Home ຂ່າວຕ່າງປະເທດ ຮອງນາຍົກລັດຖະມົນຕີ ຕ້ອນຮັບຜູ້ບັນຊາການທະຫານສູງສຸດ ກອງທັບໄທ

ຮອງນາຍົກລັດຖະມົນຕີ ຕ້ອນຮັບຜູ້ບັນຊາການທະຫານສູງສຸດ ກອງທັບໄທ

0

ຂປລ. ໃນວັນທີ 12 ກໍລະກົດ 2022 ທີ່ນະຄອນຫລວງວຽງຈັນ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນການເຂົ້າຢ້ຽມຂໍ່ານັບ ຂອງ ພົນເອກ ສະເຫລີມພົນ ສີສະຫວັດ ຜູ້ບັນຊາການທະຫານສູງສຸດ ກອງທັບ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ໂອກາດນນີ້, ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນຕໍ່ ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງ ພົນເອກ ສະເຫລີມພົນ ສີສະຫວັດ ພ້ອມດ້ວຍຄະນະ ໃນຄັ້ງນີ້ ເຊິ່ງເປັນການເພີ່ມພູນຄູນສ້າງ ການພົວພັນຮ່ວມມື ລະຫວ່າງ ສອງກອງທັບ ລາວ-ໄທ, ໄທ-ລາວ ເວົ້າລວມເວົ້າສະເພາະ ເພື່ອສືບຕໍ່ເພີ່ມທະວີໃນຂົງເຂດວຽກງານ ຮັກສາຄວາມສະ ຫງົບຮຽບຮ້ອຍຕາມຊາຍແດນລາວ-ໄທ -ໄທ-ລາວ ເປັນຕົ້ນ ການແກ້ໄຂບັນຫາຢາເສບຕິດ, ບັນຫາການລັກລອບເຂົ້າເມືອງຜິດກົດໝາຍ ແລະ ບັນຫາອື່ນໆ ທີ່ເປັນໜໍ່ແໜງໃນການກໍ່ຄວາມບໍ່ສະຫງົບ, ສ້າງກົນໄກເຂົ້າໃນຂົງເຂດວຽກ ງານກະສິກຳ ປູກຟັງ-ລ້ຽງສັດ ລະຫວ່າງ ສອງກອງທັບ ໃຫ້ເກີດດອກອອກຜົນ. ພ້ອມດຽວກັນນັ້ນ, ກໍຕ້ອງຮັກສາມູນເຊື້ອ ການໄປ-ມາ ຫາສູ່ຢ່າງເປັນປົກກະຕິ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ.

ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ຕາງໜ້າໃຫ້ ການນໍາພັກ-ລັດ ແຫ່ງ ສປປ ລາວ ຂອບໃຈ ຕໍ່ລັດຖະບານ ແລະ ປະຊາຊົນຊາວໄທ ທີ່ໄດ້ໃຫ້ການຊ່ວຍເຫລືອ ດ້ານອຸປະ ກອນການແພດ ແກ່ ສປປ ລາວ ເພື່ອຕອບຕ້ານກັບພະຍາດໂຄວິດ-19 ແລະ ການຊ່ວຍເຫລືອດ້ານກໍາລັງ ເຂົ້າໃນເຫດການເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ໃນໄລຍະຜ່ານມາ ເຊິ່ງມັນເປັນການປະກອບສ່ວນເສີມສ້າງສາຍພົວພັນໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ໃນໂອກາດດຽວກັນ, ທ່ານ ພົນເອກ ສະເຫລີມພົນ ສີສະຫວັດ ກໍໄດ້ສະແດງຄວາມຂອບໃຈຕໍ່ ພົນເອກ ຈັນສະໝອນ ຈັນຍາລາດ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນດ້ວຍໄມຕີຈິດມິດຕະພາບທີ່ດີຕໍ່ກັນ ທັງເປັນການເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງສອງກອງທັບໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ, ພ້ອມທັງໄດ້ລາຍງານການພົບປະກັບ ທ່ານ ພົນຕີ ຄຳລຽງ ອຸທະໄກສອນ ຮອງລັດຖະມົນຕີກະ ຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງ ທັບ ປະຊາຊົນລາວ ເພື່ອປຶກສາຫາລືບັນດາວຽກງານທີ່ສໍາຄັນ ທີ່ສອງຝ່າຍໃຫ້ຄວາມສົນໃຈ ແລະ ບັນຫາອື່ນໆ ໂດຍມີຜົນສຳເລັດຢ່າງຈົບງາມ.

ຂ່າວ-ພາບ: ໂຊເລ້ ບຸນເຮືອງ

#Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version