Home ຂ່າວພາຍໃນ ກອງພັນ 432 ທະຫານແຂວງວຽງຈັນ ເປີດຂະບວນການກໍ່ສ້າງກົມກອງ 3 ປອດ

ກອງພັນ 432 ທະຫານແຂວງວຽງຈັນ ເປີດຂະບວນການກໍ່ສ້າງກົມກອງ 3 ປອດ

0

ໃນວັນທີ 19 ສິງຫາ 2022 ນີ້, ກອງພັນ 432 ທະຫານແຂວງວຽງຈັນ, ໄດ້ເປີດຂະບວນການແຂ່ງຂັນສ້າງກົມກອງປອດໃສ,ປອດໄພ,ປອດຄະດີ ປະຈຳ ປີ 2022-2025, ໂດຍການເປັນປະທານຂອງສະຫາຍ ພັນໂທ ເພັດສະໄໝ ໄຊຍະຄໍາ ຮອງເລຂາຄະນະພັກຮາກຖານຫົວຫນ້າການທະຫານກອງພັນ 432 ທະຫານແຂວງວຽງຈັນ, ມີຄະນະພັກ-ຄະນະບັນຊາ,ພະນັກງານ-ນັກຮົບເຂົ້າ.​ ສະຫາຍ ພັນຕີ ບຸນສີ ປັນຍາສິດ ຄະນະພັກຮາກຖານ ຮອງການເມືອງກອງພັນ 432 ໄດ້ຂື້ນຜ່ານແຜນການສ້າງກົມກອງ​ ປອດໃສ, ປອດໄພ, ປອດຄະດີ, ອິງຕາມຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການສ້າງກົມກອງປອດໃສ, ປອດໄພ, ປອດຄະດີ ທົ່ວກອງທັບ, ເພື່ອສຶກສາອົບຮົມທາງດ້ານການເມືອງແນວຄິດໃຫ້ນາຍ ແລະ ພົນທະຫານມີແນວຄິດການເມືອງປອດໃສ ໜັກແໜ້ນ ມີຄວາມສັດຊື່ບໍລິສຸດ, ມີຄວາມຈົ່ງຮັກພັກດີຕໍ່ພັກ,ຕໍ່ລັດ,ຕໍ່ປະເທດຊາດ, ມີສະຕິເຄົາລົບການຈັດຕັ້ງ ລະບຽບວິໄນຂອງກອງທັບ, ກົດໝາຍຂອງລັດ ຍົກສູງສະຕິລະວັງຕົວ, ຈຳແນກໄດ້ມິດສັດຕູໃຫ້ຈະແຈ້ງ, ສ້າງໃຫ້ມີທັດສະນະຫຼັກໝັ້ນຊົນຊັ້ນຂອງພັກ, ມີຄຸນທາດການເມືອງໜັກແໜ້ນ ມີຄຸນສົມບັດ ສິນທຳປະຕິວັດ, ມີຄວາມເປັນເອກະພາບພາຍໃນພັກ, ພາຍໃນກົມກອງ, ຕ້ານແນວຄິດຫຼາຍພັກ-ຫຼາຍເຄົ້າ, ຈຸມເຈື່ອພັກພວກ.

ກຸ່ມກ້ອນແບ່ງແຍກຄວາມສາມັກຄີພາຍໃນ, ຕ້ານແນວຄິດເອກະເທດ-ເອກະຊົນ ສໍ້ລາດບັງຫຼວງ, ສວຍໃຊ້ໜ້າທີ່ຕຳແໜ່ງ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ດ້ານຕ່າງໆ ຢູ່ພາຍໃນກົມກອງໃຫ້ໄດ້ 90% ຂື້ນໄປ, ຕາມ 5 ມາດຖານໃນການສ້າງກົມກອງປອດໃສ, ປອດໄພ, ປອດຄະດີ, ຄື ດ້ານການເມືອງ, ດ້ານການຈັດຕັ້ງ, ປ້ອງກັນການເມືອງພາຍໃນ, ປ້ອງກັນຮັກສາຄວາມລັບ ແລະ ປ້ອງກັນຄວາມປອດໄພ, ທັງນີ້ກໍ່ເພື່ອເຮັດໃຫ້ກົມກອງມີຄວາມສະຫງົບປອດໃສ ຕ້ານ ແລະ ສະກັດກັ້ນການເລັດລອດແຊກຊຶມຂອງສັດຕູ ແລະ ກຸ່ມຄົນບໍ່ດີແຊກຊຶມເຂົ້າພາຍໃນກົມກອງ, ເພີ່ມທະວີວຽກງານປ້ອງກັນພາຍໃນກອງທັບໃນໄລຍະໃໝ່ໃຫ້ກາຍເປັນໜ້າທີ່ຄວາມຮັບຜິດຊອບຂອງຄະນະພັກ – ຄະນະບັນຊາ, ນາຍ ແລະ ພົນທະຫານເຂົ້າໃຈຕໍ່ວຽກງານປ້ອງກັນພາຍໃນ ທັງເປັນເຈົ້າການປ້ອງກັນພັກ-ພະນັກງານ, ປ້ອງກັນຕົນເອງ ແລະ ປ້ອງກັນກົມກອງໃຫ້ມີຄວາມສະຫງົບປອດໄພ.

ໂດຍ:ຈັນທະຈອນ ສີສະເກດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version