Home ທ່ອງທ່ຽວ 8 ເດືອນຕົ້ນປີນີ້ມີນັກທ່ອງທ່ຽວເຂົ້າມາທ່ຽວລາວ 3 ລ້ານກວ່າຄົນ

8 ເດືອນຕົ້ນປີນີ້ມີນັກທ່ອງທ່ຽວເຂົ້າມາທ່ຽວລາວ 3 ລ້ານກວ່າຄົນ

0

ທ່າອ່ຽງການທ່ອງທ່ຽວໃນປີ 2025 ຂອງ ສປປ ລາວ ກໍາລັງຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ ເຊິ່ງໃນໄລຍະແຕ່ເດືອນມັງກອນ ຫາເດືອນສິງຫາ 2025 ນີ້, ມີນັກທ່ອງທ່ຽວ ເຂົ້າມາທ່ຽວ ສປປ ລາວ ທັງໝົດ 3.061.928 ເທື່ອຄົນ. ໃນຂະນະທີ່ ໝົດປີ 2024 ມີນັກທ່ອງທ່ຽວ ເຂົ້າມາລາວ 4.120.832 ເທື່ອຄົນ.

ທ່ານ ຄຳເຜີຍ ພິລາພາ ຫົວໜ້າກົມຈັດຕັ້ງພະນັກງານ ກະຊວງວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ຮູ້ໃນພິເປີດຊຸດຝຶກອົບຮົມພະນັກງານນໍາທ່ຽວ ລະດັບຊາດ ຄັ້ງທີ 33 ໃນວັນທີ 13 ຕຸລາ 2025 ນີ້ວ່າ: ໃນໄລຍະແຕ່ ເດືອນມັງກອນ ຫາ ເດືອນສິງຫາ 2025 ນີ້, ມີນັກທ່ອງທ່ຽວ ເຂົ້າມາທ່ຽວ ສປປ ລາວ ທັງໝົດ 3.061.928 ເທື່ອຄົນ ເຮັດໃຫ້ສະພາບການທ່ອງທ່ຽວ ມີຄວາມຄຶກຄື້ນ ໂດຍສະເພາະຢູ່ ຕາມແຫລ່ງທ່ອງທ່ຽວ ທີ່ໂດດເດັ່ນຂອງ ສປປ ລາວ ເປັນຕົ້ນ ນະຄອນຫລວງວຽງຈັນ, ວັງວຽງ, ເມືອງເຟືອງ, ຫລວງພະບາງ, ຈຳປາສັກ ແລະ ສະຖານທີ່ອື່ນໆ. ໃນປີ 2024 ຜ່ານມາ, ສປປ ລາວ ຕ້ອນຮັບນັກທ່ອງທ່ຽວສາກົນ ຈໍານວນ 4.120.832 ເທື່ອຄົນ, ເພີ່ມ 21% ທຽບໃສ່ປີ 2023, ມີອັດຕາການພັກເຊົາສະເລ່ຍ 6,25 ມື້/ຄົນ, ການໃຊ້ຈ່າຍສະເລ່ຍ 74,53 ໂດລາສະຫະລັດ/ຄົນ/ມື້, ສ້າງລາຍຮັບໄດ້ 1,4 ຕື້ກວ່າໂດລາສະຫະລັດ, ນັກທ່ອງທ່ຽວພາຍໃນ(ລາວທ່ຽວລາວ) ຈໍານວນ 3.904.483 ເທື່ອຄົນ, ເພີ່ມ 103% ທຽບໃສ່ປີ 2023, ສ້າງລາຍຮັບໄດ້ 632 ລ້ານກວ່າໂດລາສະຫະລັດ.

ນັກທ່ອງທ່ຽວ ທີ່ເຂົ້າມາ ສປປ ລາວ ເປັນອັນດັບທີ 1 ໃນປີ 2024 ແມ່ນນັກທ່ອງທ່ຽວຈາກປະເທດໄທ ຈໍານວນ 1.215.553 ເທື່ອຄົນ, ເນື່ອງຈາກມີຊາຍແດນຕິດຈອດກັນ ມີຄວາມສະດວກສະບາຍໃນການເຂົ້າ-ອອກ, ພາສາ ແລະ ວັດທະນະທໍາຄ້າຍຄຽງກັນ, ຮອງລົງມາແມ່ນນັກທ່ອງທ່ຽວ ຈາກ ສສ ຫວຽດນາມ 1.054.204 ເທື່ອຄົນ, ອັນດັບທີ 3 ແມ່ນ ສປ ຈີນ 1.048.034 ເທື່ອຄົນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version