Home ຂ່າວພາຍໃນ ເປີດຂະບວນການແຂ່ງຂັນກິລາມວນຊົນ ຮັບຕ້ອນວັນສ້າງຕັ້ງເຫຼົ່າຮົບພະລາທິການກອງທັບ

ເປີດຂະບວນການແຂ່ງຂັນກິລາມວນຊົນ ຮັບຕ້ອນວັນສ້າງຕັ້ງເຫຼົ່າຮົບພະລາທິການກອງທັບ

0

ກົມໃຫຍ່ພະລາທິການກອງທັບ, ໄດ້ເປີດຂະບວນການແຂ່ງກິລາມວນຊົນຂຶ້ນ ໃນວັນທີ 27 ກໍລະກົດ ນີ້, ພາຍໃນກົມໃຫຍ່ພະລາທິການກອງທັບ, ເພື່ອຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆ ຂອງພັກ ຂອງຊາດ ແລະ ກອງທັບ, ເວົ້າລວມ ເວົ້າສະເພາະ ກໍຄື ຮັບຕ້ອນວັນສ້າງຕັ້ງເຫຼົ່າຮົບພະລາທິການກອງທັບ ຄົບຮອບ 66 ປີ, ວັນທີ 5/8/1956 – 5/8/ 2022 ໃຫ້ເຕັມໄປດ້ວຍຄວາມໝາຍອັນເລິກເຊິ່ງ, ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຈັດຕະວາ ຈັນດີ ສຸລິວົງສັກ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະນໍາກົມໃຫຍ່ພະລາທິການ, ບັນດາກົມອ້ອມຂ້າງເຂດໃຈກາງນະຄອນຫຼວງວຽງຈັນເຂົ້າຮ່ວມ.

ໂອກາດນີ້, ທ່ານ ພົນຈັດຕະວາ ຈັນດີ ສຸລິວົງສັກ ໄດ້ມີຄໍາເຫັນຕໍ່ພິທີເປີດຂະບວນການແຂ່ງຂັນກິລາໃນຄັ້ງນີ້ວ່າ: ສຸດທີ່ມີຄວາມໝາຍຄວາມສໍາຄັນເປັນຢ່າງຍິ່ງ ເພື່ອເປັນການສ້າງບັນຍາກາດພາຍໃນກົມຂອງພວກເຮົາໃຫ້ເຕັມໄປດ້ວຍບັນຍາກາດເບີກບານມ່ວນ ຊື່ນຟົດຟື້ນ, ອີກດ້ານໜຶ່ງກໍເປັນການຮັກສາສຸຂະພາບໃຫ້ແຂງແຮງ, ຄືດັ່ງບັນດາສະຫາຍຮັບຮູ້ນຳກັນແລ້ວວ່າ, ກິລາເປັນຢາວິເສດຕໍ່ສຸຂະພາບ, ເປັນຢາອັນປະເສີດຕໍ່ຮ່າງກາຍຂອງຄົນເຮົາ ແລະ ເປັນບໍ່ເກີດແຫ່ງຄວາມສາມັກຄີ.

ດັ່ງນັ້ນ, ບັນດານາຍ ແລະ ພົນທະຫານ, ຈົ່ງອອກແຮງແຂ່ງຂັນກັນສ້າງຜົນງານ, ພ້ອມກັນຫຼິ້ນກິລາ ລະຫວ່າງ ກົມກອງ ແລະ ບຸກຄົນໃຫ້ມີສຸຂະພາບແຂງແຮງດີ, ທ້າຍນີ້, ຈຶ່ງຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ, ຄະນະຮັບຜິດຊອບຈັດງານແຂ່ງຂັນກິລາ, ພ້ອມດ້ວຍທີມນັກກິລາທຸກສະຫາຍ, ຈົ່ງເອົາໃຈໃສ່ອົດທົນຜ່ານຜ່າທຸກຂໍ້ຫຍຸ້ງຍາກຕະຫຼອດໄລຍະການແຂ່ງຂັນກິລາ, ຮັກສາໄດ້ຄວາມສາມັກຄີຮັກແພງ, ຊ່ວຍເຫຼືອຊິຶ່ງກັນ ແລະ ກັນ, ແຂ່ງຂັນກັນດ້ວຍນ້ຳໃຈນັກກິລາ, ປະຕິບັດໂມງເວລາຢ່າງເຂັ້ມງວດ ແລະ ມີລະບຽບວິໄນທີ່ດີຕໍ່ກັນ, ເກມກິລາຕ້ອງເຂົ້າໃຈວ່າ, ແພ້ ຫຼື ຊະນະແມ່ນບໍ່ສໍາຄັນ, ແຕ່ສິ່ງສໍາຄັນນັ້ນຄືຄວາມຮັກແພງສະໜິດສະໜົມ, ຮູ້ໃຫ້ອະໄພກັນ, ສ່ວນຄະນະກໍາມະການຕັດສິນ, ຕ້ອງຕັດສິນດ້ວຍຄວາມຍຸຕິທຳເປັນກາງ, ບໍ່ວ່າເຕະບານ ຫຼື ກິລາເປຕັງ, ພ້ອມກັນເຮັດໃຫ້ຂະບວນການແຂ່ງຂັນກິລາໃນຄັ້ງນີ້, ສໍາເລັດຜົນໄປດ້ວຍດີ,ສ່ວນການແຂ່ງຂັນກິລາແມ່ນຈະໄດ້ດໍາເນີນໄປເປັນເວລາ 5 ວັນ.

ຂ່າວ: ຄໍາປະສົງ ລາດຊະວົງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version