Home ບຸນປະເພນີ ປະທານ ສນຊ ເຂົ້າຮ່ວມພິທີໃສ່ບາດ ໃນວັນບຸນອອກພັນສາ ປະຈໍາປີ ພ.ສ 2565

ປະທານ ສນຊ ເຂົ້າຮ່ວມພິທີໃສ່ບາດ ໃນວັນບຸນອອກພັນສາ ປະຈໍາປີ ພ.ສ 2565

0

ເນື່ອງໃນໂອກາດວັນບຸນອອກພັນສາ ປະວໍລະນາ, ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີໃສ່ບາດ ແລະ ຖວາຍສັງຄະທານ ທີ່ວັດລັດຕະນະວະນາຣາມ ບ້ານນາໂງມເກົ່າ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ມີການນຳຂອງນະຄອນຫຼວງວຽງຈັນ, ການນຳຂອງເມືອງ ຕະຫຼອດຮອດພໍ່ແມ່ປະຊາຊົນຊາວເມືອງໄຊທານີ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ຄຳວ່າ ອອກພັນສານັ້ນ ໄດ້ແກ່ການອະນຸຍາດ ໃຫ້ພະພິກຂຸສົງ ອອກຈາກເຂດຈຳກັດ ຫຼັງຈາກການ ເຂົ້າຈໍາພັນສາຄົບ 3 ເດືອນ ເພື່ອອອກໄປປະຕິບັດໜ້າທີ່ ຢູ່ບ່ອນອື່ນໄດ້ ເອີ້ນອີກຢ່າງໜຶ່ງວ່າ: ການອອກຈາກລະດູຝົນ. ເມື່ອເຖິງມື້ຂຶ້ນ 14 ຄ່ຳ ຂອງເດືອນ 11 ຊາວພຸດທັງຫຼາຍ ພາກັນຈັດຫາວັດຖຸທານຕ່າງໆ ມາໄວ້ຖວາຍທານ ຕາມກຳລັງສັດທາຂອງຕົນ. ເມື່ອເຖິງມື້ເພັງ 15 ຄ່ຳ ເດືອນ 11 ຕອນເຊົ້າ ມວນຊົນຊາວພຸດກໍມາເຕົ້າໂຮມກັນຖວາຍຂອງທານທີ່ໄດ້ກະກຽມໄວ້ ດ້ວຍການຕັກບາດຢູ່ໃນວັດ ພ້ອມທັງຖວາຍຜ້າຈີວອນ ຫຼື ຜ້າຈຳນຳພັນສາໃຫ້ແກ່ພະພິກຂຸສົງ.

(ຂ່າວ-ພາບ: ສນຊ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version