ທ່ອງທ່ຽວເປັນຂະແໜງການອຸດສາຫະກໍາໜຶ່ງ ທີ່ມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ກວ້າງ ຂວາງໃນທົ່ວໂລກ. ໃນໄລຍະຜ່ານມາ, ຫຼາຍປະເທດໄດ້ເອົາໃຈໃສ່ເປັນພິເສດຕໍ່ການພັດທະນາ ແລະ ສົ່ງ ເສີມການທ່ອງທ່ຽວ. ບາງປະເທດກໍານົດເປັນເສດຖະກິດປາຍແຫຼມ ເພື່ອພັດທະນາເສດຖະກິດ – ສັງຄົມແຫ່ງຊາດຂອງປະເທດຕົນ. ທັງນີ້ກໍຍ້ອນວ່າການທ່ອງທ່ຽວໄດ້ນໍາເອົາລາຍໄດ້ເຂົ້າປະເທດເປັນຈໍານວນຫຼວງຫຼາຍ, ຊ່ວຍເຮັດໃຫ້ເສດຖະກິດ-ສັງຄົມຂອງປະເທດຂະຫຍາຍຕົວ. ພ້ອມທັງ ເປັນການເສີມສ້າງສາຍພົວພັນ ສົ່ງເສີມສັນຕິພາບ ແລະ ຄວາມເຂົ້າອົກເຂົ້າໃຈຊຶ່ງກັນ ແລະ ກັນ ລະຫວ່າງບັນດາປະຊາຊາດທີ່ມີລັກສະນະກວ້າງຂວາງ.
ສະເພາະຢູ່ ສປປ ລາວ ການທ່ອງທ່ຽວເປັນຂະແໜງການໜຶ່ງທີ່ສໍາຄັນຢູ່ໃນນະໂຍບາຍການເປີດກວ້າງການພົວພັນ ແລະ ຮ່ວມມືກັບຕ່າງປະເທດຂອງພັກ, ທັງເປັນທ່າແຮງອັນໜຶ່ງດ້ານເສດຖະກິດທີ່ນໍາລາຍໄດ້ດ້ານເງິນຕາໃຫ້ແກ່ປະເທດຊາດໂດຍກົງ; ຊຸກຍູ້, ດຶງດູດການລົງທຶນທາງທຸລະກິດທີ່ກ່ຽວຂ້ອງໂດຍທາງກົງ ແລະ ທາງອ້ອມເຊັ່ນ: ທຸລະກິດການທ່ອງທ່ຽວ, ໂຮງແຮມ, ການບໍລິຫານຮ້ານອາຫານ – ເຄື່ອງດື່ມ, ການຂົນສົ່ງການຂາຍເຄື່ອງທີ່ລະນຶກ, ການປູກຝັງລ້ຽງສັດ, ການປະກັນໄພ ແລະ ອື່ນໆ. ຊຸກຍູ້ການລົງທຶນໃສ່ການກໍ່ສ້າງພື້ນຖານໂຄງລ່າງເຊັ່ນ: ຖະໜົນຫົນທາງ, ສະໜາມບິນ, ທ່າເຮືອໂດຍ ສານ, ການຂົນສົ່ງໂດຍສານ, ລະບົບຄົມມະນາຄົມ, ໄຟຟ້າ, ນໍ້າປະປາ ແລະ ອື່ນໆ.
ນອກຈາກນັ້ນ, ຍັງເປັນການສ້າງວຽກເຮັດງານທໍາໃຫ້ແກ່ສັງຄົມໃນທາງກົງ ແລະ ທາງອ້ອມໄດ້ຢ່າງຫຼວງຫຼາຍ ອັນເປັນການກະຈາຍລາຍໄດ້ສູ່ສັງຄົມຢ່າງກວ້າງຂວາງ, ພາໃຫ້ມີການສະສົມເງິນຕາ ແລະ ມີການໝູນວຽນເງິນຕາຢູ່ພາຍໃນປະເທດ, ເປັນການຊຸກຍູ້ສົ່ງເສີມອະນຸລັກສິ່ງແວດລ້ອມທໍາມະຊາດ, ວັດ ທະນະທໍາ, ຮີດຄອງປະເພນີ, ສະຖານທີ່ປະຫວັດສາດ, ບູຮານນະສະຖານ, ຊຸກຍູ້ການຜະລິດພາຍໃນ ເພື່ອຮັບໃຊ້ການທ່ອງທ່ຽວ ແລະ ອື່ນໆ.
ທິດທາງນະໂຍບາຍຂອງພັກ-ລັດຖະບານລາວເຮົາ ແມ່ນເປີດກວ້າງການທ່ອງທ່ຽວທໍາມະຊາດ,ທ່ອງທ່ຽວວັດທະນະທໍາ. ໂດຍຖືເອົາຄວາມງາມທາງທີວທັດທໍາມະຊາດ ແລະ ສະພາບແວດລ້ອມທີ່ຍັງຄົງຄຸນຄ່າອັນດັ່ງເດີມ, ເອົາເອກະລັກວັດທະນະທໍາແຫ່ງຊາດ ແລະ ຂອງຊົນເຜົ່າຕ່າງໆ ເປັນສິ່ງດຶງດູດນັກທ່ອງທ່ຽວ. ປັບປຸງພື້ນຖານໂຄງລ່າງ ແລະ ການບໍລິການທ່ອງທ່ຽວໃຫ້ດີຂຶ້ນ ເພື່ອອໍານວຍຄວາມສະດວກ ແລະ ສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວ. ຮັບປະກັນຄວາມກົມກຽວລະຫວ່າງການທ່ອງທ່ຽວກັບການອະນຸລັກທໍາມະຊາດ ແລະ ວັດທະນະທໍາ, ພັດທະນາການທ່ອງທ່ຽວຢ່າງມີຈຸດສຸມ ແລະ ມີການຄຸ້ມຄອງລວມສູນເປັນເອກະພາບ ເຮັດໃຫ້ການທ່ອງທ່ຽວດໍາເນີນໄປດ້ວຍຄວາມເປັນລະບຽບຈົບງາມ ແລະ ຮັບປະກັນຄວາມສະຫງົບປອດໄພເປັນຢ່າງດີ.
ໃນໄລຍະຜ່ານມາຈົນເຖິງປັດຈຸບັນ, ລັດໄດ້ກໍານົດເອົາວຽກງານທ່ອງທ່ຽວເປັນໜຶ່ງໃນ 11 ແຜນງານບຸລິມະສິດຂອງລັດຖະບານຢູ່ໃນແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ. ລັດໄດ້ມີນະໂຍບາຍສົ່ງເສີມການລົງທຶນກໍ່ສ້າງພື້ນຖານໂຄງລ່າງເພື່ອການທ່ອງທ່ຽວ, ການອໍານວຍຄວາມສະດວກໃນການເຂົ້າອອກປະເທດ, ການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງທົ່ວສັງຄົມ ແລະ ອື່ນໆ. ນອກຈາກນັ້ນ, ລັດ ແລະ ສັງຄົມໄດ້ສົ່ງເສີມການໂຄສະນາກິດຈະກໍາ, ນິທັດສະການ, ເທດສະການ, ງານບຸນກ່ຽວກັບສິລະປະວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງຊາດ, ມູນເຊື້ອອັນພິລະອາດຫານຂອງປະຊາຊົນລາວບັນດາເຜົ່າ ເພື່ອສົ່ງເສີມການທ່ອງທ່ຽວພາຍໃນ ແລະ ດຶງດູດນັກທ່ອງທ່ຽວຕ່າງປະເທດ. ລັດປົກປ້ອງຜົນປະໂຫຍດອັນຊອບທໍາ ລວມທັງຮັບປະກັນຄວາມປອດໄພໃຫ້ແກ່ນັກທ່ອງທ່ຽວ.
ເພື່ອສ້າງໃຫ້ປະເທດເຮົາເປັນສູນລວມແຫ່ງການທ່ອງທ່ຽວທີ່ໂດດເດັ່ນໃນພາກພື້ນ, ຮັບປະກັນຄຸນນະພາບຂອງການບໍລິການ, ອະນຸລັກ ແລະ ສົ່ງເສີມວັດທະນະທໍາຮີດຄອງປະເພນີອັນດີງາມຂອງຊາດ,ຊຸກ ຍູ້ການຜະລິດພາຍໃນ ແລະ ຂາອອກກັບທີ່, ສ້າງລາຍຮັບໃຫ້ແກ່ປະເທດ ແລະ ປະຊາຊົນ, ຊຸກຍູ້ການປົກປັກຮັກສາສິ່ງແວດລ້ອມ. ລັດຖະບານຈຶ່ງວາງທິດທາງພັດທະນາການທ່ອງທ່ຽວຄື: ການພັດທະນາການທ່ອງ ທ່ຽວ ແລະ ອຸດສະຫະກໍາການທ່ອງທ່ຽວ ຕ້ອງຕິດພັນກັບການສຶກສາອົບຮົມໃຫ້ພະນັກງານ ແລະ ປະຊາຊົນຮັບຮູ້ເຂົ້າໃຈທີ່ຕັ້ງ, ລັກສະນະ ແລະ ຄຸນປະໂຫຍດ ຕະຫຼອດເຖິງດ້ານຕັ້ງໜ້າ ແລະ ດ້ານຫຍໍ້ທໍ້ຂອງວຽກງານດັ່ງກ່າວ. ການຂະຫຍາຍການທ່ອງທ່ຽວ ແລະ ອຸດສາຫະຫໍາການທ່ອງທ່ຽວ ແມ່ນຖືເອົາການຍົກສູງຄຸນນະພາບ ແລະ ປະສິດທິຜົນທາງດ້ານເສດຖະກິດ-ສັງຄົມເປັນຈຸດໝາຍຕົ້ນຕໍ, ການເປີດກວ້າງການທ່ອງທ່ຽວຕ້ອງຮັບປະກັນ ການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ. ການບໍລິການທ່ອງທ່ຽວຢູ່ ສປປ ລາວ ຈັດເປັນ 2 ປະເພດ ຄື: ນັກທ່ອງທ່ຽວສາກົນ ແລະ ນັກທ່ອງທ່ຽວພາຍໃນ. ຕະຫຼາດການທ່ອງທ່ຽວຂອງ ສປປ ລາວ ແມ່ນເລັ່ງໃສ່ປະເພດນັກທ່ອງທ່ຽວຊັ້ນສູງ ແລະ ທ່ອງທ່ຽວທີ່ມີການຈັດຕັ້ງ, ຂະຫຍາຍການພົວພັນຮ່ວມມືລະຫວ່າງວຽກງານການທ່ອງທ່ຽວແຫ່ງຊາດຂອງ ສປປ ລາວ ກັບບັນດາວຽກງານການທອງທ່ຽວຂອງບັນດາປະເທດເພື່ອນມິດ ແລະ ປະເທດອື່ນໆ.
ໃນປັດຈຸບັນ, ສປປ ລາວ ຂອງພວກເຮົາ ການທ່ອງທ່ຽວກໍໄດ້ມີບົດບາດພົ້ນເດັ່ນຂຶ້ນເລື້ອຍໆ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ – ສັງຄົມຂອງປະເທດຫຼາຍຂຶ້ນ. ທັງນີ້ກໍຍ້ອນພັກ ແລະ ລັດຖະບານໄດ້ມີແນວທາງ, ນະໂຍບາຍສົ່ງເສີມການທ່ອງທ່ຽວ ແລະ ເອົາໃຈໃສ່ລົງທຶນໃສ່ການພັດທະ ນາພື້ນຖານໂຄງລ່າງ ເພື່ອເອື້ອອໍານວຍໃຫ້ແກ່ການພັດທະນາການທ່ອງທ່ຽວ, ພ້ອມກັນນັ້ນ ບັນດາຂະແໜງການ ແລະ ທ້ອງຖິ່ນກໍໄດ້ຊຸກຍູ້ ແລະ ໃຫ້ການສະໜັບສະໜູນຢ່າງກວ້າງຂວາງ, ອັນໄດ້ເຮັດໃຫ້ການ ທ່ອງທ່ຽວມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ຊຶ່ງສະແດງອອກໃນຈໍານວນນັກທ່ອງທ່ຽວນັບມື້ນັບເພີ່ມຂຶ້ນ ແລະ ລາຍຮັບຈາກການທ່ອງທ່ຽວກໍເພີ່ມຂຶ້ນໃນແຕ່ລະປີ.