Home ທ່ອງທ່ຽວ ພັດທະນາຂະແໜງທ່ອງທ່ຽວສຳຄັນແມ່ນຈີນຕະນາການ, ວິໄສທັດ ແລະ ສ້າງສີສັນສະເພາະ

ພັດທະນາຂະແໜງທ່ອງທ່ຽວສຳຄັນແມ່ນຈີນຕະນາການ, ວິໄສທັດ ແລະ ສ້າງສີສັນສະເພາະ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 2 ກໍລະກົດ ຜ່ານມາ, ຢູ່ຫໍສະພາແຫ່ງຊາດ ຫວຽດນາມ, ທ່ານ ເວືອງດີງເຫ້ວ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ມີການພົບປະກັບບັນດາສະ ມາຊິກສະໂມສອນເສດຖະກິດ, ວັດທະນະທຳ ແລະ ທ່ອງທ່ຽວ; ຜູ້ຕາງໜ້າການນຳບັນດາແຂວງໃນເຂດຖານທີ່ໝັ້ນຫວຽດບັກ.

ຂ່າວລະບຸວ່າ: ກ່າວຄຳເຫັນທີ່ການພົບປະ, ທ່ານ ເວືອງດີງເຫ້ວ ໄດ້ຕີລາຄາສູງຕໍ່ສະພາຊົນເຜົ່າຂອງສະພາແຫ່ງຊາດ, ສະຖາບັນເສດຖະກິດ ແລະ ວັດທະນະທຳ ຂຶ້ນກັບສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມ ສົມທົບກັນຈັດຕັ້ງກອງປະຊຸມສຳມະນາ ແລະ ເລືອກເອົາຫົວຂໍ້: “ຮ່ວມກັນພັດທະນາການທ່ອງທ່ຽວຕິດພັນກັບການອະນຸລັກ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ ແລະ ປະຫວັດສາດຂອງເຂດຖານທີ່ໝັ້ນ ຫວຽດບັກ”, ລວມມີ 6 ແຂວງຄື: ກາວບັງ, ບັກກ້ານ, ລ້າງເຊີນ, ຖ້າຍຫງວຽນ, ຮ່າຢາງ, ຕວຽນກວາງ. ທ່ານ ເວືອງດີງເຫ້ວ ກ່າວວ່າ: ການພັດທະນາການທ່ອງທ່ຽວຕ້ອງຕິດພັນກັບການອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າປະຫວັດສາດ ແລະ ວັດທະນະທຳ. ຄຸນຄ່າວັດທະນະທຳ ແລະ ປະ ຫວັດສາດຂອງຫວຽດນາມ ແມ່ນຊັບພະຍາກອນທ່ອງທ່ຽວອັນໃຫຍ່ຫຼວງ, ອຸດົມສົມບູນ ແລະ ຫາຍາກຂອງຫວຽດນາມ ທີ່ມີຕໍ່ໂລກ. ສະນັ້ນ, ໃນການສ້າງໂຄງປະກອບຂະແໜງການທ່ອງທ່ຽວຄືນໃໝ່, ຕ້ອງຕິດພັນກັບການອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ, ປະຫວັດສາດ. ນີ້ແມ່ນຊັບພະຍາກອນວັດທະນະທໍາອັນເລີດລ້ຳຂອງພວກເຮົາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version