Home ບຸນປະເພນີ ເຂົ້າຫຼາມປີ້ງໄກ່ ເປັນສິນຄ້າເອກະລັກໃນງານບຸນ

ເຂົ້າຫຼາມປີ້ງໄກ່ ເປັນສິນຄ້າເອກະລັກໃນງານບຸນ

0

ເຂົ້າຫຼາມປີ້ງໄກ່ເປັນອີກໜຶ່ງສິນຄ້າທີ່ເປັນເອກະລັກໃນງານບຸນຕ່າງໆ ແລະ ຂາດບໍ່ໄດ້ຖ້າມີງານບຸນກໍຕ້ອງມີເຂົ້າຫຼາມປີ້ງໄກ່ ທີ່ປະຊາຊົນ ກໍຄືຊາວຄ້າຂາຍນຳມາວາງຂາຍໃນເທດສະການງານບຸນປະເພນີໃຫຍ່ສຳຄັນຕ່າງໆ ໂດຍສະເພາະບຸນອອກພັນສາປະວໍຣະນາ-ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ນະຄອນຫຼວງວຽງຈັນ (ນວ). ປີນີ້, ເຫັນວ່າປະຊາຊົນຈຳນວນຫຼາຍນຳເອົາເຂົ້າຫຼາມ-ປີ້ງໄກ່ມາວາງຂາຍ ຢູ່ລຽບຕາມສອງຟາກທາງເບື້ອງແຄມຂອງສວນເຈົ້າອະນຸວົງຢ່າງຄຶກຄື້ນ.

ທ່ານ ນາງ ລັບ ປະຊາຊົນ ບ້ານຊາຍ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ກ່າວວ່າ: ຕົນເອງເປັນຜູ້ໜຶ່ງທີ່ນຳເຂົ້າຫຼາມ-ປີ້ງໄກ່ ມາວາງຂາຍຢູ່ໃນງານບຸນ ຢູ່ທ່າວັດຈັນທຸກໆປີ ຊຶ່ງປີຜ່ານມາມີການລະບາດຂອງພະຍາດໂຄວິດ-19 ຈຶ່ງບໍ່ໄດ້ມີໂອກາດນຳສິນຄ້າດັ່ງກ່າວມາຂາຍ, ຫຼັງຈາກການລະບາດຂອງພະຍາດໂຄວິດ-19 ໄດ້ຫຼຸດລົງແລ້ວ, ໃກ້ຈະຮອດມື້ບຸນດັ່ງກ່າວ ກໍໄດ້ຍິນຂ່າວວ່າປີນີ້ ຈະມີງານບຸນອອກພັນສາປະວໍຣະນາ-ຊ່ວງເຮືອ ຂຶ້ນຢູ່ທ່າວັດຈັນຢ່າງຄຶກຄື້ນ ແລະ ຍິ່ງໃຫຍ່, ຕົນເອງກໍມີຄວາມດີໃຈຫຼາຍຈຶ່ງໄດ້ຫ້າງຫາກະກຽມຊື້ເຂົ້າຫຼາມ-ປີ້ງໄກ່ ເພື່ອນຳມາວາງຂາຍ ເພາະເປັນອາຫານສັນຍາຫຼັກຂອງຄົນລາວທີ່ຂາດບໍ່ໄດ້ໃນງານບຸນ ພ້ອມໃຫ້ແຂກທັງພາຍໃນ ແລະ ຕ່າງປະເທດ ໄດ້ຮັບປະທານອາຫານລາວທີ່ປຸງແຕ່ງດ້ວຍສີມືຄົນລາວ ແລະ ສາມາດຊື້ຕິດໄມ້ ຕິດມືກັບບ້ານ. ສໍາລັບເຂົ້າຫຼາມທີ່ນຳມາວາງຂາຍໃນງານບຸນຄັ້ງນີ້ ມື້ໝຶ່ງມີປະມານ 100-200 ບັ້ງ, ໃນລາຄາເລີ່ມຕົ້ນບັ້ງລະ 10.000 ກີບ ຫາ 30.000 ກີບ. ສໍາລັບປີນີ້ ລາຄາຂ້ອນຂ້າງສູງ ເນື່ອງຈາກເຂົ້າ, ນ້ຳຕານ, ກະທິໝາກພ້າວທີ່ນຳມາປຸງແຕ່ງກໍລ້ວນແຕ່ມີລາຄາສູງຂຶ້ນ ແຕ່ກໍໄດ້ຂາຍໝົດທຸກມື້.

ປະຊາຊົນທີ່ນຳເອົາເຂົ້າຫຼາມ-ປີ້ງໄກ່ມາວາງຂາຍກໍລ້ວນແຕ່ຮູ້ສຶກດີໃຈທີ່ໄດ້ນຳເອົາສິນຄ້າປະເພດເຂົ້າຫຼາມ-ປີ້ງໄກ່ມາວາງຂາຍໃນງານບຸນຄັ້ງນີ້, ເພາະເຂົ້າຫຼາມປີ້ງໄກ່ເປັນເອກະລັກຂອງງານບຸນກໍວ່າໄດ້ ແລະ ຍັງເປັນອາຫານທີ່ຂາດບໍ່ໄດ້ໃນງານບຸນປະເພນີ, ມີງານບຸນຕ້ອງມີເຂົ້າຫຼາມ-ປີ້ງໄກ່. ປີນີ້, ເຫັນວ່າຜູ້ມາທ່ຽວງານບຸນທັງພາຍໃນ ແລະ ຕ່າງປະເທດ ເປັນຈຳນວນຫຼາຍໃຫ້ຄວາມສົນໃຈຢາກຊີມ, ຮັບປະທານ ແລະ ຊື້ໄປເປັນຂອງຕ້ອນ ຂອງຝາກຕິດໄມ້ຕິດມື້ກັບບ້ານ.

ໂດຍ: ວັນເພັງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version