Home ຂ່າວການເມືອງ 101 ປີ ໃນການນໍາພາຟື້ນຟູພາຍໃນຈີນ ກ້າວສູ່ຄວາມສີວິໄລຢູ່ແຖວໜ້າໂລກ

101 ປີ ໃນການນໍາພາຟື້ນຟູພາຍໃນຈີນ ກ້າວສູ່ຄວາມສີວິໄລຢູ່ແຖວໜ້າໂລກ

0

ເມື່ອຮອດວັນທີ 1 ກໍລະກົດ 2022, ກໍ່ຈະເປັນວັນ ປະກາດ ການສ້າງຕັ້ງ ພັກກອມມູນິດຈີນ ຄົບຮອບ 101 ປີ. ການສ້າງຕັ້ງ ພັກກອມມູນິດຈີນ ເປັນການເປີດ ສັງກາດໃໝ່ ໃນປະຫວັດສາດຈີນ ທີ່ມີ ອົງການ ຈັດຕັ້ງພັກ ເປັນແກນນຳ ຂອງປະຊາຊົນ ໃນການຕໍ່ສູ້ ເພື່ອກອບກູ້ ກຽດສັກສີ ແລະ ຄວາມພະຍາຍາມ ໃນການຟື້ນຟູ ຄວາມຈະເລີນຮຸ່ງເຮືອງ ຂອງປະເທດຊາດຈີນ ຄືນໃໝ່. ນັບຕັ້ງແຕ່ມື້ ທີ່ໄດ້ກໍ່ຮ່າງສ້າງຕົວ ເປັນຕົ້ນມາ, ພັກກອມມູນິດຈີນ ໄດ້ສຸມ ທຸກຄວາມພະຍາຍາມ ໃນການປັບປຸງ ບຳລຸງສ້າງ ໃຫ້ພັກກອມມູນິດຈີນ ມີຄວາມເຂັ້ມແຂງ ໜັກແໜ້ນທາງດ້ານແນວຄິດ ທິດສະດີ, ເສີມຂະຫຍາຍບົດບາດ ການນຳພາ ຂອງພັກ ເພື່ອເຕົ້າໂຮມ ຄວາມສາມັກຄີ ປະຊາຊົນຈີນ ບັນດາເຜົ່າ ໃຫ້ເປັນປຶກແຜ່ນ, ໃຫ້ມີຄວາມເປັນເອກະພາບ ຢ່າງແໜ້ນແຟ້ນ, ເປັນອັນໜຶ່ງ ອັນດຽວກັນ ໃນການຕໍ່ສູ້ກູ້ຊາດ, ເພື່ອຄວາມເປັນເອກະລາດ ແຫ່ງຊາດ ແລະ ສະຖາປະນາ ປະເທດ ສາທາລະນະລັດ ປະຊາຊົນຈີນ ໃນວັນທີ 1 ຕຸລາ 1949. ຈາກນັ້ນ ກໍໄດ້ສືບຕໍ່ ນຳພາ ປະຊາຊົນຈີນ ໃນການສ້າງສາ ພັດທະນາ ເສດຖະກິດ-ສັງຄົມ ຂອງປະເທດ ທີ່ຕ້ອງໄດ້ຕໍ່ສູ້ ຜ່ານຜ່າ ຄວາມຫຍຸ້ງຍາກ ສັບສົນ ຂອງສະພາບ ແລະ ວິກິດການ ພາຍໃນປະເທດ ລວມທັງ ສະພາບ ແວດລ້ອມ ຂອງພາກພື້ນ ແລະ ສາກົນ ທີ່ມີ ການປ່ຽນແປງ ຢ່າງສັບສົນ ຊຶ່ງມີ ທັງການຮ່ວມມື, ການແກ່ງແຍ່ງ ແຂ່ງຂັນ ແລະ ການກົດດັນປິດລ້ອມ.

ໃນປະຫວັດສາດ ໄດ້ຈາລຶກໄວ້ວ່າ ເມື່ອຫ້າພັນປີກ່ອນ ປະເທດຈີນ ເປັນປະເທດໜຶ່ງ ທີ່ເຄີຍປະກອບສ່ວນ ສ້າງວິລະກຳ ທີ່ສໍາຄັນທີ່ສຸດ ໃຫ້ແກ່ຄວາມສີວິໄລ ຂອງມວນມະນຸດ ໃນໄລຍະນັ້ນ. ແຕ່ພາຍຫລັງ ການເກີດ ສົງຄາມ ຢາຝິ່ນໃນປີ 1840, ປະເທດຈີນ ໄດ້ເລີ່ມເຊື່ອມຖອຍ ລົງເລື້ອຍໆ ຈົນຕົກເປັນ ປະເທດ ເຄິ່ງຫົວເມືອງຂຶ້ນ ຂອງຕ່າງຊາດ, ກາຍເປັນສັງຄົມ ເຄິ່ງສັກດີນາ ແລະ ທີ່ຮ້າຍແຮງ ກວ່ານັ້ນ ແມ່ນຖືກສົງຄາມ ທຳລາຍ ຢ່າງໜັກໜ່ວງ.ເຫດການຕ່າງໆ ເຫຼົ່ານັ້ນ ໄດ້ສ້າງຄວາມ ອັບອາຍ ຂາຍໜ້າ ແລະ ຄວາມເຈັບແຄ້ນ ແໜ້ນໃຈ ໃຫ້ແກ່ ປະຊາຊົນຈີນ ທີ່ສຸດ, ເພາະໃນເມື່ອກ່ອນ ຈີນ ເຄີຍເປັນປະ ເທດທີ່ສີວິໄລ ມີຄວາມເຂັ້ມແຂງ, ແຕ່ພັດກາຍ ມາເປັນ ປະເທດ ທີ່ຕົກຕໍ່າອ່ອນແອ ແລະ ຖືກຂົ່ມເຫັງຍໍ່າຍີ, ຖືກແບ່ງແຍກດິນແດນ. ປະຊາຊົນຈີນ ທີ່ມີ ຄວາມຄຽດແຄ້ນ ແລະ ມີຄວາມໄຝ່ຝັນ ທີ່ຢາກຟື້ນຟູ ແລະ ກູ້ກຽດ ປະເທດ ຈີນຄືນໃໝ່ ໃນໄລຍະນັ້ນ ໄດ້ມີຄວາມພະຍາຍາມໃນການຕໍ່ສູ້ເພື່ອເຕົ້າໂຮມປະເທດຊາດ ແລະ ໄດ້ມີຫລາຍຂະບວນການ ຕໍ່ສູ້ເກີດຂຶ້ນ ຢ່າງຕໍ່ເນື່ອງ. ຄວາມພະຍາຍາມ ໃນການຕໍ່ສູ້ ແຕ່ລະຄັ້ງ ຂອງທຸກຂະບວນການ ລ້ວນແລ້ວແຕ່ ໄດ້ສິ້ນສຸດລົງ ດ້ວຍຄວາມປະລາໄຊ. ບົດຮຽນ ທີ່ຖອດຖອນ ໄດ້ຈາກຄວາມ ປະລາໄຊ ຂອງຂະບວນ ການຕໍ່ສູ້ ເພື່ອຟື້ນຟູ ປະເທດຊາດ ຜ່ານມາ ໄດ້ຊີ້ໃຫ້ເຫັນວ່າ ປະຊາ ຊົນຈີນ ມີຄວາມຈຳເປັນຕ້ອງ ມີອົງການຈັດຕັ້ງ ທີ່ເປັນແກນນຳ, ເປັນຕົວແທນໃຫ້ແກ່ ປະຊາຊົນ ຢ່າງແທ້ຈິງ ພ້ອມທັງ ມີຜູ້ນໍາທີ່ມີແນວຄິດ ແລະ ທິດສະດີໃໝ່ ທີ່ສອດຄ່ອງ ເພື່ອນຳພາການ ເຕົ້າໂຮມ ກ້ອນກຳ ລັງສາມັກຄີ ປະຊາຊົນຈີນ ໃນການດໍາເນີນ ການຕໍ່ສູ້ ປະຕິວັດຊາດ ດ້ວຍກໍາລັງ ອາວຸດ. ຍ້ອນຜົນ ສຳເລັດ ຂອງກະແສຟອງ ປະຕິວັດເດືອນ ຕຸລາ 1917 ຢູ່ ຣັດເຊຍ, ແນວຄິດ ທິດສະດີ ສັງຄົມ ນິຍົມ ໄດ້ເລີ່ມເປັນ ທີ່ຮັບຮູ້ ແລະ ຖືກຖອດ ຖອນ ເຂົ້າໃນຂະບວນ ການນໍາພາ ເຄື່ອນໄຫວ ປະຕິວັດ ຂອງຊົນຊັ້ນ ຜູ້ອອກແຮງງານ ໃນປະເທດຈີນ. ຫລັງຈາກນັ້ນ 4 ປີ ຄື ວັນທີ 1 ກໍລະ ກົດ 1921, ພັກກອມ ມູນິດຈີນ ກໍໄດ້ຮັບການ ປະກາດ ສ້າງຕັ້ງຂຶ້ນຢ່າງເປັນທາງການ, ຊຶ່ງໃນເວລານັ້ນ ຈໍານວນສະມາຊິກ ພັກກອມມູນິດຈີນ ມີບໍ່ເຖິງ 60 ສະຫາຍ, ການເວລາໄດ້ ຜ່ານໄປ, ພັກກອມມູນິດຈີນ ໄດ້ມີການພັດທະນາຕົນເອງ ແລະ ມີຄວາມເຕີບໃຫຍ່ຂະຫຍາຍຕົວ ທັງດ້ານປະລິມານ ແລະຄຸນນະພາບ, ປັດຈຸ ບັນ ມີສະມາຊິກ ເຖິງ 95 ລ້ານ ຄົນ, ເຊິ່ງເປັນ ພັກການເມືອງ ທີ່ມີ ສະມາຊິກ ຫລາຍທີ່ສຸດ ໃນໂລກ ທີ່ຕາງໜ້າ ໃຫ້ປະຊາຊົນຈີນ ຫລາຍກວ່າ 1,4 ຕື້ຄົນ.

ຕະຫລອດ ໄລຍະ ໜຶ່ງສັດຕະວັດ ຜ່ານມາ, ພັກກອມມູນິດຈີນ ໄດ້ສຸມຄວາມພະຍາຍາມ ໃນການຊີ້ນໍາ ແລະ ນໍາພາ ປະຊາຊົນຈີນ ເພື່ອໃຫ້ບັນລຸ ເປົ້າໝາຍ ໃນການພັດທະນາ ເສດຖະກິດ-ສັງຄົມ ຂອງປະເທດ ແລະ ເຫັນວ່າ ຄວາມພະຍາຍາມ ທີ່ຜ່ານມານັ້ນ ໄດ້ປະສົບ ຜົນສຳເລັດ ຕາມຄວາມມຸ້ງມາດ ປາຖະໜາ ຂອງພັກ ແລະ ຂອງປະຊາຊາດຈີນ ໃນການນຳເອົາ ຄວາມສົມບູນ ພູນສຸກ ມາໃຫ້ແກ່ ປະຊາຊົນ ແລະ ເອົາຄວາມ ຈະເລີນຮຸ່ງເຮືອງ ມາສູ່ ປະເທດຊາດ. ສຳຄັນທີ່ສຸດ ແມ່ນລັດຖະບານ ສປຈີນ ສາມາດ ບັນລຸເປົ້າໝາຍ ທີ່ເປັນປະຫວັດສາດ ໃນການລົບລ້າງ ຄວາມທຸກຍາກ ໄດ້ຢ່າງສິ້ນເຊີງ, ຖືເປັນໄຊຊະນະ ທີ່ຍິ່ງໃຫຍ່ທີ່ສຸດ ແລະ ເປັນຄວາມພາກພູມໃຈ ຂອງພັກ ກອມມູນິດຈີນ ແລະ ປະຊາຊາດຈີນ ທັງໝົດ. ປັດຈຸບັນ ພັກກອມມູນິດຈີນ ກຳລັງນໍາພາ ປະຊາຊົນຈີນ ກ້າວເດີນໄປ ຂ້າງໜ້າ ດ້ວຍຄວາມ ໜັກແໜ້ນ ແລະ ດ້ວຍເຈດ ຕະນາລົມ ທີ່ໝັ້ນຄົງ ໃນການກ້າວສູ່ ເປົ້າໝາຍໃໝ່ ໃນສັດຕະວັດ ທີ່ສອງ ເພື່ອສ້າງປະເທດຈີນ ໃຫ້ກາຍເປັນ ປະເທດ ສັງຄົມນິຍົມ ທີ່ທັນສະໄໝ ຢ່າງຮອບດ້ານ.

ນັບແຕ່ມື້ສ້າງຕັ້ງ ພັກກອມມູນິດຈີນ ເປັນຕົ້ນມາ, ພັກ ມີຄວາມມຸ້ງມາດ ປາຖະໜາ ທີ່ຈະນຳເອົາ ຄວາມເພິ່ງພໍໃຈ ແລະ ຄວາມສົມບູນພູນສຸກ ມາສູ່ປະຊາຊົນ ແລະ ປະເທດຊາດຈີນ ໃຫ້ໄດ້ມີການ ຟື້ນຕົວ ຄືນມາໃໝ່. ພັກໄດ້ນຳພາ ທຸກໆການຕໍ່ສູ້, ການເສຍສະຫລະ ແລະ ການສ້າງສາ ພັດທະນາ ໂດຍການເຕົ້າໂຮມ ຄວາມສາມັກຄີ ຂອງປະຊາຊົນ ໃຫ້ເປັນກ້ອນ ກຳລັງ ອັນດຽວ ພາຍໃຕ້ ຄໍາຂວັນ ດຽວກັນຄື ສ້າງປະເທດຊາດຈີນ ໃຫ້ເຂັ້ມແຂງ ແລະ ຍິ່ງໃຫຍ່. ເພື່ອໃຫ້ບັນລຸ ຜົນສຳເລັດ ໃນການສ້າງ ປະເທດຊາດຈີນ ໃຫ້ເຂັ້ມແຂງນັ້ນ, ພັກກອມມູນິດຈີນ ໄດ້ເຕົ້າໂຮມ ແລະ ນໍາພາປະຊາຊົນຈີນ ໃນການຕໍ່ສູ້ ຢ່າງນອງເລືອດ ໃນສະໜາມຮົບ ຕ່າງໆຢ່າງ ເດັດດ່ຽວ ແລະ ອົງອາດກ້າຫານ ເພື່ອໃຫ້ບັນລຸ ໄຊຊະນະ ອັນໃຫຍ່ຫລວງ ໃນການປະຕິວັດ ປະຊາ ທິປະໄຕໃໝ່. ເປັນຕົ້ນ ໃນລະຫວ່າງ ສົງຄາມໂລກ ຄັ້ງທີ 2; ສົງຄາມ ເພື່ອປົດ ປ່ອຍຊາດ; ສົງຄາມຕໍ່ສູ້ກັບ ກຳລັງ ປະກອບອາວຸດ ທີ່ຕ້ານການປະຕິວັດ; ສົງຄາມໂຄ່ນລົ້ມ ພວກສັກດີນາ; ສົງຄາມ ຕ້ານຈັກກະພັດ; ຕ້ານລູກແຫລ້ງ ຕີນມື ພວກນາຍທຶນ ແລະ ກ້າວໄປເຖິງ ຜົນສໍາເລັດ ໃນການສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ໂດຍແມ່ນ ປະຊາຊົນຈີນ ເປັນເຈົ້າຂອງປະເທດຊາດ ຢ່າງແທ້ຈິງ, ຊຶ່ງ ສາມາດປົດປ່ອຍ ປະຊາຊົນຈີນ ອອກຈາກ ການເປັນຂ້ອຍຂ້າ ແລະ ກອບກູ້ ເອກະລາດ ອະທິປະໄຕ ຂອງຊາດຈີນ ໄວ້ໄດ້. ໂດຍເລີ່ມ ຈາກຈຸດນີ້ ຖືວ່າ ປະເທດຊາດຈີນ ໄດ້ສິ້ນສຸດ ລະບອບ ທີ່ເປັນເຄິ່ງ ຫົວເມືອງຂຶ້ນ, ເຄິ່ງສັງຄົມ ສັກດີນາ ແລະ ສິ້ນສຸດຄວາ ແຕກແຍກ ພາຍໃນ ປະເທດຊາດຈີນ, ສິ້ນສຸດ ຄວາມບໍ່ຍຸຕິທຳ ທີ່ຕ່າງຊາດ ເຄີຍເອົາລັດ ເອົາປຽບ ປະຊາຊົນຈີນ.ພັກຄອມມູນິດຈີນ ໄດ້ເພີ່ມຄວາມພະຍາຍາມ ເພື່ອສົ່ງເສີມ ໃຫ້ປະຊາຊົນຈີນ ເອົາໃຈໃສ່ ໃນການປັບປຸງ ຕົນເອງ ເພື່ອພັດທະນາ ທາງດ້ານເຕັກ ນິກວິທະຍາສາດ ເພື່ອຟື້ນຄືນ ຄວາມທັນສະໄໝ, ຄວາມມີວິ ທະຍາສາດຂອງ ຊົນຊາດຈີນ, ເຊິ່ງໃນອະດີດ ຕະການເຄີຍ ເປັນຜູ້ນຳໜ້າ ທາງດ້ານເຕັກນິກ ວິທະຍາສາດ, ເປັນຜູ້ຄົ້ນຄິດ ປະດິດສ້າງສິ່ງຂອງ ແລະ ເຄື່ອງມື ຮັບໃຊ້ຕ່າງໆ ກ່ອນໝູ່ໝົດເຊັ່ນ: ຜະລິດເຈັ້ຍ ຕັ້ງແຕ່ປີ 202 ກ່ອນຄຣິສຕະຈັກກະຣາດ; ເຄື່ອງມືພິມໜັງສື ທີ່ເຮັດດ້ວຍໄມ້ ປະມານປີ (ຄ.ສ 650-670); ເຄື່ອງຕີພິມ ຕົວໜັງສື ທີ່ປິ່ນໄດ້ ປະມານປີ (ຄ.ສ 960-1279); ໝື້ປືນ ປະມານປີ (ຄ.ສ 618-907); ເຂັມຊີ້ທິດ ປະມານປີ (ຄ.ສ 202) ແລະ ອື່ນໆ, ທີ່ປະເທດຈີນ ໄລຍະນັ້ນ ໄດ້ຢືນຢູ່ແຖວໜ້າໃນໂລກ ທາງດ້ານເຕັກນິກວິທະຍາສາດ, ແຕ່ກົງກັນຂ້າມ ພາຍຫລັງທີ່ປະເທດຊາດ ຕົກເປັນເຄິ່ງ ຫົວ ເມືອງຂຶ້ນ, ເຄິ່ງສັກດີນາ ແລະ ຖືກຕ່າງຊາດ ຮຸກຮານ ຄອບຄອງ, ປະເທດຈີນ ໄດ້ກາຍເປັນປະເທດ ທີ່ຫລ້າຫລັງ ທາງດ້ານເຕັກນິກ-ວິທະຍາສາດ.ຄວາມພະຍາຍາມ ຂອງ ປະເທດຈີນທີ່ ຈະພັດທະນາຕົນເອງ ທາງດ້ານເຕັກໂນໂລຊີ ເພື່ອຍົກສູງ ລະດັບ ແລະ ໃຫ້ສາມາດ ລໍ້າໜ້າ ໃນໝູ່ປະເທດ ທີ່ພັດທະນາໄດ້ນັ້ນ ບໍ່ແມ່ນເລື່ອງ ງ່າຍດາຍ ແລະ ບໍ່ສາມາດ ຈະເຮັດໄດ້ ມື້ໜຶ່ງ ຍາມດຽວ, ພັກກອມມູນິດຈີນ ນອກຈາກ ນຳພາ ປະຊາຊົນຈີນ ເພີ່ມຄວາມເອົາໃຈໃສ່ ໃນຄວາມພະຍາຍາມ ເພື່ອພັດທະນາ ດ້ານຊັບ ພະຍາກອນມະນຸດ ໃຫ້ມີຄວາມຮູ້ ຄວາມສາມາດ ສືບທອດຕໍ່ກັນ ຈາກຮຸ້ນສູ່ຮຸ້ນ ໃນແຕ່ລະຍຸກ ແຕ່ລະສະໄໝ, ປະຊາຊົນຈີນ ຍັງຖືກຕ່າງຊາດ ທີ່ພັດທະນາ ແລ້ວນັ້ນ ໄດ້ໃຊ້ຄວາມ ພະຍາຍາມ ໃນການຜູກຂາດ ຂໍ້ມູນຂ່າວສານ ດ້ານເຕັກໂນໂລຊີ, ເພື່ອກົດໜ່ວງ ຖ່ວງດຶງ, ສ້າງຄວາມຫຍຸ້ງຍາກສັບ ສົນ, ພະຍາຍາມ ນຳໃຊ້ມາດ ຕະການ ທີ່ບໍ່ຍຸຕິທຳ ເປັນສິ່ງກີດຂວາງ ເພື່ອບໍ່ໃຫ້ຈີນ ສາມາດເຂົ້າເຖິງ ແຫລ່ງຂໍ້ມູນ ໃນການພັດທະນາ ທາງດ້ານ ວິທະຍາສາດ ແລະ ເຕັກໂນໂລຊີ ຂອງປະເທດຈີນໄດ້, ໂດຍສະເພາະ ແມ່ນການຂຶ້ນທະບຽນ ລິຂະສິດ ຊັບສິນ ທາງປັນຍາ. ປະເທດຈີນ ບໍ່ສະເພາະ ແຕ່ຖືກປິດລ້ອມ ການເຂົ້າເຖິງ ຂໍ້ມູນ ຂ່າວສານ ດ້ານເຕັກໂນໂລຊີ ເທົ່ານັ້ນ, ແຕ່ຍັງຖືກປິດລ້ອມ ບໍ່ໃຫ້ບໍລິສັດຕ່າງຊາດ ຂາຍສິນຄ້າ ທີ່ປະກອບສ້າງຂຶ້ນ ດ້ວຍເຕັກໂນໂລຊີສູງ. ຍ້ອນຂໍ້ຈໍາກັດ ແລະ ມາດຕະການ ກີດຂວາງ ດັ່ງກ່າວນັ້ນ ໄດ້ສ້າງຄວາມ ຫຍຸ້ງຍາກ ທີ່ສຸດ ຕໍ່ຄວາມພະຍາຍາມ ໃນການຍົກລະດັບ ຄວາມຮູ້ ແລະ ການສ້າງຂີດ ຄວາມສາມາດ ໃນການຄົ້ນຄວ້າ, ການປະດິດ ຄິດສ້າງຕ່າງໆ, ເຊິ່ງທັງໝົດນີ້ ແມ່ນໄດ້ບັງຄັບໃຫ້ ສປ ຈີນ ຈຳເປັນຕ້ອງໄດ້ເພິ່ງພາອາໄສ ຕ່ອງໂສ້ ການຜະລິດຕ່າງໆ ທາງດ້ານເຕັກນິກ ວິທະຍາສາດ ຂອງປະເທດ ທີ່ພັດ ທະນາແລ້ວ. ອີງຕາມ ຂໍ້ມູນ ຈາກຂ່າວສານຈີນ ລາຍງານວ່າ ໃນຂະແໜງ ການຜະລິດ ສິນຄ້າ ທີ່ນຳໃຊ້ ເຄື່ອງເຕັກນິກ ວິທະຍາ ສາດ ສູງຢູ່ ໃນ ສປຈີນ 70% ຍັງໄດ້ອີງໃສ່ ການສະໜອງ ດ້ານເຕັກນິກ ວິທະຍາສາດ ຈາກຕ່າງປະເທດ; 80% ຂອງເຄື່ອງອາໄຫລ່ ທີ່ຜະລິດ ເຄື່ອງທັນສະໄໝ ຕ້ອງໄດ້ນຳເຂົ້າ ຈາກຕ່າງປະເທດ, ບາງເຕັກນິກ ວິທະຍາສາດ ໃນຂະແໜງ ການທີ່ຜະລິດ ໄມໂກຣຈິບ ຍັງຕ້ອງໄດ້ນຳເຂົ້າ ເຕັກນິກ ວິທະຍາສາດ ຈາກຕ່າງປະເທດ 100%.

ໃນຄວາມພະຍາຍາມ ເພື່ອສ້າງໃຫ້ຈີນ ເປັນປະເທດ ທີ່ກ້າວໜ້າ ໃນການພັດທະນາ ດ້ານເຕັກນິກ ວິທະຍາສາດ ນັ້ນໃນປີ 2015 ພັກກອມມູນິດຈີນ ໄດ້ວາງ ຍຸດທະສາດ “ຜະລິດ ໃນປະເທດຈີນ ປີ 2025 (made in China 2025)“, ເປົ້າໝາຍ ຂອງນະໂຍບາຍ ດັ່ງກ່າວນີ້ ແມ່ນ ສປ ຈີນ ຈະພະຍາຍາມສູ້ຊົນ ຈັດຕັ້ງ ຜັນຂະຫຍາຍ ແຜນຍຸດທະສາດ ການພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 13 ແລະ ຄັ້ງທີ 14 ຂອງ ພັກກອມມູນິດຈີນ ໃຫ້ບັນລຸ ຜົນສຳເລັດ ເພື່ອສ້າງໃຫ້ປະເທດຈີນ ເປັນຖານການ ຜະລິດຂອງໂລກ (World’s factory) ທາງດ້ານເຕັກໂນໂລຊີ, ໂດຍການປັບປຸງ ຄວາມສາມາດ ໃນການຜະລິດ ອຸດສາຫະກໍາ ຂອງຈີນ ຈາກການ ນໍາໃຊ້ ແຮງງານຄົນ ໄປສູ່ການນຳໃຊ້ ເຕັກໂນໂລຊີ ທີ່ທັນສະໄໝ, ເຊັ່ນ: ຮອດປີ 2020 ການຜະລິດ ພາຍໃນ ສປ ຈີນ ສໍາລັບ ສິ້ນສ່ວນ ສໍາຄັນ ແລະ ອຸປະກອນຕ່າງໆ ດ້ານເຕັກໂນໂລຊີ ໃຫ້ໄດ້ 40%, ເມື່ອຮອດປີ 2025 ຈະໃຫ້ສາມາດ ບັນລຸ 70%. ແຜນການດັ່ງກ່າວ ແມ່ນສ້າງໃຫ້ ຈີນ ສາມາດ ສ້າງດ້ວຍຕົນເອງ ແລະ ກຸ້ມຕົນເອງ ດ້ານສິ້ນສ່ວນ ແລະ ອຸປະກອນ ສຳລັບບໍລິສັດ ທີ່ຜະລິດ ຢູ່ໃນປະເທດຈີນ, ເຊິ່ງຈະກ້າວໄປເຖິງ ການສ້າງ ໃຫ້ບໍລິສັດ ຈີນ ສາມາດເປັນຖານການ ຜະລິດ ທີ່ໝັ້ນຄົງ ແລະ ສາມາດແຂ່ງຂັນ ກັບຕະຫລາດສາກົນໄດ້. ບັນດາຂະແໜງ ການເປົ້າໝາຍ ຂອງຍຸດທະສາດ “ ຜະລິດໃນ ປະເທດຈີນປີ 2025” ມີຄື: ອຸປະກອນ ໄຟຟ້າ; ເຄື່ອງກົນຈັກ ກະສິກຳ; ຜະລິດຕະພັນ ອຸປະກອນແບບໃໝ່; ຜະລິດລົດໄຟຟ້າ ທີ່ປະຢັດພະລັງງານ; ເຄື່ອງຈັກໂຣເບີດ; ຂໍ້ມູນຂ່າວສານ ເຕັກໂນໂລຊີ (IT); ອຸປະກອນອາ ວະກາດ; ອຸປະກອນ ທາງລົດໄຟ; ອຸປະກອນ ວິສະວະກອນ ທາງທະເລ ແລະ ກໍາປັ່ນ ທີ່ນຳໃຊ້ລະບົບ ໄຮເຕັກ ສູງສຸດ; ແລະ ເຄື່ອງມື ອຸປະກອນ ການແພດ. ໃນໄລຍະທີ່ຜ່ານມາ, ຍ້ອນຄວາມພະຍາຍາມ ໃນການຊີ້ນໍາ ແລະ ນຳພາຂອງພັກຄອມມູນິດຈີນ, ລັດຖະ ບານ ແລະ ປະຊາຊົນຈີນ ສາມາດຜ່ານຜ່າທຸກວິກິດການ ໄປໄດ້ຢ່າງສຳເລັດຜົນເຊັ່ນ: ວິກິດການທາງ ດ້ານເສດຖະກິດ ໃນພາກພື້ນອາຊີ ໃນຊຸມປີ 1997, ວິກິດການເສດຖະກິດ ໃນພາກພື້ນອື່ນ ຂອງໂລກ ລວມທັງ ວິກິດການ ການແຜ່ລະບາດ ຂອງພະຍາດໂຄວິດ-19, ສປຈີນ ກໍ່ສາມາດ ຜ່ານຜ່າ ແລະ ເອົາຊະນະໄດ້, ຊຶ່ງເຮັດໃຫ້ໂລກ ຕ້ອງຍອມ ຮັບຮູ້ເຖິງ ຄວາມສາມາດ ໃນການນໍາພາ ຂອງພັກ ກອມມູນິດຈີນ, ໃນກອງປະຊຸມ ສະພາ ຜູ້ແທນ ປະຊາຊົນ ທົ່ວປະເທດຈີນ ຄັ້ງທີ 5 ສະໄໝທີ 19, ໃນວັນທີ 5ມີນາ 2022, ໄດ້ຮັບຟັງ ການລາຍງານ ຂອງ ທ່ານ ນາຍົກ ລີເຄີຊຽງ ກ່ຽວກັບ ສະພາບ ການພັດທະນາ ເສດຖະກິດຂອງ ສປຈີນ ສະເພາະ ໃນປີ 2021 ເຖິງແມ່ນວ່າ ປະເທດ ຍັງມີຜົນກະທົບ ດ້ານການແຜ່ລະບາດ ຂອງພະຍາດ ໂຄວິດ-19, ແຕ່ເສດຖະກິດຈີນ ຍັງສືບຕໍ່ ຂະຫຍາຍຕົວ 8,1% ບັນລຸ ໄດ້ປະມານ 17.700 ຕື້ໂດລາ, ເຊິ່ງກວມເອົາ 18% ຂອງ GDP ໂລກ ແລະ ເປັນເສດຖະກິດ ທີ່ໃຫຍ່ອັນດັບ ສອງຂອງໂລກ. ໃນນີ້ ຂະແໜງການ ອຸດສາຫະກຳ ເພີ່ມຂຶ້ນ 8,2% ການຂະຫຍາຍຕົວ ຂອງຂະແໜງການ ອຸດສາຫະກຳ ໄດ້ສ້າງຜົນດີ ໃຫ້ແກ່ ການຄ້າສາກົນ ຂອງຈີນ ໄດ້ເພີ່ມຂຶ້ນ ໃນປີ 2021 ຈໍານວນ 21,4%. ສະເລ່ຍ ລາຍໄດ້ ຕໍ່ຫົວຄົນປະມານ 12.000 ໂດລາ/ຄົນ/ປີ. ສິ່ງດັ່ງກ່າວ ເປັນການຢັ້ງຢືນ ເຖິງຄຳເຫັນ ຂອງທ່ານປະທານ ສີຈິ້ນຜິງ ທີ່ໄດ້ກ່າວ ໃນງານຊຸມນຸມ(ມິດຕິງ) ສະ​​ເຫລີ​ມ ສະຫລອງ ວັນຄົບຮອບ 100 ປີ ຂອງພັກກອມມູນິດຈີນ ວ່າ: “ຜ່ານການຕໍ່ສູ້ ທີ່ເດັດດ່ຽວ ໜຽວແໜ້ນ ຂອງພັກ ແລະ ປະຊາຊົນຈີນ ໄດ້ສະແດງ ໃຫ້ຊາວໂລກ ເຫັນວ່າ ປະຊາຊົນຈີນ ບໍ່ພຽງແຕ່ ມີຄວາມສາມາດ ໃນການປົດປ່ອຍໂລກ ທີ່ເກົ່າແກ່ ໄດ້ເທົ່ານັ້ນ, ແຕ່ຍັງສາມາດ ສ້າງອັນໃໝ່ຂຶ້ນມາ, ນັ້ນມີພຽງແຕ່ ລະບອບສັງຄົມ ນິຍົມເທົ່ານັ້ນ ທີ່ສາ ມາດປົກປ້ອງ ປະເທດຈີນໄດ້ ແລະ ມີພຽງແຕ່ລະບອບ ສັງຄົມ ນິຍົມ ເທົ່ານັ້ນ ທີ່ສາມາດ ພັດທະນາປະ ເທດຈີນ ໃຫ້ຈະເລີນ ກ້າວໜ້າໄດ້ “

ປັດຈຸບັນ ສປ ຈີນ ມີສະຖຽນລະພາບ ທາງດ້ານການເມືອງ, ການພັດທະນາ ເສດຖະກິດ-ສັງຄົມ ທີ່ໝັ້ນຄົງ ວ່ອງໄວ, ມີຄວາມກ້າວໜ້າ ດ້ານການ ພັດທະນາ ວິທະຍາສາດ ແລະ ເຕັກໂນໂລຊີ, ຈຶ່ງເຮັດໃຫ້ ສປ ຈີນ ມີຊື່ສຽງ, ມີບົດບາດ ແລະ ອິດທິພົນ ສູງເດັ່ນຂຶ້ນ ຢູ່ໃນເວທີສາກົນ. ໃນໄລຍະ ບໍ່ເທົ່າໃດປີມານີ້ ປະທານ ສີ ຈິ້ນຜິງ ໄດ້ສະເໜີ ຫລາຍຂໍ້ ລິເລີ່ມໃໝ່ ເພື່ອຮ່ວມກັນ ພັດທະນາ ເສດຖະກິດ-ສັງຄົມ ໃນພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນ: ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນ ທາງ; ຂໍ້ລິເລີ່ມ ທະນາຄານ ການລົງທຶນ ເພື່ອພັດທະນາ ພື້ນຖານ ໂຄງລ່າງ ອາຊີ; ທະນາຄານ ພັດທະນາ ໃໝ່ ໃນກຸ່ມ (BRICS); ການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ຄູ່ຮ່ວມມື ເສດຖະກິດ ຮອບດ້ານ ໃນພາກພື້ນ (Regional Comprehensive EconomicPartnership (RCEP)); ນອກນັ້ນ ຍັງມີການຮ່ວມມື ຕາມແລວ ເສດຖະກິດ ກັບປະເທດຕ່າງໆ ໃນພາກພື້ນອີກດ້ວຍ. ປະທານ ສີ ຈິ້ນຜິງ ກ່າວວ່າ ສປ ຈີນ ຈະສ້າງການພົວພັນ ສາກົນ ແບບໃໝ່ ແລະ ສ້າງປະຊາ ຄົມ ມວນມະນຸດ ທີ່ຮ່ວມຊະຕາກຳ ດຽວກັນ, ສົ່ງເສີມການພັດທະນາ ຂໍ້ລິ ເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ທີ່ມີຄຸນນະພາບສູງ ດ້ວຍຄວາມພະຍາ ຍາມຮ່ວມກັນ, ໂດຍໝູນໃຊ້ຜົນສຳເລັດໃໝ່ ໃນການພັດທະນາ ຂອງ ປະເທດຈີນ ເພື່ອສະໜອງ ກາລະໂອກາດໃໝ່ ໃຫ້ແກ່ ຊາວໂລກ. ຄວາມມີລະບຽບ ວິໄນຂອງພັກ ແລະ ການປະຕິຮູບພາຍໃນ ພັກ ແມ່ນແກ່ນສານທີ່ຖ່າຍ ທອດຈາກຮຸ້ນສູ່ຮຸ້ນຂອງພັກກອມມູນິດຈີນ ເຮັດໃຫ້ພັກມີຄວາມເຂັ້ມແຂງໜັກແໜ້ນ, ມີຄວາມຕັດສິນໃຈສູງ, ເຮັດແທ້ ທຳຈິງ ຈຶ່ງໄດ້ຮັບການສະໜັບສະໜູນອຸ້ມຊູ ຈາກ ປະຊາຊາດຈີນ. ນັບຕັ້ງແຕ່ມື້ສ້າງຕັ້ງ ເປັນຕົ້ນມາ, ພັກກອມມູນິດຈີນ ສາມາດຍືນຍົງ ຄົງຕົວຢູ່ໄດ້ 101 ປີ ດ້ວຍການປັບປຸງພາຍໃນພັກ ໃຫ້ສອດຄ່ອງ ແລະ ແທດເໝາະກັບ ສະພາບ ການປ່ຽນແປງ ຂອງໂລກ ແລະ ຍຸກສະໄໝ ເພື່ອໃຫ້ສອດຄ່ອງ ກັບສະພາບ ການພັດທະນາ ເສດຖະກິດ-ສັງຄົມ ຂອງປະເທດ ແລະ ສອດຄ່ອງກັບຄວາມມຸ້ງມາດປາຖະໜາ ຂອງປະຊາ ຊາດຈີນ. ຄວາມເດັດດຽ່ວ ໃນການປັບປຸງ ກໍ່ສ້າງຕົນເອງ ຢ່າງອົງອາດ ກ້າຫານນັ້ນ, ພັກກອມມູນິດຈີນ ຈຶ່ງສາມາດປະຕິຮູບ ແລະ ປ່ຽນແປງ ການຊີ້ນຳ-ນຳພາ ສ້າງໃຫ້ລັດຖະບານ ສປ ຈີນ ເປັນລັດຖະບານ ຂອງ ປະຊາຊົນ ທີ່ມີຄວາມຊື່ສັດ ບໍລິສຸດ ປອດໃສ ຂາວສະອາດແລະ ຕ້ານການ ສໍ້ລາດ ບັງຫລວງ ເພື່ອຮັກສາ ຄວາມບໍລິສຸດ ແລະ ເຮັດໃຫ້ເປັນອຸປະນິໄສ ຂອງບັນດາ ສະມາຊິກ ພັກກອມມູນິດຈີນ ຕະຫລອດໄປ.

(ຄົ້ນຄວ້າຮຽບຮຽງໂດຍ: ໂຄງການຄົ້ນຄວ້າ ຮ່ວມມື ລາວ-ຈີນ, ສະຖາບັນ ການຕ່າງປະເທດ)

Cr: ວິທະຍຸ​ກະຈາຍສຽງ ​ແຫ່ງ​ຊາດ​ລາວ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version