Home ຂ່າວຕ່າງປະເທດ ຈີນ ຈະປະກອບສ່ວນພະລັງທາງບວກ ໃຫ້ກັບການເຕີບໂຕຂອງເສດຖະກິດໂລກ

ຈີນ ຈະປະກອບສ່ວນພະລັງທາງບວກ ໃຫ້ກັບການເຕີບໂຕຂອງເສດຖະກິດໂລກ

0

ຂ່າວສານຊີອາໄອລາຍງານ ເມື່ອທ້າຍອາທິດທີ່ຜ່ານມານີ້, ທ່ານນາງ ໝາວໜິງ ໂຄສົກກະຊວງການຕ່າງປະເທດຈີນ ໄດ້ແນະນຳສະພາບການປະກອບສ່ວນຂອງຈີນເຂົ້າໃນການເຕີບໂຕຂອງເສດຖະກິດໂລກໃນເກືອບ 10 ປີຜ່ານມານີ້ ໂດຍກ່າວວ່າ ປະເທດຈີນຈະປະກອບສ່ວນພະລັງທາງບວກຫຼາຍກວ່າເກົ່າເຂົ້າໃນການເຕີບໂຕທີ່ແຂງແຮງ ແບບຍືນຍົງ ດຸ່ນດ່ຽງ ແລະ ແບບເປີດກວ້າງຂອງເສດຖະກິດໂລກ.

ອີງຕາມບົດລາຍງານທີ່ອົງການສະຖິຕິແຫ່ງຊາດຈີນເຜີຍແຜ່ຫວ່າງມໍ່ໆນີ້, ອັດຕາປະກອບສ່ວນສະເລ່ຍຂອງຈີນເຂົ້າໃນການເຕີບໂຕຂອງເສດຖະກິດໂລກໃນເກືອບ 10 ປີຜ່ານມານີ້ເປັນອັນດັບໜຶ່ງຂອງໂລກ. ໂດຍຢູ່ຕໍ່ໜ້າຄວາມບໍ່ໝັ້ນຄົງ ແລະ ຄວາມບໍ່ແນ່ນອນຂອງສະພາບການເສດຖະກິດໂລກໄດ້ເພີ່ມຂຶ້ນໂດຍສະເພາະແມ່ນພາຍໃຕ້ຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19, ເສດຖະກິດຈີນໄດ້ຮັກສາການເຕີບໂຕຢ່າງໝັ້ນທ່ຽງໂດຍໄດ້ປະກອບສ່ວນອັນຕັ້ງໜ້າເຂົ້າໃນການຟື້ນຟູຂອງເສດຖະກິດໂລກ.

ທ່ານນາງ ໝາວໜິງ ໃຫ້ຮູ້ວ່າ: ໃນເກືອບ 10 ປີມານີ້, ອັດຕາການເຕີບໂຕທີ່ຄິດສະເລ່ຍຂອງເສດຖະກິດຈີນແມ່ນ 6,6% ຊຶ່ງຢູ່ແຖວໜ້າຂອງປະເທດເສດຖະກິດຕົ້ນຕໍຂອງໂລກ, ຫຼາຍກວ່າລວມຍອດອັດຕາການປະກອບສ່ວນຂອງປະເທດກຸ່ມ G7. ໃນປີ 2021 ທີ່ຜ່ານມາ, ລວມຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງຈີນກວມອັດຕາສ່ວນລວມຍອດເສດຖະກິດຂອງໂລກມີເຖິງ 18,5%. ຍອດມູນຄ່າການຄ້າພາຍນອກຂອງຈີນເມື່ອປີ 2021 ແມ່ນ 6.900 ຕື້ິໂດລາ ເມື່ອທຽບກັບ 10 ປີກ່ອນໄດ້ເພີ່ມຂຶ້ນ 56,8%, ຈີນເປັນປະເທດເສດຖະກິດໃຫຍ່ອັນດັບສອງ ແລະ ເປັນປະເທດການຄ້າໃຫຍ່ອັນດັບໜຶ່ງຂອງໂລກຢ່າງໝັ້ນທ່ຽງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version