Home ບຸນປະເພນີ ມວນຊົນເຂົ້າຮ່ວມໄຫຼເຮືອໄຟ ແລະ ລອຍກະໂທງ ທີ່ ທ່າວັດຈັນ ນວ ຢ່າງຄຶກຄື້ນ

ມວນຊົນເຂົ້າຮ່ວມໄຫຼເຮືອໄຟ ແລະ ລອຍກະໂທງ ທີ່ ທ່າວັດຈັນ ນວ ຢ່າງຄຶກຄື້ນ

0

ໃນມື້ເພັງຂຶ້ນ 15 ຄໍ່າ ເດືອນ 11 ຂອງທຸກໆປີ ແມ່ນມື້ບຸນອອກພັນສາປະວໍຣະນາ ແລະ ໃນຄໍ່າຄືນນີ້ເອງຢູ່ຕາມສະຖານທີ່ຕ່າງໆ ທີ່ມີຄວາມເໝາະສົມກໍມີພິທີລອຍກະໂທງ, ໄຫຼເຮືອໄຟ ຕາມຮີດຄອງປະເພນີ ແລະ ຄວາມເຊື່ອຂອງຊາວພຸດ ເພື່ອປັດເປົ່າສິ່ງບໍ່ດີບໍ່ງາມອອກຈາກຊີວິດຂອງຕົນ ແລະ ຄົນໃນຄອບຄົວ ເພື່ອໃຫ້ຢູ່ເຢັນເປັນສຸກ ເປັນສິຣິມຸງຄຸນແກ່ຊີວິດ.

ໃນຄ່ຳຄືນມື້ເພັງຂຶ້ນ 15 ຄ່ຳ ເດືອນ11 ທີ່ ແຄມຂອງ ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ກໍເປັນໜຶ່ງສະຖານທີ່ ໄດ້ຈັດພິທີລອຍກະໂທງ, ໄຫຼເຮືອໄຟ ຊຶ່ງມີມວນຊົນ ຊາວນະຄອນຫຼວງວຽງຈັນກໍຄືມວນຊົນທັງພາຍໃນ ແລະ ຕ່າງປະເທດ ເປັນຈຳນວນຫຼາຍໃຫ້ຄວາມສົນໃຈເຂົ້າໄປທ່ຽວ ແລະ ເຮັດກິດຈະກຳດັ່ງກ່າວຢ່າງຄຶກຄື້ນ ຕາມຮີດຄອງປະເພນີເຄີຍປະຕິບັດສືບທອດກັນມາຈົນຮອດປັດຈຸບັນ ແລະ ຍັງເປັນຄວາມເຊື່ອຂອງຊາວພຸດສະນິກະຊົນວ່າ: ການລອຍກະໂທງ, ໄຫຼເຮືອໄຟ, ການປ່ອຍໂຄມໄຟ ໃນມື້ດັ່ງກ່າວຈະປັດເປົ່າສິ່ງບໍ່ດີບໍ່ງາມອອກຈາກຊີວິດຂອງຕົນ ແລະ ຈະເປັນການເສີມບາລະມີອັນເປັນສິຣິມຸງຄຸນໃຫ້ແກ່ຊີວິດຕື່ມອີກ.

ສຳລັບ ການໄຫຼເຮືອໄຟ ຍັງເປັນການສືບສານຕຳນານ ບຸນອອກພັນສາປະວໍຣະນາ ທີ່ຈັດຂຶ້ນທຸກໆປີ ເປັນການອະນຸລັກ ຮັກສາວິຖີດຳລົງຊີວິດ ຂອງປະຊາຊົນລາວກໍຄືຊາວພຸດ ຕັ້ງແຕ່ບູຮານນະການ ໃຫ້ຄົນຮຸ່ນຫຼັງໄດ້ສືບສານ, ຮຽນຮູ້ ແລະ ສ້າງຄວາມສຳນຶກ, ພາກພູມໃຈໃນຄວາມເປັນລາວ ຕິດພັນກັບງານບຸນປະເພນີລາວ, ວັດທະນະທຳອັນດີງາມຂອງຊາດເຮົາຕະຫຼອດໄປ ທີ່ໄດ້ຢຶດຖືປະຕິບັດຢ່າງເປັນປົກກະຕິໃນແຕ່ລະປີ, ອີກດ້ານໜຶ່ງກໍເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວ ໃຫ້ມີຫຼາກຫຼາຍກິດຈະກຳ, ສ້າງບັນຍາກາດດ້ານການທ່ອງທ່ຽວ ໃຫ້ກັບຄືນສູ່ສະພາບໃໝ່ທີ່ດີຂຶ້ນພາຍຫຼັງທີ່ລັດຖະບານໄດ້ມີນະໂຍບາຍ ເປີດຕ້ອນຮັບນັກທ່ອງທ່ຽວ ໃນຕົ້ນປີ 2022 ເປັນຕົ້ນມາ.

ໂດຍ: ວັນເພັງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version