Home ຂ່າວການເມືອງ ຫົວໜ້າ ຄຕພ ຕ້ອນຮັບ ຄະນະສະມາຄົມ ອິນເດຍເພື່ອການຮ່ວມມືວັດທະນະທຳ ແລະ ມິດຕະພາບ

ຫົວໜ້າ ຄຕພ ຕ້ອນຮັບ ຄະນະສະມາຄົມ ອິນເດຍເພື່ອການຮ່ວມມືວັດທະນະທຳ ແລະ ມິດຕະພາບ

0

ໃນວັນທີ 4 ກໍລະກົດ 2022 ນີ້, ທ່ານ ທອງສະຫວັນ ພົມວິຫານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ) ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານພິໄຊ ກຸມາຣ ພາທິຮາຣິ (Bijay Kumar Padhihari), ເລຂາທິການສະມາຄົມອິນເດຍເພື່ອການຮ່ວມມືວັດທະນະທຳ ແລະ ມິດຕະພາບພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ທ່ານ ທອງສະຫວັນ ພົມວິຫານ ໄດ້ສະ ແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການການມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ຖືເປັນການປະກອບສ່ວນສຳຄັນເຂົ້າໃນການຮັດແໜ້ນ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມ ມືອັນດີງາມ ລະຫວ່າງ ສະມາຄົມມິດຕະ ພາບ ລາວ-ອິນເດຍ ແລະ ສະ ມາຄົມ ອິນເດຍ ເພື່ອການຮ່ວມມືວັດທະ ນະທຳ ແລະ ມິດຕະພາບ ກໍຄື ປະຊາຊົນສອງຊາດ ລາວ ແລະ ອິນເດຍ ໃຫ້ນັບມື້ໄດ້ຮັບການພັດທະນາ ແລະ ກ້າວຂຶ້ນສູ່ລະດັບໃໝ່. ພ້ອມນັ້ນ, ທ່ານຍັງໄດ້ສະເໜີໃຫ້ສອງສະມາຄົມ ສືບຕໍ່ເພີ່ມທະວີໃນການເຮັດບົດບາດການທູດປະຊາຊົນ ໃຫ້ເຂົ້າສູ່ລວງເລີກກວ່າເກົ່າ ເພື່ອສະໜັບສະໜູນການຮ່ວມມືດ້ານຕ່າງໆ ຂອງ ສອງປະເທດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຂຶ້ນເລື້ອຍໆ.

ພ້ອມກັນນີ້, ທ່ານ ພິໄຊ ກຸມາຣ ພາທິຮາຣິ ໄດ້ຕາງໜ້າໃຫ້ ສະມາຄົມອິນເດຍເພື່ອການຮ່ວມມືວັດທະນະທຳ ແລະ ມິດຕະ ພາບ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງໃຫ້ຊາບກ່ຽວກັບການຈັດຕັ້ງ ແລະ ການເຄື່ອນ ໄຫວຂອງສະມາຄົມຂອງຕົນ ຕໍ່ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ. ພ້ອມທັງໃຫ້ຄຳຢືນຢັນວ່າ ສະມາຄົມອິນເດຍເພື່ອການຮ່ວມມືວັດທະນະທຳ ແລະ ມິດຕະພາບຈະສືບຕໍ່ຮັດແໜ້ນ ແລະ ຮ່ວມມືກັບ ສະມາຄົມມິດຕະພາບ ລາວ-ອິນເດຍ ເສີມຂະ ຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງ ສອງປະເທດ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາ ຊົນສອງຊາດ ອິນເດຍ ແລະ ລາວ.

ໃນວັນດຽວກັນ, ສະມາຄົມມິດຕະພາບ ລາວ-ອິນເດຍ ກັບ ສະມາຄົມອິນເດຍເພື່ອການຮ່ວມມືວັດທະນະທຳ ແລະ ມິດຕະພາບໄດ້ຈັດກອງປະຊຸມພົບປະສອງຝ່າຍ, ເຊິ່ງຝ່າຍ ລາວ ນໍາໂດຍ ທ່ານ ສຸທັມ ສາກົນນິຍົມ ປະທານສະມາຄົມມິດຕະພາບ ລາວ-ອິນດຍ ແລະ ຝ່າຍອິນເດຍນໍາໂດຍ ທ່ານ ພິໄຊ ກຸມາຣ ພາທິຮາຣິ, ເລຂາທິການສະມາຄົມອິນເດຍເພື່ອການຮ່ວມມືວັດທະນະທຳ ແລະ ມິດຕະພາບ, ພ້ອມນັ້ນຍັງມີ ທ່ານ ດີກ້າ ອັດທານາ (Dinkar Asthana), ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສ ອິນເດຍ ປະຈໍາ ສປປ ລາວ ແລະ ຄະນະຜູ້ແທນຂອງສອງຝ່າຍເຂົ້າຮ່ວມ.

ໃນກອງປະຊຸມ, ສອງສະມາຄົມ ໄດ້ປຶກສາຫາລືກ່ຽວກັບກົນໄກຮ່ວມມື, ການແລກປ່ຽນຂໍ້ມູນຂ່າວສານ, ການແລກປ່ຽນການຢ້ຽມຢາມຄະນະຜູ້ແທນເຊິ່ງກັນ ແລະ ກັນ. ພິເສດ, ທັງສອງຝ່າຍສາມາດບັນລຸການຕົກລົງ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໄລຍະ 5 ປີ (2022-2027) ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດການພົວພັນຮ່ວມມື ລະຫວ່າງ ສອງສະມາຄົມ ໃຫ້ມີບາດກ້າວອັນໃໝ່ໃນຕໍ່ໜ້າ.

ນອກຈາກການພົບປະເຮັດວຽກແລ້ວ, ຄະນະຜູ້ແທນສະມາຄົມ ອິນເດຍ ເພື່ອການຮ່ວມມືວັດທະນະທຳ ແລະ ມິດຕະ ພາບ ຍັງໄດ້ໄປຢ້ຽມຊົມສະຖານທີ່ທ່ອງ ທ່ຽວທາງປະ ຫວັດສາດ ວັດທະ ນະທຳ ແລະ ທຳມະຊາດ ຢູ່ພາຍໃນນະຄອນ ຫລວງວຽງຈັນ ແລະ ແຂວງຫລວງພະບາງ ຈຳນວນໜຶ່ງ.

ຂ່າວ-ພາບ: ຄຕພ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version