Home ຂ່າວການເມືອງ ຫສນຍ ຈັດພິທີປາຖະກະຖາວັນສຳຄັນຂອງພັກ-ຂອງຊາດ

ຫສນຍ ຈັດພິທີປາຖະກະຖາວັນສຳຄັນຂອງພັກ-ຂອງຊາດ

0

ຫ້ອງວ່າການສຳນັກງານາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດພິທີປາຖະກະຖາ ວັນສຳຄັນຂອງພັກ-ຂອງຊາດ ຂຶ້ນ​ໃນ​ວັນ​ທີ 27 ກໍ​ລະ​ກົດ 2022 ​ທີ່ ຫ​ສນຍ ໂດຍໃຫ້ກຽດເປັນປະທານ ຂອງ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ມີບັນດາສະຫາຍຄະນະພັກ ຫສນຍ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກ ແລະ ພະນັກງານລັດຖະກອນ ທົ່ວ ຫສນຍ ເຂົ້າຮ່ວມ.

ໃນພິທີ, ສະຫາຍ ອາລຸນໄຊ ສູນນະລາດ ໄດ້ໃຫ້ກຽດປາຖະກະຖາ ວັນຄ້າຍວັນເກີດ ຂອງປະທານ ສຸພານຸວົງ ຄົບຮອບ 113 ປີ (13 ກໍລະກົດ 1909 ຫາ 13 ກໍລະກົດ 2022) ຊຶ່ງສະຫາຍ ໄດ້ຍົກໃຫ້ເຫັນມູນເຊື້ອອັນດີງາມ, ແບບແຜນການດຳລົງຊີວິດ, ຜົນງານ ແລະ ການເຄື່ອນໄຫວ ຂອງປະທານ ສຸພານຸວົງ ຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກ ທີ່ໄດ້ສຸມສະຕິປັນຍາ ແລະ ເຫື່ອແຮງ ເພື່ອນໍາພາ ປະຊາຊົນລາວບັນດາເຜົ່າ ດໍາເນີນການຕໍ່ສູ້ປົດປ່ອຍຊາດ, ພ້ອມທັງ ສືບຕໍ່ນຳພາພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ນອກ​ຈາກ​ນີ້ ສະຫາຍ ອາ​ລຸນ​ໄຊ ສູນ​ນະ​ລາດ ຍັງໄດ້ເຜີຍແຜ່ ເນື້ອໃນເອກະສານມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI ເຊິ່ງໄດ້ຍົກໃຫ້ເຫັນເນື້ອໃນສຳຄັນ ເປັນຕົ້ນ ການປະເມີນສະພາບແວດລ້ອມ ຢູ່ພາກພື້ນ ແລະ ສາກົນ ໃນປັດຈຸບັນ ແລະ ຄາດຄະເນທ່າອ່ຽງໃນຕໍ່ໜ້າ; ການຕີລາຄາຜົນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ຕົ້ນປີ 2022 ຕິດພັນກັບຜົນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ; ການເສີມຂະຫຍາຍທ່າແຮງ, ຄວາມສາມາດບົ່ມຊ້ອນ ໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ; ການຊຸກຍູ້ສົ່ງເສີມຜູ້ປະກອບການທຸລະກິດຂະໜາດນ້ອຍ, ຂະໜາດກາງ ແລະ ຈຸນລະວິສາຫະກິດ ໃຫ້ມີຄວາມເຂັ້ມແຂງ; ການເພີ່ມທະວີພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບສູງ; ການປັບປຸງລະບົບການຈັດຕັ້ງ, ກົງຈັກ ແລະ ການເຄື່ອນໄຫວຂອງອົງການບໍລິຫານລັດ ຕາມທິດເຂັ້ມແຂງ ແລະ ມີປະສິດທິພາບ; ການຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳ ໃຫ້ແກ່ການສ້າງປະຖົມປັດໃຈ ເພື່ອກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ; ການກະກຽມດຳເນີນກອງປະຊຸມວຽກງານການເມືອງແນວຄິດ ທົ່ວປະເທດ ຄັ້ງທີ V, ກອງປະຊຸມວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງ, ກອງປະຊຸມສະຫຼຸບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ; ການກຳນົດວຽກງານຈຸດສຸມ ໃນການຊີ້ນຳຂອງຕົນ ໄປຮອດກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 5 ສະໄໝທີ XI.

ໃນໂອກາດດຽວກັນ, ສະຫາຍ ຄຳລາວັນ ຈັນທະລາວັນ ຮອງເລຂາຄະນະພັກ ຫສນຍ ຮອງລັດຖະມົນຕີ ຮອງຫົວໜ້າ ຫສນຍ ກໍໄດ້ໃຫ້ກຽດເຜີຍແຜ່ເອກະສານ ກ່ຽວກັບວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ຊຶ່ງສະຫາຍ ໄດ້ຍົກໃຫ້ເຫັນ ຄວາມໝາຍ, ຄວາມສຳຄັນ ຂອງສອງວັນປະຫວັດສາດດັ່ງກ່າວ ໂດຍສະເພາະ ການພົວພັນຮ່ວມມືມາແຕ່ຍາວນານ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ພາຍໃຕ້ການນຳພາຂອງຜູ້ນຳສອງປະເທດທີ່ມີຄວາມກ້າຫານ, ສະຫຼາດສ່ອງໃສ ເປັນຈິດໜຶ່ງໃຈດຽວກັນ ພ້ອມກັນຕໍ່ສູ້ເພື່ອປົດປ່ອຍປະເທດຊາດ ຍາດເອົາເອກະລາດຈາກພວກຈັກກະພັດຜູ້ຮຸກຮານ ຈົນສາມາດຍາດໄດ້ໄຊຊະນະ ແລະ ສະຖາປະນາປະເທດຂອງຕົນຂຶ້ນ ແລະ ພ້ອມກັນສືບຕໍ່ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືອັນດີງາມດັ່ງກ່າວ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຈົນມາເຖິງທຸກວັນນີ້ ແລະ ສືບຕໍ່ໝັ້ນຄົງຂະໜົງແກ່ນ ຕະຫຼອດໄປ.

ຂ່າວ: ກົມ​ປະ​ຊາ​ສຳ​ພັນ ຫ​ສນຍ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version