Home ຂ່າວຕ່າງປະເທດ ຈີນສືບຕໍ່ເປັນປະເທດຜະລິດທີ່ໃຫຍ່ກວ່າໝູ່ຢູ່ໃນໂລກ

ຈີນສືບຕໍ່ເປັນປະເທດຜະລິດທີ່ໃຫຍ່ກວ່າໝູ່ຢູ່ໃນໂລກ

0

ອີງຕາມການລາຍງານຈາກຂ່າວສານຊີອາໄອ ນັບຕັ້ງແຕ່ຈັດກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກກອມມູນິດຈີນເປັນຕົ້ນມາ, ກຳລັງສັງລວມຂອງອຸດສາຫະກຳການຜະລິດຈີນສືບຕໍ່ເພີ່ມສູງຂຶ້ນ. ກະຊວງອຸດສາຫະກຳ ແລະ ຂໍ້ມູນຂ່າວສານຈີນໄດ້ປະກາດສະຖິຕິໃນຫວ່າງມໍ່ໆນີ້ ໂດຍສະແດງໃຫ້ເຫັນວ່າ: ໃນຮອບ 10 ປີຜ່ານມານີ້, ຍອດມູນຄ່າເພີ່ມຂອງອຸດສາຫະກຳການຜະລິດຂອງຈີນໄດ້ເພີ່ມຂຶ້ນຈາກ 16.980ຕື້ຢວນ ໃນປີ 2012 ເປັນ 31.400 ຕື້ຢວນ ໃນປີ 2021 ກວມອັດຕາສ່ວນໃນທົ່ວໂລກເພີ່ມຂຶ້ນຈາກ22,5% ເປັນເກືອບ 30%, ສືບຕໍ່ຢູໃນຖານະເປັນປະເທດຜະລິດທີ່ໃຫຍ່ກວ່າໝູ່ຢູ່ໃນໂລກ ລະບົບອຸດສາຫະກຳການຜະລິດທີ່ຄົບຖ້ວນມີທ່າແຮງທີ່ພົ້ນເດັ່ນກວ່າເກົ່າ.

ອຸດສາຫະກຳການຜະລິດຂອງຈີນເປັນອຸດສາຫະກຳທີ່ມີປະເພດການຜະລິດທີ່ຄົບຖ້ວນກວ່າໝູ່ຢູ່ໃນໂລກ. ຄວາມສາມາດຄົບຊຸດຂອງຕ່ອງໂສ້ການຜະລິດໄດ້ນຳໜ້າທົ່ວໂລກ, ມີຄວາມໜຽວແໜ້ນ ແລະ ກຳລັງແຮງບົ່ມຊ້ອນໃນການພັດທະນາທີ່ແຂງແຮງທີ່ສຸດ. ນອກຈາກນີ້ແລ້ວ, ການຄ້າຜະລິດຕະພັນລະຫວ່າງຂັ້ນຕອນຂອງອຸດສາຫະກຳການຜະລິດໄດ້ກວມອັດຕາສ່ວນຂອງທົ່ວໂລກເຖິງປະມານ 20%,ສ່ວນຈຳນວນເຄື່ອງໝາຍສິນຄ້າໃນຂົງເຂດອຸດສາຫະກຳ ແລະ ຂໍ້ມູນຂ່າວສານທີ່ເຂົ້າລາຍຊື່ບໍລິສັດເຂັ້ມແຂງທີ່ສຸດຢູ່ໃນໂລກ 500 ແຫ່ງນັ້ນກໍໄດ້ເພີ່ມຂຶ້ນຈາກ 10 ແຫ່ງໃນເມື່ອກ່ອນເປັນ 24 ແຫ່ງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version