Home ຂ່າວໜ້າໜຶ່ງ ຖະແຫຼງການຂອງໂຄສົກກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

ຖະແຫຼງການຂອງໂຄສົກກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

0

ນະຄອນຫຼວງວຽງຈັນ, 3 ສິງຫາ 2022 ສປປ ລາວ ໄດ້ຕິດຕາມຢ່າງໃກ້ຊິດ ແລະ ສະແດງຄວາມເປັນຫວ່ງຕໍ່ສະພາບການຢູ່ຊ່ອງແຄບໄຕ້ຫວັນ, ລວມທັງການກະທຳທີ່ເປັນການຍຸແຍ່ ຊຶ່ງອາດຈະນຳໄປສູ່ຄວາມເຄັ່ງຕຶງໃນພາກພື້ນ.

ສປປ ລາວ ເວລາໃດກໍ່ຖືວ່າສັນຕິພາບ ແລະ ສະຖຽນລະພາບຢູ່ທຸກພາກພື້ນໃນໂລກ ລວມທັງພາກພື້ນອາຊີ-ປາຊີຟິກ ເປັນເງື່ອນໄຂຕັດສິນ ແລະ ພື້ນຖານຕົ້ນຕໍ ໃຫ້ແກ່ການຮ່ວມມື ແລະ ການພັດທະນາຂອງບັນດາປະເທດໃນພາກພື້ນ ແລະ ໃນໂລກ.

ສປປ ລາວ ຢືນຢັນຄືນນະໂຍບາຍອັນສະເໝີຕົ້ນສະເໝີປາຍ ຂອງຕົນໃນການສະໜັບສະໜູນນະໂຍບາຍຈີນດຽວ ແລະ ຖືວ່າໄຕ້ຫວັນເປັນສ່ວນໜຶ່ງທີ່ຕັດແຍກອອກບໍ່ໄດ້ ຂອງ ສປ ຈີນ, ຄັດຄ້ານທຸກເຈດຈຳນົງທີ່ມຸ່ງຫວັງສ້າງສະຖານະການເພື່ອສ້າງສອງປະເທດຈີນ ຫຼື ໜຶ່ງຈີນ, ໜຶ່ງໄຕ້ຫວັນ.

ສປປ ລາວ ຢໍ້າຄືນການສະໜັບສະໜູນນະໂຍບາຍຂອງລັດຖະບານ ສປ ຈີນ ໃນການທ້ອນໂຮມປະເທດຊາດໂດຍສັນຕິວິທີ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version