Home ຂ່າວຕ່າງປະເທດ ທູດລາວ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ອາກເມນີ

ທູດລາວ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ອາກເມນີ

0

ຂປລ.ໃນວັນ​ທີ 07 ກໍລະກົດ 2022 ຜ່ານມາ, ທ່ານ ນາງ ວິລາວັນ ເຍ່ຍ​ປໍ​ເຮີ່ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ Vahagn Khachaturyan, ປະທານາທິບໍດີ ແຫ່ງ ສາທາ ລະນະ​ລັດ ອາກເມນີ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ຜູ້ທໍາອິດ ປະຈໍາ ສາທາລະນະ​ລັດ ອາກເມນີ, ທີ່ມີສໍານັກງານຕັ້ງຢູ່ ນະຄອນຫລວງ ມົດສະກູ, ສະຫະພັນ ຣັດເຊຍ.

ໃນ​ໂອກາດດັ່ງກ່າວ, ພະນະທ່ານປະທານາທິບໍດີ Vahagn Khachaturyan ໄດ້​ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານທູດ ທີ່ໄດ້ຮັບຕໍ່າແໜ່ງໃຫມ່ ໃນຄັ້ງນີ້, ພ້ອມທັງອວຍພອນໃຫ້ ທ່ານທູດ ຈົ່ງປະສົບຜົນສຳເລັດໃນຫນ້າທີ່ວຽກງານອັນມີກຽດຂອງທ່ານ. ພ້ອມກັນນັ້ນ, ທ່ານປະທານາທິບໍດີ ໄດ້ເນັ້ນຢ້ຳໃຫ້ ສອງປະເທດ ລາວ-ອາກເມນີ ຈົ່ງເພີ່ມທະວີການພົວພັນຮ່ວມມືກັນໃຫ້ຫລາຍຂຶ້ນໃນບັນດາຂະແໜງການຕ່າງໆ ທີ່ເຫັນວ່າ ທັງ ສອງປະເທດ ມີທ່າແຮງ​​ບົ່ມ​ຊ້ອນນຳກັນ ​​ໂດຍສະເພາະ ການຮ່ວມມືທາງດ້ານເສດຖະກິດ-ການຄ້າ, ​ເຕັກ​ໂນ​ໂລ​ຊີ-​ຂໍ້​ມູນ​ຂ່າວສານ, ການ​ສຶກສາ ​ແລະ ການທ່ອງທ່ຽວ, ທັງນີ້ ກໍ່ເພື່ອເຮັດໃຫ້ການພົວພັນ ລະຫວ່າງສອງປະເທດລາວ-ອາກ ເມນີ ໄດ້ຮັບການເສີມຂະຫຍາຍເຂົ້າສູ່ບາດກ້າວອັນໃຫມ່.

ໃນໂອກາດດຽວກັນ, ທ່ານທູດ ວິລາວັນ ເຍ່ຍ​ປໍ​ເຮີ່ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ພະນະທ່ານປະທານາທິບໍດີ ທີ່ໄດ້ໃຫ້ກຽດຕ້ອນຮັບອັນອົບອຸ່ນ ແລະ ສະແດງຮູ້ສຶກເປັນກຽດຢ່າງສູງ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ອາກເມນີ ຜູ້ທຳອິດ. ພ້ອມດຽວກັນນີ້, ກໍໄດ້ຖືໂອກາດນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຈາກ ພະນະທ່ານປະທານປະເທດ ທອງລຸນ ສີສຸລິດ ເຖິງ ພະນະທ່ານ ປະ ທານາທິບໍດີ ອາກເມນີ, ລວມທັງ ປະຊາຊົນ ອາກເມນີ ທຸກຖ້ວນຫນ້າ. ພ້ອມນີ້, ທ່ານທູດ ວິລາວັນ ເຍ່ຍ​ປໍ​ເຮີ່ ໄດ້ສະ ແດງຄວາມຂອບໃຈມາຍັງ ລັດຖະບານ ແລະ ປະຊາຊົນ ອາກເມນີ ທີ່ໄດ້ໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນແກ່ ສປປ ລາວ ຕະຫລອດໄລຍະຜ່ານມາ ເຊິ່ງລັດຖະບານ ແຫ່ງ ສປປ ລາວ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍ ສປປ ລາວ ແລະ ສ. ອາກເມນີ ໃນໄລຍະຜ່ານມາ, ພາຍຫລັງທີ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ນັບແຕ່ວັນທີ 21 ເມສາ 1998 ເປັນຕົ້ນມາ.

ໃນໂອກາດເດີນທາງເຂົ້າຮ່ວມພິທີຍື່ນສານໃນຄັ້ງນີ້, ໃນ​ວັນ​ທີ 06 ກໍລະກົດ 2022, ທ່ານທູດ ວິລາວັນ ເຍ່ຍ​ປໍ​ເຮີ່ ກໍໄດ້ພົບປະເຮັດວຽກກັບ ທ່ານຫົວຫນ້າກົມອາຊີ-ປາຊີຟິກ, ກະ ຊວງການຕ່າງປະເທດ ແຫ່ງ ສ. ອາກເມນີ ທີ່ ກະຊວງການຕ່າງປະເທດ ເພື່ອປຶກສາຫາລື ກ່ຽວກັບການພົວພັນຮ່ວມມືສອງຝ່າຍ ສປປ ລາວ – ສ. ອາກເມນີ ແລະ ໄດ້​ເຂົ້າ​ຢ້ຽມຂໍ່ານັບ​ ແລະ ຍື່ນສຳເນົາສານຕາຕັ້ງຕໍ່ ທ່ານ Mnatsakan Safaryan, ຮອງລັດຖະມົນຕິກະຊວງການຕ່າງປະເທດ ແຫ່ງ ສ. ອາກເມນີ. ໃນໂອກາດນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມ ມືອັນດີ ລະຫວ່າງ ສອງປະເທດ ລາວ-ອາກເມນີ, ເຫັນດີສືບຕໍ່ຮ່ວມມື ແລະ ໃຫ້ການສະຫນັບສະຫນູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນເວທີສາກົນ. ໃນຕອນທ້າຍ, ທ່ານທູດ ວິລາວັນ ເຍ່ຍ​ປໍ​ເຮີ່ ກໍໄດ້ນຳເອົາຄວາມຢື້ຢາມຖາມຂ່າວຈາກ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຖິງຄູ່ຮ່ວມຕໍ່າແຫນ່ງຝ່າຍ ສ. ອາກເມນີ.

#Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version