Home ຂ່າວການເມືອງ ການນໍາ 7 ແຂວງຂອງລາວ ຮ່ວມໂຮມຊຸມນຸມ “ປີສາມັກຄີມິດຕະພາບລາວ-ຫວຽດນາມ”

ການນໍາ 7 ແຂວງຂອງລາວ ຮ່ວມໂຮມຊຸມນຸມ “ປີສາມັກຄີມິດຕະພາບລາວ-ຫວຽດນາມ”

0

ພິທີສະເຫຼີມສະຫຼອງໂຮມຊຸມນຸມປີສາມັກຄີມິດຕະພາບລາວ-ຫວຽດນາມ, ຫວຽດນາມ-ລາວ ຢູ່ນະຄອນວີງ ແຂວງເຫງະອານ ສສ ຫວຽດນາມ ໄດ້ຈັດຂຶ້ນເປັນທາງການໃນວັນທີ 17 ສິງຫາ ນິີ້ ທີ່ໂຮງແຮມເມືອງແທັງຊົງລາມ ນະຄອນວິງ ແຂວງເຫງະອານ ສສ ຫວຽດນາມ ໃຫ້ກຽດກ່າວຄຳປາໄສ ຕ້ອນຮັບຄະນະຜູ້ແທນຂອງ ສະຫາຍ ຖາຍແທັງກຸຍ ກໍາມະການສູນກາງພັກ ເລຂາພັກແຂວງ ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດແຂວງ ປະທານສະພາປະຊາຊົນແຂວງເຫງະອານ, ມີການນຳຂັ້ນສູງຈາກຊຽງຂວາງ,ບໍລິຄຳໄຊ, ແຂວງຫົວພັນ, ແຂວງວຽງຈັນ, ແຂວງຄຳມ່ວນ, ແຂວງສະຫວັນນະເຂດ ແລະ ແຂວງໄຊສົມບູນເຂົ້າຮ່ວມ. ສຳລັບແຂວງບໍລິຄຳໄຊ ນຳໂດຍ ສະຫາຍ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ບໍລິຄຳໄຊ.

ໃນພິທີ, ສະຫາຍ ບຸນຈັນ ສີວົງພັນ ເລຂາພັກແຂວງຊຽງຂວາງ ຕາງໜ້າໃຫ້ການນຳຂັ້ນສູງບັນດາແຂວງຂອງລາວ ແລະ ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ຂຶ້ນກ່າວຄຳປາໄສ ຫວນຄືນມູນເຊື້ອ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ (5/9/1962-5/9/2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ (18/7/1977-18/7/2022) ສາຍພົວພັນດັ່ງກ່າວປຽບ ເໝືອນສາຍພົວພັນຖານສະຫາຍອ້າຍນ້ອງໃນຄອບຄົວດຽວກັນ, ການພົວພັນຮ່ວມມື, ຊ່ວຍເຫຼືອຊຶ່ງກັນ ແລະ ກັນຂອງສອງປະເທດພວກເຮົາໄດ້ມີມາແຕ່ດຶກດຳບັນ, ປະຊາຊົນສອງຊາດຮ່ວມດື່ມນໍ້າຈາກຫຼາຍແມ່ນໍ້າທີ່ໄຫຼຜ່ານສອງປະເທດ, ພ້ອມກັນອີງຫຼັງໃສ່ສາຍພູຫຼວງທີ່ຍິ່ງໃຫຍ່, ຮ່ວມແບ່ງທຸກແບ່ງສຸກນຳກັນໄລຍະຕໍ່ສູ້ກູ້ຊາດ ກໍຄືໄລຍະປົກປັກຮັກສາປະເທດຊາດຂອງສອງປະເທດ ໂດຍແມ່ນປະທານ ໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ເປັນຜູ້ກໍ່ສ້າງ ແລະ ໄດ້ຮັບການສືບຕໍ່ເສີມຂະຫຍາຍຈາກບັນດາການນຳ, ນັກປະຕິວັດຮຸ່ນຕ່າງໆ ແລະ ປະຊາຊົນສອງຊາດ ທີ່ໄດ້ພ້ອມກັນອຸທິດສະຕິປັນຍາເຫື່ອແຮງ, ຊີວິດເລືອດເນື້ອຂອງຕົນໃຫ້ແກ່ພາລະກິດປະຕິວັດອັນລະອິດລະອ້ຽວ, ທຸລະກັນດານເຕັມໄປດ້ວຍການທົດສອບນາໆປະການຈົນໄດ້ກາຍມາເປັນສາຍພົວພັນແບບພິເສດ, ບໍລິສຸດຜຸດຜ່ອງ ແລະ ເຫຼື້ອມໃສ, ຫາໄດ້ຍາກໃນການພົວພັນສາກົນ, ເປັນມໍລະດົກອັນລໍ້າຄ່າຂອງສອງຊາດ, ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງສອງປະເທດ, ເປັນປັດໄຈຕັດສິນໄຊຊະນະຂອງການປະຕິວັດຂອງແຕ່ລະປະເທດ. ເນື້ອໃນບາງຕອນ ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ເຖິງວ່າສະພາບການພາກພື້ນ ແລະ ສາກົນຈະຜັນແປຢ່າງສັບສົນແນວໃດກໍຕາມ, ແຕ່ສາຍພົວພັນອັນບໍລິສຸດຜຸດຜ່ອງ, ໃກ້ຊິດສະໜິດສະໜົມ ລະຫວ່າງສອງຊາດພວກເຮົາ ບໍ່ພຽງແຕ່ບໍ່ຈືດຈາງໄປຕາມການເວລາ ແຕ່ຍິ່ງໄດ້ຮັບການເສີມຂະຫຍາຍທັງທາງກວ້າງ ແລະ ທາງເລິກ, ນັບມື້ມີປະສິດທິຜົນ ແລະ ນຳເອົາຜົນປະໂຫຍດຕົວຈິງມາໃຫ້ແກ່ປະຊາຊົນສອງຊາດລາວ ແລະ ຫວຽດນາມ ໃນທຸກຂົງເຂດວຽກງານ. ພ້ອມນັ້ນສະຫາຍຍັງໄດ້ ຕີລາຄາສູງຕໍ່ໝາກຜົນການພົວພັນຮ່ວມມື ລະຫວ່າງແຂວງເຫງະອານ ສສ ຫວຽດນາມ ກັບ ບັນດາແຂວງທ້ອງຖິ່ນ ສປປ ລາວ ຊຶ່ງໃນໄລຍະຜ່ານມາສອງຝ່າຍໄດ້ມີການປະສານສົມທົບ, ໃນການຊ່ວຍເຫຼືອຊຶ່ງກັນ ແລະ ກັນຢ່າງທັນການ. ການຊ່ວຍເຫຼືອ, ຮ່ວມທຸກຮ່ວມສຸກຂອງແຂວງເຫງະອານ ແລະ ບັນດາແຂວງຂອງລາວ ແບບ “ເຂົ້າມັດຫັກ ຜັກເສັ້ນແບ່ງ”, ສອດຄ່ອງກັບບົດກະວີອໍາມະຕະຂອງປະທານ ໂຮ່ຈິມິນ ທີ່ວ່າ: “ຮັກຫອມກັນໝາຍໝັ້ນ ຫຼາຍສັນພູກໍປິນໄຕ່, ຫຼາຍນໍ້າໃຫຍ່ ແລະ ໂຄກຄ້ອຍ ຂວາງຂັ້ນກໍດຸ່ງໄປ, ສອງຊາດ ລາວ-ຫວຽດນາມ ໄດ້ຝັງຄວາມຮັກຢູ່ໃນໃຈ, ຮົ່ງຮ່າທັງແມ່ຂອງ ບໍ່ເລິກປູນປານໄດ້” ຈາກກິດຈະກໍາຄັ້ງນີ້ ຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການໂຄສະນາ, ເຜີຍແຜ່, ສຶກສາອົບຮົມໃຫ້ປະຊາຊົນ ໂດຍສະເພາະຄົນຮຸ່ນໝຸ່ມສອງປະເທດໄດ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ສືບຕໍ່ຖະນຸຖະໜອມສາຍພົວພັນທີ່ມີລັກສະນະພິເສດ ທີ່ມີໜຶ່ງດຽວໃນໂລກ ລະຫວ່າງສອງປະເທດລາວ-ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ ເພື່ອໃຫ້ສົມຄຳເວົ້າຂອງປະທານໄກສອນ ພົມວິຫານ ທີ່ວ່າ: ‘‘ພູອາດຈະເຈື່ອນ ແມ່ນໍ້າອາດຈະບົກແຫ້ງ, ແຕ່ສາຍໃຈລາວ-ຫວຽດນາມ ຈະໝັ້ນຄົງຂະໜົງແກ່ນຍິ່ງກວ່າພູ, ຍາວກວ່າແມ່ນໍ້າ” ໃນພິທີການນຳຂັ້ນສູງແຂວງເຫງະອານ ຍັງໄດ້ມອບໃບຍ້ອງຍໍໃຫ້ກົມກອງ, ບຸກຄົນ ທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນວຽກງານການສ້າງສາພັດທະນາປະເທດຊາດເວົ້າລວມ, ເວົ້າສະເພາະ ກໍຄືບັນດາແຂວງຂອງລາວກັບແຂວງເຫງະອານ ໃນໄລະຍະ 5 ປີຜ່ານມາຢ່າງສົມກຽດ. ສຳລັບແຂວງ ບໍລິຄຳໄຊໄດ້ຮັບຈຳນວນ 8 ໃບ ໃນນັ້ນມີ 3 ກົມກອງ, ບຸກຄົນ 5 ທ່ານ.​

(ຂ່າວ-ພາບ: ສາຍສະໝອນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version