Home ຂ່າວໜ້າໜຶ່ງ ມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ

ມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ

0

ມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ທີ່ໄດ້ຄົ້ນພົບຈາກການປະຕິບັດງານຮ່ວມພາກສະໜາມຂອງຄະນະວິຊາການ ລາວ-ອາເມຣິກາ ໃນການສໍາຫຼວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ຄັ້ງທີ 5 ປະຈໍາສົກປີ 2021-2022 ຢູ່ເຂດເມືອງແປກ ແລະ ເມືອງຄໍາ, ແຂວງຊຽງຂວາງ.

ພິ​ທີ​ມອບ-ຮັບ ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 2 ພະ​ຈິກ 2022 ທີ່​ສະ​ໜາມ​ບິນ​ສາ​ກົນ​ວັດ​ໄຕ, ທ່ານ ບຸນເຫຼືອ ພັນດານຸວົງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຜູ້ຊີ້ນໍາວຽກງານສໍາຫຼວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ໄດ້ຕາງໜ້າໃຫ້ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນກຽດເຂົ້າຮ່ວມ ພ້ອມທັງໄດ້ກ່າວມອບ ແລະ ທ່ານ ປີ​ເຕີ ເຮມອນ (Dr. Peter Haymond), ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ປະຈໍາ ສປປ ລາວ ໄດ້ຕາງໜ້າໃຫ້ແກ່ລັດຖະບານ ສະຫະລັດ ອາເມຣິກາ ກ່າວຮັບ, ມີ​ພາກ​ສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການປະຕິບັດງານຂອງຄະນະວິຊາການຮ່ວມໃນຄັ້ງນີ້ ໄດ້ຄົ້ນພົບສິ່ງເສດເຫຼືອຂອງທະຫານອາເມຣິກາ ຈໍານວນ 2 ກໍລະນີ ຢູ່ເຂດບ້ານຄັງໄຂ ເມືອງແປກ ແລະ ເຂດບ້ານບານ ເມືອງຄໍາ ແຂວງຊຽງຂວາງ. ບົນຈິດໃຈແຫ່ງການປະຕິບັດນະໂຍບາຍມະນຸດສະທໍາອັນສະເໝີຕົ້ນສະເໝີປາຍຂອງລັດຖະບານ ແຫ່ງ ສປປ ລາວ, ຄະນະວິຊາການຮ່ວມ ລາວ-ອາເມຣິກາ ໄດ້ຮ່ວມມືກັນດໍາເນີນການສໍາຫຼວດ ແລະ ຂຸດຄົ້ນ ເພື່ອຊອກຄົ້ນຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ແຕ່ເໜືອຕະຫຼອດໃຕ້ ໃນຂອບເຂດທົ່ວປະເທດ ແລະ ໃຊ້ເວລາເກືອບສີ່ສິບປີມາແລ້ວ. ຕະຫຼອດໄລຍະເວລາແຫ່ງການຮ່ວມມືດັ່ງກ່າວນັ້ນ, ຄະນະວິຊາການສອງຝ່າຍໄດ້ຮັບການສະໜັບສະໜູນ ແລະ ຊ່ວຍເຫຼືອຈາກເຈົ້າໜ້າທີ່ທ້ອງຖິ່ນທີ່ກ່ຽວຂ້ອງ ກໍຄື ປະຊາຊົນໃນຂົງເຂດທີ່ດໍາເນີນການສໍາຫຼວດ ແລະ ຂຸດຄົ້ນຢ່າງຕັ້ງໜ້າ ຕາມເງື່ອນໄຂ ແລະ ຄວາມອາດສາມາດຕົວຈິງຂອງຕົນ ຈຶ່ງເຮັດໃຫ້ການຮ່ວມມືສອງຝ່າຍດ້ານນີ້ ໄດ້ຮັບຜົນສໍາເລັດເປັນທີ່ໜ້າເພິ່ງພໍໃຈຕະຫຼອດມາ ແລະ ເປັນປັດໄຈໜຶ່ງທີ່ສໍາຄັນໃນການຊຸກຍູ້ ແລະ ສົ່ງເສີມການພົວພັນຮ່ວມມືໃນດ້ານຕ່າງໆ ລະຫວ່າງ ລາວ ແລະ ອາເມຣິກາ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງຂຶ້ນ.

ຜ່ານການປະຕິບັດງານຮ່ວມສອງຝ່າຍ ລາວ-ອາເມຣິກາ ໄລຍະຜ່ານມາ ສາມາດຄົ້ນພົບສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ໄດ້ຢັ້ງຢືນ ແລະ ສົ່ງມອບໃຫ້ຝ່າຍອາເມຣິກາແລ້ວ ຈຳນວນ 288 ຄົນ ໃນຈໍານວນຜູ້ຫາຍສາບສູນທັງໝົດ 573 ຄົນ ຫຼື ຫຼາຍກວ່າ 50% ແລະ ຍັງອີກ 285 ຄົນ ທີ່ຈໍາເປັນຈະຕ້ອງໄດ້ສືບຕໍ່ມີການສໍາຫຼວດ ແລະ ຂຸດຄົ້ນຕໍ່ໄປ.

ຂ່າວ: ກະ​ຊວງ​ການ​ຕ່າງ​ປະ​ເທດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version