Home ຂ່າວໜ້າໜຶ່ງ ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

0

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານ ປະເທດ ແຫ່ງ ສປປ ລາວ, ການນໍາຂັ້ນສູງ ຂອງ ສປ ຈີນ ນໍາໂດຍ ສະຫາຍ ຫວັງ ຮູ້ໜິງ ກໍາມະການປະຈໍາກົມການ ເມືອງສູນກາງພັກ, ປະທານສະພາທີ່ປຶກສາການເມືອງທົ່ວປະເທດຈີນ ຈະນໍາພາຄະນະຜູ້ແທນຂັ້ນສູງພັກ, ລັດ ຂອງ ສປ ຈີນ ເດີນທາງມາຢ້ຽມຢາມສັນທະວະໄມຕີ ຢ່າງເປັນທາງການ ຢູ່ ສປປ ລາວ, ໃນລະຫວ່າງວັນທີ 1-3 ທັນວາ 2025 ທີ່ຈະມາເຖິງນີ້.

ໃນໂອກາດເຄື່ອນໄຫວຢ້ຽມຢາມ ຢູ່ ສປປ ລາວ, ສະຫາຍ ຫວັງ ຮູ້ໜິງ ຈະໄດ້ເຂົ້າຮ່ວມພິທີສະເຫລີມ ສະ ຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ພິທີສະເຫລີມສະຫລອງການເປີດນໍາໃຊ້ທາງລົດໄຟ ລາວ-ຈີນ ຄົບຮອບ 4 ປີ. ພ້ອມດຽວກັນນັ້ນ, ຍັງຈະໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ທອງລຸນ ສີສຸລິດ ເລຂາທິການ ໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ; ພົບປະກັບ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແລະ ສະຫາຍ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ. ການເດີນທາງມາຢ້ຽມຢາມຂອງ ສະຫາຍ ຫວັງ ຮູ້ໜິງ ໄດ້ສະແດງໃຫ້ເຫັນເຖິງ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງສອງຊາດ ລາວ-ຈີນ, ອັນຈະເປັນການສະໜັບສະໜູນເພື່ອນມິດຍຸດ ທະສາດ ແລະ ເສີມຂະຫຍາຍການຮ່ວມມືຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ໃຫ້ນັບມື້ກ້າວສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ປີ 2025 ນີ້, ນອກຈາກເປັນປີແຫ່ງການສະເຫລີມສະຫລອງ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງ ສປປ ລາວ ແລ້ວ, ຍັງແມ່ນໂອກາດ ຄົບຮອບ 80 ປີ ຂອງການໄດ້ຮັບໄຊຊະນະສົງຄາມຕ້ານຟາດຊິດໂລກ ຄົບຮອບ 80 ປີ ແຫ່ງການສ້າງຕັ້ງອົງການສະຫະປະຊາຊາດ, ຄົບຮອບ 70 ປີ ທີ່ ສປປ ລາວ ໄດ້ເຂົ້າເປັນສະມາຊິກຂອງອົງການສະ ຫະປະຊາຊາດ, ຊຶ່ງເປັນອົງການທີ່ມີຈຸດປະສົງເປົ້າໝາຍສໍາຄັນ ໃນການປົກປັກຮັກສາສະຖຽນລະພາບສາກົນພາຍຫລັງ ສົງຄາມໂລກ ຄັ້ງທີ 2. ສປປ ລາວ ຖືໂອກາດນີ້ ຢືນຢັນຄືນທັດສະນະອັນສະເໝີຕົ້ນສະເໝີປາຍ ໃນການເດັດດ່ຽວຍຶດ ໝັ້ນການເຄົາລົບ ຍັດຕິຂອງສະມັດຊາໃຫຍ່ ສປຊ ເລກທີ 2758 ແລະ ຫລັກການປະເທດຈີນດຽວ ທີ່ຖືວ່າ ໄຕ້ຫວັນ ແມ່ນສ່ວນໜຶ່ງຂອງ ສປ ຈີນ ທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້ ແລະ ຄັດຄ້ານຕໍ່ທຸກການກະທໍາທີ່ ເປັນການແຊກແຊງເຂົ້າໃນກິດຈະການພາຍໃນຂອງກັນ ແລະ ກັນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version