Home ຂ່າວການເມືອງ ບົດບາດຂອງແມ່ຍິງລາວໃນການສ້າງສາ ແລະ ພັດທະນາປະເທດຊາດນັບມື້ເທົ່າທຽມກັບເພດຊາຍ

ບົດບາດຂອງແມ່ຍິງລາວໃນການສ້າງສາ ແລະ ພັດທະນາປະເທດຊາດນັບມື້ເທົ່າທຽມກັບເພດຊາຍ

0

ເມື່ອເວົ້າເຖີງຄໍາວ່າ: ແມ່ຍິງ ໃນຄວາມຄິດຂອງຫລາຍຄົນຄົງຄິດວ່າ ເປັນເພດທີ່ອ່ອນແອ, ບໍ່ສາມາດຊ່ວຍເຫລືອຕົນ ເອງ ແລະ ອາໃສແຕ່ເພດຊາຍເພື່ອຄຸ້ມຄອງດູແລ ແລະ ຊ່ວຍເຫລືອທຸກຢ່າງ. ແຕ່ຄວາມຄິດເຫລົ່ານີ້ຖ້າເອົາມາໃຊ້ກັບແມ່ຍິງລາວບັນດາເຜົ່າ ແມ່ນຜິດພາດທີ່ສຸດ ເພາະແມ່ນຍິງລາວ ເຖີງວ່າເປັນຄົນອ່ອນຫວານນິ້ມນວນ ແລະ ມີຈິດ ໃຈໂອບເອື້ອອາລີ ແຕ່ເປັນຄົນທີ່ເຂັ້ມແຂງ ແລະ ອົດທົນຜ່ານຜ່າອຸປະສັກນາໆ ປະການ. ສະແດງງອອກໃນສະໄໝຕໍ່ສູ້ກູ້ຊາດ ແມ່ຍິງລາວບັນ ດາເຜົ່າ ໃນທົ່ວປະເທດ ໄດ້ຄຽງບ່າຄຽງໄຫລ່ກັບເພດຊາຍຕໍ່ສູ້ຕ້ານການຮຸກຮານຂອງພວກສັກດິນາ, ພວກ ຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ໃນສະໝໍຣະພູມຮົບຢ່າງດຸເດືອດ, ໜຽວແໜ້ນ ແລະ ພິລາດອາດຫານທີ່ສຸດ ເຮັດໃຫ້ເກີດມີເອື້ອຍນ້ອງກອງກໍາລັງໄຟເພດຍິງ, ສາວຊຽງຂວາງທັງງາມ-ທັງເກັ່ງ ແລະ ເອື້ອຍນ້ອງຍິງຢູ່ແຂວງອື່ນໆ ທົ່ວປະເທດ ໄດ້ຮ່ວມສ້າງວິລະກໍາອັນຍິ່ງໃຫຍ່ ແລະ ເກີດມີວິລະຊົນ, ເລື່ອງຈິງຄົນແທ້ ເປັນຕົ້ນ: ແມ່ເຖົ້າຢົງກາຍ, ທ່ານ ນາງ ພວງ, ທ່ານ ນາງ ບົວຄໍາ ພົມມະຈັນ ແລະ ທ່ານ ອື່ນໆ ທີ່ໄດ້ປະກອບສ່ວນຢ່າງສົມກຽດເຂົ້າໃນການຂຽນໜ້າປະຫວັດສາດຂອງຊາດລາວ.

ໃນໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດ ຊາດໃນປັດຈຸບັນ ກໍເຊັ່ນດຽວກັນ ພາຍ ໃຕ້ການນໍາພາ-ຊີ້ນໍາຂອງພັກ ແລະ ຄວາມເອົາໃຈໃສ່ຂອງລັດຖະບານ ໂດຍມີສູນກາງສະຫະພັນແມ່ຍິງ ລາວ ເປັນອົງການຈັດຕັ້ງມະຫາ ຊົນຂອງພັກທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງແມ່ຍິງລາວບັນດາເຜົ່າ ໄດ້ປຸກລະດົມແມ່ຍິງລາວບັນດາເຜົ່າທຸກຄົນ ເດີນຕາມແນວທາງນະໂຍບາຍ ຂອງພັກ, ເສີມຂະຫຍາຍມູນເຊື້ອອັນດີງາມຂອງແມ່ຍິງລາວບັນດາເຜົ່າທີ່ເຄີຍມີມາ ແລະ ສ້າງທຸກ ເງື່ອນໄຂໃຫ້ແມ່ຍິງລາວ ໄດ້ມີຊີວິດການເປັນຢູ່ທີ່ດີຂຶ້ນທາງດ້ານວັດຖຸ ແລະ ຈິດໃຈ, ຍົກສູງສິດສະເໝີ ພາບ ແລະ ບົດບາດ ຍິງ-ຊາຍທຽບເທົ່າກັນໃນທຸກດ້ານ ເຮັດໃຫ້ປັດຈຸບັນ ແມ່ຍິງລາວ ສາມາດເຂົ້າເຖິງ ການສຶກສາ, ສາທາລະນະສຸກ ແລະ ອື່ນຯ ຢ່າງສະດວກສະບາຍ. ສິ່ງສໍາຄັນເອື້ອຍນ້ອງແມ່ ຍິງຈຳ ນວນບໍ່ໜ້ອຍໄດ້ກາຍເປັນນັກການເມືອງ, ນັກການທູດ, ແພດໝໍທີ່ຊຳນານງານ, ອາຈານສອນ, ນັກທຸລະກິດ ແລະ ອື່ນໆ ນັບມື້ ຫລາຍຂຶ້ນ, ພ້ອມທັງໄດ້ຮັບຄວາມເຊື່ອຫມັ້ນ ແລະ ຖືກມອບໝາຍໜ້າທີ່ໃນ ຂັ້ນນຳພາຄຸ້ມຄອງ ແລະ ຕັດສິນບັນຫາສຳຄັນທຸກລະດັບ ນັບຕັ້ງແຕ່ຂັ້ນບ້ານຈົນຮອດການນຳຂັ້ນ ສູງຂອງພັກ, ສະພາແຫ່ງຊາດ ແລະ ລັດຖະບານດ້ວຍຈຳນວນທີ່ເພີ່ມຂຶ້ນທຸກປີ ເຮັດໃຫ້ບົດ ບາດ, ອິດທິພົນ ແລະ ຊື່ສຽງຂອງແມ່ຍິງລາວນັບມື້ນັບສູງເດັ່ນຂຶ້ນໃນເວທີການເມືອງທັງພາຍໃນປະເທດ, ພາກພື້ນ ແລະ ສາກົນ.

ພັກ ແລະ ລັດຖະບານ ຍາມໃດກໍໃຫ້ຄວາມສໍາຄັນຕໍ່ບົດ ບາດຍິງ-ຊາຍ ກໍຄື ການໃຫ້ ແມ່ຍິງ ເຂົ້າໃນມີບາດບາດໃນທຸກຂົງເຂດວຽກງານນັບມື້ເພີ່ມຂຶ້ນ ເພື່ອພ້ອມກັນສ້າງສາ ແລະ ພັດທະນາປະ ເທດຊາດໃຫ້ນັບຈະເລີນກ້າວໜ້າ ແລະ ນໍາເອົາປະເທດຊາດ ຫລຸດພົ້ນອອກຈາກປະເທດດ້ອຍພັດທະນາຕາມທີ່ໄດ້ວາງຄາດໝາຍເອົາໄວ້ ເພາະໃນຂະບວນການສ້າງສາ ແລະ ພັດທະນາດັ່ງກ່າວ ມັນຮຽກ ຮ້ອງຕ້ອງການຢ່າງຍິ່ງຕໍ່ຜູ້ທີ່ມີຄວາມຮູ້-ຄວາມສາມາດສູງ ບໍ່ວ່າເປັນເພດຍິງ ຫລື ຊາຍ ຈິ່ງເຮັດໃຫ້ແມ່ຍິງລາວບັນດາເຜົ່າຄືກຳລັງແຮງສັງລວມຂອງຊາດທີ່ຕັດແຍກອອກບໍ່ໄດ້ກັບກຳລັງແຮງ ທີ່ເປັນເພດຊາຍ.

ດັ່ງນັ້ນ, ໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ (20.7.1955-20.7.2022) ຂໍອວຍພອນມາຍັງແມ່ຍິງລາວ ກໍຄື ປະຊາຊົນລາວບັນດາເຜົ່າທຸກຄົນ ຈົ່ງມີສຸຂະພາບ ທີ່ແຂງແຮງ, ປະສົບຜົນສໍາເລັດໃນໜ້າທີ່ວຽກງານ ແລະ ຊີວິດໃນຄອບຄົວ. ພ້ອມນີ້ ຮຽກຮ້ອງມາຍັງບັນດາອົງການຂອງພັກ, ລັດ ແລະ ອົງການມະຫາຊົນຕ້ອງໄດ້ເພີ່ມທະ ວີຄວາມເອົາໃຈໃສ່ກໍ່ສ້າງ ພະນັກງານເພດຍິງໃຫ້ມີສ່ວນຮ່ວມໃນການຕັດສິນບັນຫາຕ່າງຯ ຂອງຊາດໃຫ້ຫລາຍຂຶ້ນ. ຂະນະ ດຽວກັນ ຕ້ອງຊຸກຍູ້ສົ່ງເສີມເພດຍິງໃນສັງຄົມທົ່ວໄປ ບໍ່ວ່າເປັນນັກທຸລະກິດ, ຊາວຄ້າຂາຍ ຫລື ປະຊາ ຊົນເຂົ້າໃນການພັດທະນາສ້າງສາປະເທດຊາດໃຫ້ທົ່ວເຖີງ, ໄປຟ້ອມຯ ກັບການເພີ່ມທະວີຄວາມເອົາໃຈໃສ່ສ້າງເງື່ອນໄຂໃຫ້ແມ່ຍິງລາວບັນດາເຜົ່າທີ່ກວມຈຳນວນ ຫລາຍກວ່າເຄິ່ງໜຶ່ງຂອງພົນລະເມືອງ ທົ່ວ ປະເທດໄດ້ເສີມຂະຫຍາຍຄວາມຮູ້-ຄວາມສາມາດ, ມີວິຊາຊີບ, ມີວຽກເຮັດງານທຳ ແລະ ອື່ນໆ ເພື່ອ ເຮັດໃຫ້ໃຫ້ເຂົາເຈົ້າສາມາດເຄື່ອນ ໄຫວສ້າງລາຍຮັບອັນຫມັ້ນຄົງໃຫ້ຄອບຄົວ ແລະ ປະກອບສ່ວນ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ ນັບມື້ຈະເລີນກ້າວໜ້າຂຶ້ນໄປເລື້ອຍໆ.

ຮຽກຮ້ອງມາຍັງແມ່ຍິງລາວບັນດາເຜົ່າ ຈົ່ງສືບຕໍ່ພັດທະ ນາຕົນເອງຢ່າງຕໍ່ເນື່ອງ ທັງທາງດ້ານ ຄວາມຮູ້-ຄວາມສາມາດ ແລະ ຄຸນສົມບັດສິນທໍາປະຕິບັດ ເພື່ອເຮັດລ້ອນໜ້າທີ່ທີ່ພັກ ແລະ ລັດຖະບານມອບໝາຍໃຫ້ ເພື່ອເຮັດໃຫ້ບົດບາດ ແລະ ຄວາມຮູ້-ຄວາມສາມາດຂອງເພດຍິງນັບມື້ເທົ່າທຽມກັບ ເພດຊາຍ ແລະ ພ້ອມກັນຮຽງບ່າຮຽງໄຫລ່ກັນເຂົ້າໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດອັນແສນຮັກທີ່ບັນພະບຸລຸດຂອງລາວເອົາຊີວິດ ແລະ ເລືອດເນື້ອເຫື່ອແຮງເພື່ອຕໍ່ສູ້ຢ່າງທໍລະຫົດອົດທົນ ແລະ ເຕັມໄປດ້ວຍຄວາມເສຍສະຫລະ ຈິ່ງສາມາດປົດປ່ອຍປະ ເທດຊາດຈາກແອກການປົກຄອງຂອງ ພວກຈັກກະພັດຜູ້ຮຸກຮານໄດ້ຢ່າງສະຫງ່າຜ່າເຜີຍ ໃຫ້ນັບມື້ຈະເລີນຮູ່ງເຮືອງສີວິໄລຕະຫລອດໄປ.

Cr: ບຸນຕຽງ ຈັນທະວົງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version