Home ຂ່າວການເມືອງ ລັດຖະບານຍີ່ປຸ່ນຊ່ວຍເຫຼືອໃໝ່ເພື່ອການຟື້ນຟູ ແລະ ຕອບໂຕ້ພະຍາດໂຄວິດ-19 ໂດຍຜ່ານເຕັກໂນໂລຊີ ດິຈິຕອນ

ລັດຖະບານຍີ່ປຸ່ນຊ່ວຍເຫຼືອໃໝ່ເພື່ອການຟື້ນຟູ ແລະ ຕອບໂຕ້ພະຍາດໂຄວິດ-19 ໂດຍຜ່ານເຕັກໂນໂລຊີ ດິຈິຕອນ

0

ວັນທີ 20 ກໍລະກົດ ທີ່ຜ່ານມານີ້ ກະຊວງສຶກສາທິການ ແລະ ກິລາ (ສສກ), ລັດຖະບານຍີ່ປຸ່ນ ແລະ ອົງການຢູນິເຊັບ ໄດ້ຈັດພິທິປະກາດທຶນຊ່ວຍເຫຼືອລ້າ ມູນຄ່າ USD 621,000 ເພື່ອນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດກິດຈະກໍາຫຼຸດຜ່ອນຜົນກະທົບການຮຽນຂອງເດັກນ້ອຍຈາກການລະບາດຂອງພະຍາດໂຄວິດ-19 ເປັນໄລຍະເວລາ 1 ປີ.

ຈຸດປະສົງສໍາຄັນໃນການສະໜັບສະໜູນຄັ້ງນີ້ ຈະປະກອບດ້ວຍການພັດທະນາ ແລະ ການແຈກຢາຍອຸປະກອນດິຈິຕອນ ແລະ ອຸປະກອນການຮຽນແບບອ໋ອບລາຍ ແລະ ການຝຶກທັກສະທາງດ້ານດິຈິຕອນໃຫ້ກັບຄູ ແມ່ນເພື່ອເນັ້ນໃສ່ ການຟື້ນຟູການຮຽນ ສໍາລັບເດັກນ້ອຍກ່ອນໄວຮຽນ ແລະ ຊັ້ນປະຖົມທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19. ການສະໜັບສະໜູນນີ້ຍັງລວມໄປເຖິງການສະໜອງສື່ການຮຽນຕ່າງໆທີ່ມີຢູ່ໃນ ຖານຂໍ້ມູນການຮຽນ-ການສອນແບບດິຈິຕອນ ຂອງກະຊວງສຶກສາທິການ ແລະ ກິລາ ຄັງປັນຍາລາວ ທີ່ໄດ້ຮັບການສະໜັບສະໜູນຈາກ ອົງການຢູນິເຊັບ.

ກິດຈະກໍາດັ່ງກ່າວຈະສຸມໃສ່ການເລັ່ງແກ້ໄຂບັນຫາຄວາມຕ້ອງການອັນຮີບດ່ວນໃຫ້ແກ່ເດັກນ້ອຍທີ່ຢູ່ໃນກຸ່ມ ເປົ້າໝາຍໃນ ສປປ ລາວ ເພື່ອໃຫ້ເຂົາເຈົ້າໄດ້ເຂົ້າເຖິງໂອກາດຕ່າງໆກ່ຽວກັບ ການບໍາລຸງນັກຮຽນຊ່ວງໄລຍະພັກຮຽນ ແລະ ການເລັ່ງການຮຽນຄືນ ແລະ ເຂົ້າເຖິງສື່ການຮຽນຕ່າງໆ ເພື່ອປ້ອງກັນການປະລະການຮຽນ ແລະ ຫຼຸດຜ່ອນຄວາມແຕກໂຕນທາງການຮຽນ. ສື່ການຮຽນແມ່ນລວມໄປເຖິງປຶ້ມແບບຮຽນທີ່ເປັນໜັງສື ເບວ (ຕົວອັກສອນນູນ) ສໍາລັບນັກຮຽນທີ່ມີຄວາມບົກພ່ອງທາງດ້ານສາຍຕາ.

ຕະຫຼອດໄລຍະເວລາ 3 ປີ ທີ່ຜ່ານມາ, ສສກ ໄດ້ຮັບມື ແລະ ຕອບໂຕ້ກັບການລະບາດຂອງພະຍາດໂຄວິດ-19 ຢ່າງໄວວາ ເພື່ອຫຼຸດຜ່ອນຜົນກະທົບທີ່ຈະເກີດຂຶ້ນກັບເດັກນ້ອຍນັກຮຽນໃຫ້ໄດ້ຫຼາຍທີ່ສຸດ. ເຖິງແມ່ນວ່າຈະມີການຕອບໂຕ້, ນັກຮຽນໃນເກືອບທຸກຂອບເຂດທົ່ວປະເທດກໍຍັງໄດ້ຢຸດການຮຽນເປັນເວລາຫຼາຍເດືອນເນື່ອງຈາກການປິດໂຮງຮຽນ ຍິ່ງນເຮັດໃຫ້ນັກຮຽນມີຄວາມສ່ຽງສູງຂຶ້ນທີ່ຈະສູນເສຍການຮຽນ ແລະ ມີການປະລະເກີດຂຶ້ນ. ການສູນເສຍການຮຽນທີ່ຍິ່ງໃຫຍ່ໃນຂອບເຂດທົ່ວປະເທດຍ້ອນພະຍາດໂຄວິດ-19 ບໍ່ແມ່ນພຽງແຕ່ການສູນເສຍການຮຽນຂອງເດັກ ແຕ່ມັນເປັນການສູນເສຍຜົນຜະລິດຂອງຊາດໃນອະນາຄົດ ອີກດ້ວຍ.

ການຮ່ວມມືນີ້ຍັງຄໍານຶງເຖິງການເອົາຄູສອນເປັນສູນກາງໃນການຟື້ນຟູການຮຽນ ແລະ ແຜນບໍາລຸງນັກຮຽນ ທີ່ໄດ້ວາງແຜນໄວ້ແລ້ວ. ການຍົກລະດັບທັກສະຂອງຄູໃນດ້ານການຮຽນ-ການສອນແບບດິຈິຕອນ ແມ່ນຈະໄດ້ຈັດຕັ້ງປະຕິບັດຮ່ວມກັບ ອົງການໄຈກາ. ໂດນການຮ່ວມມືກັບ ອົງການໄຈກາ, ນັກຮຽນ, ນັກຮຽນຄູ ແລະ ຄູສອນໃນບັນດາແຂວງເປົ້າໝາຍແມ່ນໄດ້ຮັບການຝຶກອົບຮົມການສອນວິຊາຄະນິດສາດໂດຍນໍາໃຊ້ຮູບແບບປະສົມປະສານ.

ທ່ານນາງ ດຣ. ເພຍ ບຼິດໂຕ, ຜູ້ຕາງໜ້າ ອົງການຢູນິເຊັບ ໄດ້ອະທິບາຍ ວ່າ “ຄູສອນແມ່ນສໍາຄັນທີ່ສຸດຕໍ່ການຟື້ນຟູການສູນເສຍການຮຽນທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ແລະ ສໍາຄັນຕໍ່ການປະຕິຮູບລະບົບການສຶກສາໃຫ້ສອດຄ່ອງກັບຄວາມຕ້ອງການຂອງເດັກນ້ອຍລາວ ໃນສະຕະວັດທີ 21”.

ທ່ານ ຮສ. ປອ. ພຸດ ສິມມາລາວົງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວ ວ່າ “ພວກເຮົາໄດ້ພົບກັບສິ່ງທ້າທາຍທີ່ສຸດເທົ່າທີ່ເຄີຍມີມາໃນຂະແໜງການສຶກສາ. ໂຄງການບໍາລຸງນັກຮຽນ ແລະ ການຍົກລະດັບທັກສະ ແລະ ຄວາມສາມາດຂອງຄູໃນດ້ານດິຈິຕອນ ໂດຍການສະໜັບສະໜູນຈາກລັດຖະບານຍີ່ປຸ່ນ ຈະມີບົດບາດສໍາຄັນທີ່ສຸດໃນເວລາທີ່ມີສະພາບການເຊັ່ນນີ້”.

ການຮ່ວມມືໃນຄັ້ງນີ້ ຍັງໄດ້ຄໍານຶງເຖິງຄວາມສໍາຄັນໃນການສ້າງເຄື່ອງມືທາງດ້ານນະວັດຕະກໍາດິຈິຕອນ ແລະ ເຕັກໂນໂລຊີ ຕ່າງໆ ໃນຫ້ອງຮຽນ ແລະ ໃຊ້ເປັນສ່ວນໜຶ່ງຂອງການຮຽນ-ການສອນ, ນີ້ແມ່ນບົດຮຽນທີ່ສໍາຄັນທີ່ໄດ້ຮຽນຮູ້ຈາກການແຜ່ລະບາດຂອງໂລກລະບາດ.

ທ່ານ ໂຄບະຢະຊິ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ໄດ້ກ່າວວ່າ “ເດັກນ້ອຍນັກຮຽນສູນເສຍໂອກາດຕ່າງໆໃນການຮຽນຢູ່ໂຮງຮຽນ ເນື່ອງຈາກການປິດໂຮງຮຽນ. ການຮ່ວມມືທີ່ເຂັ້ມແຂງເປັນສິ່ງຈໍາເປັນຖ້າພວກເຮົາຕ້ອງການທີ່ຈະຢືນຮ່ວມກັນເພື່ອແກ້ໄຂຜົນກະທົບອັນຮ້າຍແຮງຕໍ່ກັບເດັກນ້ອຍນີ້ ຍ້ອນການລະບາດຂອງພະຍາດໂຄວິດ-19.

ການມີສ່ວນຮ່ວມຕ່າງໆທີ່ຖືກເວລາສາມາດຊຸກຍູ້ການພັດທະນາໄດ້. ດ້ວຍການເຮັດວຽກຮ່ວມກັນພາຍໃຕ້ການຮ່ວມມືອັນໃໝ່ ລະ ຫວ່າງ ກະຊວງສຶກສາທິການ ແລະ ກິລາ, ລັດຖະບານຍີ່ປຸ່ນ ແລະ ອົງການຢູນິເຊັບ ຈະຊ່ວຍໃຫ້ສາມາດບັນລຸເປົ້າໝາຍຫຼາຍຂຶ້ນໃນການຊ່ວຍເຫຼືອເດັກນ້ອຍນັກຮຽນໃນ ສປປ ລາວ ໃນໂຄງການບໍາລຸງນັກຮຽນຄືນ ແລະ ສ້າງຄວາມທົນທານໄດ້ຫຼາຍຂຶ້ນໃນລະບົບການສຶກສາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version