Home ຂ່າວຕ່າງປະເທດ ສື່ມວນຊົນຈາກເກືອບ 20 ປະເທດ ຮຽນຮູ້ກ່ຽວກັບການແຕ້ມຮູບແບບດັ້ງເດີມຂອງຈີນ

ສື່ມວນຊົນຈາກເກືອບ 20 ປະເທດ ຮຽນຮູ້ກ່ຽວກັບການແຕ້ມຮູບແບບດັ້ງເດີມຂອງຈີນ

0

ສື່ມວນຊົນເກືອບ 30 ຄົນ ຈາກເກືອບ 20 ປະເທດ ທັງຈາກປະເທດໃນອາຊີ ແລະ ອາຟຼິກກາ ໄດ້ຮຽນຮູ້ກ່ຽວກັບການແຕ້ມຮູບແບບດັ້ງເດີມຂອງຈີນຢູ່ຂອບເຂດທີ່ພັກນັກການທູດໃນນະຄອນຫລວງປັກກິ່ງ ແຫ່ງ ສປ ຈີນ ໃນວັນທີ 4 ກໍລະກົດ 2022 ໂດຍມີ ທ່ານ ນາງ Xiao Shufang ນັກແຕ້ມຮູບທີ່ມີຊື່ສຽງຂອງຈີນ ແລະ ຄະນະ ມາບັນຍາຍໃຫ້ຮູ້ກ່ຽວກັບຄວາມເປັນມາ ແລະ ວິທີແຕ້ມຮູບແບບດັ້ງດີມຂອງຈີນທີ່ມີມາແຕ່ບູຮານນະການ ເຊີ່ງການແຕ້ມຮູບດັ່ງກ່າວບໍ່ໄດ້ເປັນພຽງການແຕ້ມຮູບພຽງຢ່າງດຽວເທົ່ານັ້ນ, ແຕ່ພາບທີ່ແຕ້ມອອກມາທັງພາບກ່ຽວກັບທໍາມະຊາດ, ຄົນ, ສັດ, ວັດຖຸສິ່ງຂອງ ແລະ ອື່ນໆ ແມ່ນເຕັມໄປດ້ວຍບົດກະ ວີ, ຄໍາສອນ, ຄໍາກອນ ແລະ ອື່ນໆ ທີ່ມີເນື້ອໃນຢ່າງອຸດົມສົມບູນເພື່ອສັ່ງສອນຄົນໃນການດໍາລົງຊີວິດໃຫ້ຖືກຕ້ອງໃນສັງຄົມ.

ປັດຈຸບັນ ເຖີງວ່າຍຸກສະໄໝໄດ້ປ່ຽນແປງໄປເຮັດໃຫ້ສາມາດນໍາໃຊ້ເຕັກນິກໃໝ່ເຂົ້າໃນການແຕ້ມໄດ້ງ່າຍດາຍຂຶ້ນ ແຕ່ຄວາມໝາຍຂອງຮູບແຕ້ມຍັງເລິກເຊີ່ງ ແລະ ເຕັມໄປດ້ວຍເນື້ອໃນທີ່ອຸດົມສົມບູນຄືເກົ່າ ຈິ່ງເຮັດໃຫ້ຮູບແຕ້ມໃນປະເທດຈີນໄດ້ຮັບຄວາມນິຍົມ, ທັງເປັນຊັບສົມບັດອັນລໍ້າຄ່າດ້ານວັດທະນະທໍາຂອງຈີນຕະຫລອດມາ.

ນອກຈາກໄດ້ຮັບຟັງປະຫວັດຄວາມມາຂອງການແຕ້ມຮູບແບບດັ້ງເດີມຂອງຈີນ ສື່ມວນຊົນທັງໝົດ ຍັງໄດ້ຮຽນແຕ້ມຮູບຕົວຈິງຕາມຮູບແບບດັ້ງເດີມຂອງຈີນ ຕື່ມອີກ.

ສໍາລັບ ສື່ມວນຊົນເກືອບ 30 ຄົນ ຈາກເກືອບ 20 ປະ ເທດທີ່ເດີນທາງມາ ສປ ຈີນ ໃນຄັ້ງນີ້ ແມ່ນເພື່ອເຂົ້າໂຄງ ການສູນສື່ຂ່າວສາກົນ 2022 ( China International Press Communication Center 2022 Program: CIPCC) ທີ່ CIPCC ຈັດຂຶ້ນໃນລະຫວ່າງ ເດືອນ ມິຖຸນາ ຫາ ເດືອນພະຈິກ ປີ 2022. ພາຍໃຕ້ໂຄງການນີ້ ສື່ມວນຊົນຈະໄດ້ເຄື່ອນໄຫວຫລາຍກິດຈະກໍາສໍາຄັນ ເປັນຕົ້ນ: ການສໍາພາດ ແລະ ລາຍງານຂ່າວກ່ຽວກັບສະພາບການພັດທະ ນາປະເທດຂອງຈີນ, ບັນດາເຫດການສໍາຄັນທີ່ເກີດຂຶ້ນຢູ່ຈີນ, ການທັດສະນະສຶກສາບັນດາສະຖານທີ່ສໍາຄັນ ແລະ ອື່ນໆ ເພື່ອໃຫ້ສ່ອງແສງໃຫ້ເຫັນເຖີງບົດຮຽນທີ່ດີຂອງຈີນໃນການພັດທະນາປະເທດທີ່ມີພົນລະເມືອງປຽບເໝືອນຫລັງຄາໂລກ ແຕ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດນັບມື້ຈະເລີນຮຸ່ງເຮືອງຈົນກາຍເປັນປະເທດທີ່ມີເສດຖະກິດຂະຫຍາຍຕົວເປັນອັນດັບສອງຂອງໂລກ ແລະ ຈັດຢູ່ໃນປະເທດມະຫາອໍານາດອັນດັບຕົ້ນຂອງໂລກໃນປັດຈຸບັນນີ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version