Home ຂ່າວຕ່າງປະເທດ ສສ ຫວຽດນາມ-ນູແວນເຊລັງ ຈັດກອງປະຊຸມ ລັດຖະມົນຕີ ການຕ່າງປະເທດ ຄັ້ງທີ 3

ສສ ຫວຽດນາມ-ນູແວນເຊລັງ ຈັດກອງປະຊຸມ ລັດຖະມົນຕີ ການຕ່າງປະເທດ ຄັ້ງທີ 3

0

ວິທະຍຸກະຈາຍສຽງຫວຽດນາມ, ເມື່ອບໍ່ດົນມານີ້ຢູ່ນະຄອນຫລວງຮ່າໂນ້ຍ, ທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດຫວຽດນາມ ແລະ ທ່ານ ວິນສຕັນ ປີຕີ(Winston Peters), ລັດຖະມົນຕີການຕ່າງປະເທດນູແວນເຊລັງ ໄດ້ເປັນປະທານຮ່ວມ ກອງປະຊຸມ ລັດຖະມົນຕີການຕ່າງປະເທດຫວຽດນາມ – ນູແວນເຊລັງ ຄັ້ງທີ 3 (FMM-3)ໂດຍທັງສອງຝ່າຍ ໄດ້ລົງນາມໃນໂຄງການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໄລຍະ 2025–2030, ເຫັນດີຕ້ອງສືບຕໍ່ຮັກສາທ່າພັດທະນາການພົວພັນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ຊຸກຍູ້ການແລກປ່ຽນ ຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ເສີມຂະຫຍາຍ ບັນດາກົນໄກ 2 ຝ່າຍ ແລະ ສົມທົບກັນ ຜັນຂະຫຍາຍ ໂຄງການກະທຳ ທີ່ຫາກໍ່ລົງນາມໃຫ້ເປັນຢ່າງດີ. 2 ຝ່າຍກໍ່ເນັ້ນໜັກເຖິງລັກສະນະເພີ່ມເຕີມໃຫ້ແກ່ກັນຂອງ 2 ພື້ນຖານເສດຖະກິດ, ຢືນຢັນການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນທີ່ຍັງມີຄວາມສາມາດບົ່ມຊ້ອນຫລາຍຢ່າງ, ສູ້ຊົນນຳວົງເງິນການຄ້າ 2 ສົ້ນໃຫ້ບັນລຸ 3 ຕື້ໂດລາສະຫະລັດ ໃນປີ 2026. ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີການຕ່າງປະເທດ ນູແວນເຊລັງ ກໍ່ໄດ້ສົ່ງຈົດໝາຍທາງການແຈ້ງກ່ຽວກັບບ້ວງເງິນອຸປະຖຳທີ່ມີມູນຄ່າຫລາຍກວ່າ 1,7 ລ້ານໂດລາສະຫະລັດ ຂອງລັດຖະບານ ນູແວນເຊລັງ ໃຫ້ແກ່ ສສ ຫວຽດນາມ ເພື່ອແກ້ໄຂຜົນເສຍຫາຍຈາກພາຍຸ ແລະ ນ້ຳຖ້ວມ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version