Home ຂ່າວພາຍໃນ ກະຊວງສາທາລະນະສຸກ ແລະ ແຂວງຈໍາປາສັກ ​ສົ່ງ​ເສີມ​ການຮ່ວມມື​ດ້ານສາທາລະນະສຸກ

ກະຊວງສາທາລະນະສຸກ ແລະ ແຂວງຈໍາປາສັກ ​ສົ່ງ​ເສີມ​ການຮ່ວມມື​ດ້ານສາທາລະນະສຸກ

0

ກອງປະຊຸມພົບປະ ລະຫວ່າງ ກະຊວງສາທາລະນະສຸກ ແລະ ແຂວງຈໍາປາສັກ ​ໄດ້​ຈັດ​ຂຶ້ນເມື່ອບໍ່​ດົນມານີ້ ທີ່ກະຊວງສາທາລະນະສຸກ ເພື່ອຊຸກຍູ້ ຮັດແໜ້ນ ການຮ່ວມມື ໃນຂົງເຂດວຽກງານສາທາລະນະສຸກ, ໂດຍການເປັນປະທານຮ່ວມຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ, ມີພາກສ່ວນທີ່ກ່ຽວຂ້ອງ​ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ແລະ ແຂວງ​ຈຳ​ປາ​ສັກເຂົ້າຮ່ວມ.

ໂອກາດນີ້, ທ່ານ ບຸນແຝງ ພູມມະໄລສິດ ໄດ້ກ່າວວ່າ: ກະ​ຊວງ​ສາ​ລະ​ນະ​ສຸກ ແລະ ແຂວງ​ຈຳ​ປາ​ສັກ ຈະໄດ້ພ້ອມກັນ ຜັນຂະຫຍາຍແນວທາງນະໂຍບາຍ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ກໍຄືແຜນພັດທະນາເສດຖະກິດ-ສັງຄົມ ຂອງກະຊວງສາທາລະນະສຸກ, ຂອງແຂວງຈໍາປາສັກ ແລະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ກ້າວເຂົ້າສູ່ລວງເລິກ, ຕິດແທດກັບວຽກງານຕົວຈິງ ໃນຂົງເຂດດັ່ງກ່າວ ໃຫ້ແຕກດອກອອກຜົນ ຕາມພາລະບົດບາດ ຂອງທັງສອງພາກສ່ວນ ແລະ ໃຫ້ເກີດປະໂຫຍດສູງສຸດ ແກ່ການພັດທະນາປະເທດຊາດ.

ຈາກນັ້ນ, ທ່ານ ວິໄລວົງ ບຸດດາຄໍາ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ທ່ານລັດຖະມົນຕີກະຊວງສາທາລະນະສຸກ ກໍຄືຄະນະນຳຂອງກະຊວງ ທີ່ເອົາໃຈໃສ່ ຊຸກຍູ້ ຊີ້ນຳໃນການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ ຢູ່ແຂວງຈຳປາສັກ ໂດຍສະເພາະຊີ້ນຳ ແລະ ການຈັດຕັ້ງປະຕິບັດວຽກງານການປ້ອງກັນ, ຄວບຄຸມການແຜ່ລະບາດພະຍາດໂຄວິດ-19, ຊ່ວຍດ້ານອຸປະກອນການແພດຫ້ອງວິເຄາະໃຫ້ແກ່ໂຮງໝໍແຂວງ, ເຄື່ອງເອໂກ ແລະ ອຸປະກອນການແພດອື່ນໆ. ໄດ້ຊ່ວຍເຫຼືອກໍ່ສ້າງໂຮງໝໍຊຸມຊົນເມືອງໂຂງ ພ້ອມອຸປະກອນການແພດ. ໂຮງໝໍນ້ອຍພະໂພ ເມືອງປະທຸມພອນ ພ້ອມອຸປະກອນການແພດຂັ້ນພື້ນຖານ ແລະ ມອບລົດ Ambulance ນໍາສົ່ງຄົນເຈັບ ຈໍານວນ 7 ຄັນ ແລະ ຈະສືບຕໍ່ມອບລົດ Ambulance ນໍາສົ່ງຄົນເຈັບຕື່ມອີກ ໃນປີ 2022 ໃຫ້ຄົບ 9 ເມືອງ.

ໃນກອງປະຊຸມພົບປະຄັ້ງນີ້, ສອງພາກສ່ວນໄດ້ມີການແລກປ່ຽນຄຳຄິດຄຳເຫັນ ເພື່ອກຳນົດຂອບເຂດຂອງການຮ່ວມມື, ການຈັດຕັ້ງປະຕິບັດ ແລະ ກົນໄກການປະສານງານ ເພື່ອບັນລຸຕາມຈຸດປະສົງ, ສຸມໃສ່ວຽກງານບຸລິມະສິດ ບົນພື້ນຖານພາລະບົດບາດຂອງຂະແໜງສາທາລະນະສຸກ ແລະ ທ່າແຮງຂອງແຂວງ ໃນການຮ່ວມມືແຕ່ລະໄລຍະ.

(ຂ່າວ-ພາບ: ທັດຊະນະ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version