Home ບຸນປະເພນີ ບໍລິສັດໄຟຟ້າຫົງສາ ຈໍາກັດ ຮ່ວມກັບເມືອງຫົງສາ ຈັດງານຖອດຖວາຍກອງກັນຖິນສາມັກຄີ ປະຈໍາປີ 2022

ບໍລິສັດໄຟຟ້າຫົງສາ ຈໍາກັດ ຮ່ວມກັບເມືອງຫົງສາ ຈັດງານຖອດຖວາຍກອງກັນຖິນສາມັກຄີ ປະຈໍາປີ 2022

0

ໃນວັນທີ 1 ພະຈິກ ນີ້ ບໍລິສັດໄຟຟ້າຫົງສາ ຈໍາກັດ ຮ່ວມກັບເມືອງຫົງສາ ຈັດງານຖອດຖວາຍກອງກັນຖິນສາມັກຄີປະຈໍາປີ 2022 ທີ່ວັດທົ່ງສວນແຖນນາຣາມ ບ້ານສີບຸນເຮືອງ ເມືອງຫົງສາ ແຂວງໄຊຍະບູລີ ຊຶ່ງຈັດຂຶ້ນເປັນປະຈໍາທຸກປີ ເລີ່ມຕັ້ງແຕ່ປີ 2016 ຈັດຂຶ້ນທີ່ວັດແທ່ນຄໍາ ບ້ານແທ່ນຄໍາ, ປີ 2017 ຈັດທີ່ວັດສີມຸງຄຸນ ບ້ານສີມຸງຄຸນ, ປີ 2018 ຈັດທີ່ວັດບ້ານຫານ ບ້ານເມືອງຫານ, ປີ 2019 ຈັດທີ່ວັດສີບຸນເຮືອງ ບ້ານສີບຸນເຮືອງ, ປີ 2020 ຈັດທີ່ວັດຈອມແຈ້ງ ບ້ານຈອມແຈ້ງ, ປີ 2021 ຈັດທີ່ວັດວຽງແກ້ວ ບ້ານວຽງແກ້ວ ແລະ ປີ 2022 ເປັນປີທີ່ 7 ຈັດຂຶ້ນ ທີ່ວັດທົ່ງສວນແຖນນາຣາມ ບ້ານສີບຸນເຮືອງ.

ໃນປີ 2022 ນີ້ ຈໍານວນປັດໄຈຈາກພຸດສາສະນິກະຊົນຕະຫຼອດເຖິງຜູ້ມີຈິດສັດທາທັງພາຍໃນ ແລະ ພາຍນອກໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ ເປັນເງິນຈໍານວນ 190.375.500 ກີບ, 313.291 ບາດ ແລະ 2 ໂດລາ ເງິນທັງໝົດທີ່ໄດ້ຮັບຈະນໍາໄປກໍ່ສ້າງພຣະພຸດທະຮູບອົງໃຫຍ່ຂຶ້ນໃໝ່ ແລະ ບູລະນະປະຕິສັງຂອນສິ່ງສັກສິດ ທີ່ພູທາດຫຼັກເມືອງ ພ້ອມສິ່ງທີ່ຈໍາເປັນຕ່າງໆ ໃຫ້ມີຄວາມຍືນຍົງຖາວອນ.

(ຂ່າວ:ບໍລິສັດໄຟຟ້າຫົງສາຈໍາກັດ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version