື, ການຮ່ວມມື ແລະ ມິດຕະພາບຈາກທົ່ວໂລກ. ພາຍໃຕ້ການນຳພາ ແລະ ການຊຸກຍູ້ໂດຍກົງຂອງ ສະຫາຍ ເລຂາທິການໃຫຍ່ ສີ ຈິ້ນຜິງ, ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດໄດ້ຮັບຄວາມຄືບໜ້າຕົວຈິງທັງ ລະຫວ່າງ ປະເທດ ແລະ ພາກພື້ນ, ທັງສອງຝ່າຍ ແລະ ຫຼາຍຝ່າຍ ແລະ ໃນທຸກຂະແໜງການທຸກທິດທາງ, ຂໍ້ລິເລີ່ມວ່າດ້ວຍການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ກາຍເປັນຜົນຜະລິດສາທາລະນະສາກົນ ແລະ ເວທີການຮ່ວມມືສາກົນທີ່ໄດ້ຮັບຄວາມນິຍົມຊົມຊອບຈາກທົ່ວໂລກ, ຂໍ້ລິເລີ່ມວ່າດ້ວຍການພັດທະນາທົ່ວໂລກ ແລະ ຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກໄດ້ສ້າງກຳລັງໃໝ່ໃຫ້ແກ່ການຮັບປະກັນສັນຕິພາບຂອງໂລກ ແລະ ຊຸກຍູ້ການພັດທະນາຮ່ວມກັນ. ໃນກອງປະຊຸມໃຫຍ່ ຄັ້ງທີ XX ຄັ້ງນີ້, ສະຫາຍເລຂາທິການໃຫຍ່ ສີ ຈິ້ນຜິງ ໄດ້ວາງແຜນຮອບດ້ານກ່ຽວກັບ “ການຊຸກຍູ້ສັນຕິພາບແລະ ການພັດທະນາຂອງໂລກ ແລະ ການສ້າງປະຊາຄົມຮ່ວມຊະຕາກຳຂອງມວນມະນຸດ”, ພວກຂ້າພະເຈົ້າຈະລົງເລິກຈັດຕັ້ງຜັນຂະຫຍາຍຈິດໃຈດັ່ງກ່າວ, ຊຸກຍູ້ວຽກງານການຕ່າງປະເທດໃນຖານະເປັນມະຫາປະເທດທີ່ມີສີສັນພິເສດຂອງຈີນໃນສະໄໝໃໝ່ ເພື່ອສ້າງສະພາບແວດລ້ອມພາຍນອກທີ່ດີໃຫ້ແກ່ການສ້າງປະເທດສັງຄົມນິຍົມທັນສະໄໝຮອບດ້ານ ແລະ ຊຸກຍູ້ຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງຊົນຊາດຈີນ.

ພວກຂ້າພະເຈົ້າ ດີໃຈທີ່ເຫັນວ່າ ພາຍໃຕ້ການນຳພາອັນໜັກແໜ້ນຂອງພັກ ແລະ ລັດຖະບານລາວ, ປະຊາຊົນລາວອ້າຍນ້ອງລົງເລິກຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ Ⅸ, ຮັບມືກັບພະຍາດໂຄວິດ-19 ແລະ ສິ່ງທ້າທາຍຕ່າງໆ ຢ່າງມີປະສິດທິຜົນ, ໄດ້ຮັກສາຄວາມໝັ້ນຄົງໃນສັງຄົມ, ຊຸກຍູ້ການພັດທະນາທາງດ້ານເສດຖະກິດ, ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ເສດຖະກິດເພີ່ມຂຶ້ນ 4,2% ໃນ 3 ໄຕມາດທໍ​າອິດ​ຂອງປີນີ້, ຄາດວ່າຈະສາມາດ ບັນລຸເປົ້າໝາຍເພີ່ມຂຶ້ນ 4,5% ໃນປີນີ້. ໃນເມື່ອເສດຖະກິດທົ່ວໂລກມີຄວາມເສື່ອມໂຊມລົງ ໝາກຜົນດັ່ງກ່າວແມ່ນຍາດມາໄດ້ບໍ່ງ່າຍ, ພວກຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ. ພ້ອມດຽວກັນນັ້ນ, ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ ມີຄວາມຄືບໜ້າຢ່າງຫນັກແຫນ້ນ, ພາຍຫຼັງທາງລົດໄຟຈີນ-ລາວ ເປີດນຳໃຊ້ເປັນຕົ້ນມາ ໄດ້ຂົນສົ່ງຜູ້ໂດຍສານກາຍໜຶ່ງລ້ານກັບ 50 ພັນ ເທື່ອຄົນ, ຂົນສົ່ງສິນຄ້າໜຶ່ງລ້ານຫົກແສນສິບພັນກວ່າໂຕນ, “8 ໂຄງການໃຫຍ່” ທີ່ຈີນຊ່ວຍເຫຼືອລາວສືບຕໍ່ກໍ່ສ້າງຢ່າງຕໍ່ເນື່ອງການສ້າງພື້ນຖານໂຄງລ່າງເພື່ອແກ້ໄຂຄວາມທຸກຍາກຢູ່ຊົນນະບົດ ສະຖາບັນເຕັກນິກອາຊີບທາງລົດໄຟ ແລະ ໂຄງການອື່ນໆ ໄດ້ສ້າງສຳເລັດຢ່າງເປັນລຳດັບ. ຝ່າຍຈີນຂໍສະແດງຄວາມຂອບອົກຂອບໃຈ ທີ່ຝ່າຍລາວຍາມໃດກໍສະໜັບສະໜູນ ຢ່າງໜັກແໜ້ນຕໍ່ຝ່າຍຈີນໃນເວທີຫຼາຍຝ່າຍ, ໄດ້ຢຶດໝັ້ນຫຼັກໝັ້ນຍຸດຕິທຳໃນບັນຫາໄຕ້ຫວັນ, ຊິ່ນຈ່ຽງ ແລະ ຮົງກົງ, ແລະຮັບປະກັນຄວາມຍຸຕິທຳ ແລະ ຄວາມເປັນທຳຮ່ວມກັນກັບຝ່າຍຈີນ. ບໍ່ວ່າສະພາບແວດລ້ອມສາກົນມີການປ່ຽນແປງແນວໃດກໍຕາມ, ຝ່າຍຈີນ ຍິນດີຮ່ວມກັນກັບພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ,ສືບຕໍ່ລົງເລິກການເຊື່ອມຕໍ່ທາງດ້ານຍຸດທະສາດ, ເປີດກວ້າງການຮ່ວມມືທີ່ເປັນຮູບປະທຳ, ເພື່ອຊຸກຍຸ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ ໃຫ້ກ້າວເຂົ້າສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ, ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງຊາດ ແລະ ທຳຄວາມພະຍາຍາມຢ່າງບາກບັ່ນເພື່ອຊຸກຍູ້ການພັດທະນາຂອງແຕ່ລະປະເທດ ແລະ ຮັກສາສັນຕິພາບແລະສະຖຽນລະພາບຂອງໂລກ.

ປະເທດຈີນໃນຍຸກປັດຈຸບັນ ແມ່ນປະເທດຊາດສວຍສົດງົດງາມ, ປະຊາຊົນມີຄວາມພູມໃຈ, ມີອະນາຄົດອັນກວ້າງໄກ. ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ ຄັ້ງ​ທີ XX ຂອງ​ພັກ​ກອມ​ມູ​ນິດ​ຈີນໄດ້​ຊີ້​​ທິດ​ທາງໃນການກ້າວໄປໜ້າ ​ແລະ ກໍານົດແນວທາງການການເຄື່ອນໄຫວເພື່ອພັດທະນາພາລະກິດຂອງພັກລັດ ແລະ ກ້າວໄປສູ່ເປົ້າໝາຍສູ້ຊົນ 100 ປີເຫດ​ການທີ 2 ໃນຍຸກໃໝ່ ແລະ ຂະບວນການໃໝ່. ປັດຈຸບັນ, ທົ່ວພັກທົ່ວກອງທັບ ກໍຄືປະຊາຊົນບັນດາເຜົ່າທົ່ວປະເທດຈີນພວມເລັ່ງລັດການຮໍ່າຮຽນຢ່າງຫ້າວຫັນເພື່ອປະຕິບັດຈິດໃຈຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ສາມັກຄີຢ່າງແໜ້ນແຟ້ນ ຢູ່ອ້ອມຂ້າງສູນກາງພັກກອມມູນິດຈີນ ໂດຍມີ ສະຫາຍ ສີ ຈິ້ນຜິງ ເປັນແກນກາງ, ໝັ້ນໃຈຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຮັກສາທາດແທ້ ແລະ ປະດິດສ້າງໃໝ່, ບຸກໜ້າບືນຕົວ, ກ້າວໄປຂ້າງໜ້າດ້ວຍຄວາມກ້າຫານ ແລະ ທໍລະຫົດອົດທົນ, ຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງຊົນຊາດຈີນດ້ວຍຄວາມທັນສະໄໝແບບຈີນຢ່າງຮອບດ້ານ ເພື່ອຍາດເອົາໄຊຊະນະໃໝ່ໃນການສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ. ໃນຂະບວນການກ້າວໄປຂ້າງໜ້າ, ພວກເຮົາຍິນດີຈະສືບຕໍ່ຮ່ວມກັບພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ, ຮ່ວມກັນຊຸກຍູ້ໃນການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ, ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງປະເທດ ເພື່ອເປັນການປະກອບສ່ວນເຂົ້າໃນການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

ຂໍຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ຢ່າງສຸດໃຈ.

ຂໍອວຍພອນຢ່າງຈິງໃຈຕໍ່ພາລະກິດກໍ່ສ້າງສັງຄົມນິຍົມຂອງ ສອງພັກ ສອງລັດ ແລະ ປະຊາ

ຊົນສອງຊາດລາວ-ຈີນ ຈົ່ງໄດ້ຮັບໄຊຊະນະອັນໃໝ່ ແລະ ໃຫຍ່ຫຼວງກວ່າເກົ່າ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version