ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຈັດພິທີປະດັບຫລຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 28 ພະຈິກ 2025 ທີ່ຄະນະໂຄສະນາອົບຮົມສູນກາງພັກ ໂດຍໃຫ້ກຽດປະດັບຫລຽນກາລະນຶກໃນຄັ້ງນີ້ມີ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າ ຄອສພ, ປະທານສະພາທິດສະດີສູນກາງພັກ, ສະຫາຍ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ, ຮອງຫົວໜ້າ ຄອສພ, ສະຫາຍ ນາງ ວິລະວອນ ພັນທະວົງ ກໍາມະການປະຈໍາພັກ, ຮອງຫົວໜ້າ ຄອສພ, ພ້ອມດ້ວຍຮອງ ຄອສພ, ອະດີດພະນັກງານບໍານານ ຄອສພ ແລະ ພະນັກງານ-ລັດຖະກອນ ອ້ອມຂ້າງ ຄອສພ ເຂົ້າຮ່ວມ.

ໃນພິທີ, ສະຫາຍ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ ຮອງຫົວໜ້າ ຄອສພ ໄດ້ຜ່ານລັດຖະດໍາລັດປະທານປະເທດ ສະບັບເລກທີ 289/ປປທ, ລົງວັນທີ 20 ພະຈິກ 2025 ແລະ ຜ່ານໃບມອບສິດຂອງນາຍົກລັດຖະມົນຕີສະບັບເລກທີ 246/ນຍ, ລົງວັນທີ 20 ພະຈິກ 2025, ຊຶ່ງການມອບຫລຽນກາລະນຶກໃນຄັ້ງນີ້, ມີທັງພະນັກງານບໍານານ ແລະ ປະຈຳການ 560 ກວ່າສະຫາຍ, ຍິງ 216 ສະຫາຍ. ການມອບຫລຽນກາລະນຶກໃນຄັ້ງນີ້, ກໍເພື່ອສະແດງຄວາມຮູ້ບຸນຄຸນ, ຄຸນງາມຄວາມດີໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫລອດໄລຍະຜ່ານມາ.
ໂອກາດນີ້, ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ພະນັກງານ-ລັດຖະກອນ ແລະ ອະດີດພະນັກງານບຳນານ ທີ່ໄດ້ປະກອບສ່ວນທຸ່ມເທເຫື່ອແຮງ ສະຕິປັນຍາ ຢ່າງຕັ້ງໜ້າ ເຂົ້າໃນການປະຕິບັດວຽກງານຕະຫລອດໄລຍະຜ່ານມາ, ພ້ອມທັງເນັ້ນໃຫ້ຮັກສາມູນເຊື້ອ ແລະ ພ້ອມກັນຕັ້ງໜ້າປະກອບສ່ວນ ເຂົ້າໃນວຽກງານທີ່ພັກ-ລັດມອບໝາຍໃຫ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ດີຂຶ້ນກວ່າເກົ່າໃນຕໍ່ໜ້າ.