Home ຂ່າວໜ້າໜຶ່ງ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ່ XX ຂອງພັກກອມມູນິດຈີນ

ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ່ XX ຂອງພັກກອມມູນິດຈີນ

0

ບັນດາຜູ້ຕາງຫນ້າທູດຕານຸທູດ, ນັກຊ່ຽວຊານໃນຫລາຍສາຂາ ແລະ ສື່ມວນຊົນທັງຢູ່ພາຍໃນປະເທດຈີນ ແລະ ຕ່າງປະເທດ ຫລາຍຮ້ອຍຄົນຈາກເກືອບ 80 ປະເທດທົ່ວໂລກ ໄດ້ເຂົ້າຮ່ວມກອງປະຊຸມທີ່ສະຖາບັນຄົ້ນຄວ້າປະຫວັດສາດ ແລະ ປະມວນເອກະສານຂອງພັກກອມມູນິດຈີນ ຮ່ວມກັບສໍານັກຂ່າວຊິນຮວາຂອງຈີນ ຈັດຂຶ້ນຢູ່ຫໍພິພິດຕະພັກພັກກອມູນິດຈີນ ທີ່ນະຄອນຫລວງປັກກິ່ງ ໃນວັນທີ 2 ພະຈິກ 2022 ໂດຍຜ່ານທັງລະບົບເຊີ່ງຫນ້າ ແລະ ອອນລາຍ ພາຍໃຕ້ຫົວຂໍ້: “ເຂົ້າໃຈກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ”.

ທ່ານ Qu Qingshan, ປະທານສະຖາບັນຄົ້ນຄວ້າປະ ຫວັດສາດ ແລະ ປະມວນເອກະສານພັກກອມມູນິດຈີນ ໄດ້ກ່າວເປີດກອງປະຊຸມ, ພ້ອມທັງຍົກໃຫ້ເຫັນຜົນສໍາເລັດໂດຍລວມຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ທີ່ຈັດຂຶ້ນດ້ວຍຜົນສໍາເລັດຢ່າງສະຫງ່າງາມໃນລະຫວ່າງວັນທີ 11-22 ຕຸລາຜ່ານມານີ້ ຊຶ່ງຖືເປັນເຫດການການເມືອງທີ່ສຳຄັນໃນປະທຫວັດສາດຍຸກໃໝ່ຂອງພັກ ແລະ ປະຊາຊົນຈີນ, ສະແດງໃຫ້ເຫັນຢ່າງເດັ່ນຊັດເຖິງຂີດໝາຍໃໝ່ແຫ່ງການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງຂອງພັກ, ຄວາມເປັນເອກະພາບ, ຄວາມຕັດສິນໃຈອັນສູງສົ່ງຂອງທົ່ວພັກ ເພື່ອສືບຕໍ່ແບກຫາບພາລະກຳປະຫວັດສາດໃນການສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກສະໄໝໃໝ່ໃຫ້ປະກົດຜົນເປັນຈິງຕາມຄາດໝາຍທີ່ວາງໄວ້.

ຜົນສໍາເລັດຂອງກອງປະຊຸມດັ່ງກ່າວ ແມ່ນໝາກຜົນລວມຍອດໃນຕະຫຼອດໄລຍະຜ່ານມາ ພາຍໃຕ້ການນໍາພາຂອງພັກກອມມູນິດຈີນທີ່ມີ ທ່ານເລຂາທິການໃຫຍ່ ສີ ຈິ້ນຜິງ ເປັນແກນກາງ ໄດ້ນຳພາປະຊາຊົນຈີນ ຍາດໄດ້ຜົນສຳເລັດອັນຍິ່ງໃຫຍ່, ຮອບດ້ານ, ກ້າວກະໂດດ ແລະ ມະຫັດສະຈັນໃນພາລະກິດສ້າງສັງຄົມນິຍົມທີ່ມີສີ ສັນພິເສດຂອງຈີນ; ພ້ອມນີ້ ທ່ານໄດ້ຍົກໃຫ້ເຫັນມະຕິຂອງກອງປະຊຸມໃຫຍ່ທີ່ໄດ້ກຳນົດບັນດາທິດນຳຍຸດທະສາດ, ແນວທາງນະໂຍບາຍໃໝ່ ແລະ ວິໄສທັດທີ່ກວ້າງໄກ ເພື່ອຮັບປະກັນການກ້າວເດີນໄປຂ້າງໜ້າຢ່າງໜັກແໜ້ນ ຂອງປະຊາຊົນຈີນ ພາຍໃຕ້ການນໍາພາອັນຖືກຕ້ອງ ແລະ ສະ ຫຼາດສ່ອງໃສຂອງພັກກອມມູນິດຈີນ.

ຫລັງຈາກນັ້ນ, ບັນດາຜູ້ຊ່ຽວຊານໃນຫລາກຫລາຍສາຂາ ທັງຢູ່ພາຍໃນປະເທດຈີນ ແລະ ຕ່າງປະເທດ ລວມທັງຫມົດເກືອບ 20 ທ່ານ ໄດ້ຜັດປ່ຽນກັນຂຶ້ນປະກອບຄໍາເຫັນ ໂດຍໄດ້ຕີລາ ຄາກ່ຽວກັບຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ເຊີ່ງເປັນກອງປະຊຸມທີ່ບໍ່ສະເພາະແຕ່ມີຄວາມຫມາຍສໍາຄັນຕໍ່ພັກກອມມູນິດຈີນ ກໍຄື ປະເທດຈີນ ເທົ່ານັ້ນ, ແຕ່ຍັງສ້າງຄວາມສົນໃຈ ແລະ ເປັນທີ່ຕິດຕາມຂອງທົ່ວໂລກ.

ບັນດາຊ່ຽວຊານ ໄດ້ສະແດງຄວາມຊົມເຊີຍຕໍ່ການພັດທະນາຢ່າງຮອບດ້ານຂອງຈີນ, ພາຍໃຕ້ການນໍາພາຂອງພັກກອມມູນິດຈີນ ເສດຖະກິດ- ສັງຄົມຂອງຈີນ ເຕີບໃຫຍ່ຂະຫຍາຍຕົວ ຢ່າງຕໍ່ເນື່ອງໃນທຸກດ້ານ ເຮັດໃຫ້ຈີນກາຍເປັນປະເທດທີ່ມີເສດຖະກິດຂະຫຍາຍຕົວ ໃຫຍ່ເປັນອັນດັບທີ 2 ຂອງໂລກ ແລະ ເປັນຄູ່ຄ້າທີ່ສໍາຄັນຂອງຫລາຍປະເທດທົ່ວໂລກ, ຈີນສາມາດແກ້ໄຂຄວາມທຸກຍາກຂອງປະຊາຊົນພາຍໃນປະ ເທດເກືອບ 100 ລ້ານຄົນໄດ້ໃນເວລາບໍ່ດົນຢ່າງມະຫັດ ສະຈັນ, ຂໍ້ລິເລີ່ມຫນຶ່ງແລວ ຫນຶ່ງເສັ້ນທາງຂອງຈີນ ໄດ້ຮັບຄວາມນິຍົມຊົມຊອບຈາກທົ່ວໂລກ ເຊີ່ງປັດຈຸບັນ ມີຫລາຍກວ່າ 140 ປະເທດ ແລະ ອົງການຈັດຕັ້ງເຂົ້າຮ່ວມ. ຂະນະດຽວກັນ ຈີນ ແມ່ນປະເທດຫນຶ່ງທີ່ໃຫ້ການຊ່ວຍ ເຫລືອຕ່າງ ປະເທດຢ່າງຕໍ່ເນື່ອງ ທັງດ້ານໄພພິບັດທາງທໍາມະຊາດ, ພະຍາດລະບາດ ແລະ ອື່ນໆ ເຮັດໃຫ້ມາຮອດປັດຈຸ ບັນ ຊື່ສຽງ, ຖານະບົດບາດ ແລະ ອິດທິພົນຂອງຈີນນັບມື້ສູງເດັ່ນຂຶ້ນໃນເວທີສາກົນ ກໍຄື ທົ່ວໂລກ.

ນອກຈາກນີ້, ບັນດາຜູ້ຊ່ຽວຊານ ຕ່າງສະແດງຄວາມເຊື່ອຫມັ້ນວ່າ ພາຍໃຕ້ການນໍາພາຂອງພັກກອມມູນິດຈີນ ໂດຍມີ ທ່ານ ສີ ຈິ້ນຜິງ ເປັນແກນກາງ, ຈີນ ຈະປະສົບຜົນສໍາເລັດໃນການປະຕິບັດເປົ້າຫມາຍ 100 ປີ ເຫດການທີ 2 ກໍຄື ທຸກຄາດຫມາຍທີ່ວາງໄວ້ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ເຊີ່ງຈະເຮັດໃຫ້ພາລະກິດສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນປະສົບຜົນສໍາເລັດຕາມເປົ້າຫມາຍທີ່ວາງໄວ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version