Home ຂ່າວການເມືອງ ພິຈາລະນາ ແລະ ປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງອາວຸດ ແລະວັດຖຸລະເບີດ

ພິຈາລະນາ ແລະ ປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງອາວຸດ ແລະວັດຖຸລະເບີດ

0

ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 9 ໃນວັນທີ 27 ມິຖຸນາ 2022, ທີ່ຫໍສະພາແຫ່ງຊາດ ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານພົນໂທ ສຸວອນ ເລື່ອງບຸນມີ, ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດໄດ້ຄົ້ນຄວ້າ, ພິຈາລະນາ ແລະປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງອາວຸດ ແລະວັດຖຸລະເບີດ ຊື່ງເປັນກົດໝາຍສ້າງໃໝ່ ສະເໜີໂດຍ ພົນເອກ ວິໄລ ຫລ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ທ່ານໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈໍາເປັນໃນການສ້າງຮ່າງກົດໝາຍສະບັບນີ້.

ໂດຍສະເພາະສະພາບການໃນປັດຈຸບັນສະພາບທາງດ້ານເສດຖະກິດ-ສັງຄົມມີການຂະຫຍາຍຕົວ, ເຊື່ອມໂຍງ, ເຊື່ອມຈອດກັບບັນດາປະເທດໃນພາກພື້ນ ແລະສາກົນ ເຮັດໃຫ້ມີບຸກຄົນ ແລະ ກຸ່ມຄົນທີ່ບໍ່ດີເຄື່ອນໄຫວຊື້ຂາຍອາວຸດ ແລະ ວັດຖຸລະເບີດແບບບໍ່ຖືກຕ້ອງຕາມລະບຽບ, ກົດໝາຍມີລັກສະນະເພີ່ມຂື້ນ, ເປີດແປນ ຊື່ງກາຍ ເປັນໜື່ງໃນປະກົດການຫຍໍ້ທໍ້ໃນສັງຄົມ ເຮັດໃຫ້ກຸ່ມຄົນບໍ່ດີຄອບຄອງ, ນໍາໃຊ້ອາວຸດ ແລະ ວັດຖຸລະເບີດເຄື່ອນໄຫວກໍ່ອາຊະຍາກຳດ້ານຕ່າງໆ ເປັນຕົ້ນການປຸ້ນຈີ້, ຊິງຊັບ, ນາບຂູ່ປະຊາຊົນ ເຊິ່ງສົ່ງຜົນກະ ທົບຕໍ່ຄວາມໝັ້ນຄົງຂອງຊາດ, ຕໍ່ການພັດທະນາເສດຖະກິດ-ສັງຄົມ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ, ແຕະຕ້ອງເຖິງຊີວິດ, ສຸຂະພາບ ແລະ ຊັບສິນຂອງລັດ, ຂອງລວມໝູ່, ບຸກຄົນ ແລະ ອື່ນໆ, ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ ປະກອບມີ 9 ພາກ, 9 ໝວດ ແລະ 67 ມາດຕາ.

ຄາດວ່າເມື່ອກົດໝາຍສະບັບນີ້ຖືກຮັບຮອງ ແລະປະກາດໃຊ້ແລ້ວ ຈະເປັນພື້ນຖານອັນສໍາຄັນທາງດ້ານກົດໝາຍໃນການຮັບປະກັນສະຖຽນລະພາບຄວາມໝັ້ນຄົງ, ຄວາມສະຫງົບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ທັງເປັນບ່ອນອີງໃຫ້ແກ່ເຈົ້າໜ້າທີ່ຂອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ພະນັກງານຂະແໜງການກ່ຽວຂ້ອງ ເຄື່ອນໄຫວປະຕິບັດໜ້າທີ່ວຽກງານການຄຸ້ມຄອງອາວຸດ ແລະວັດຖຸລະເບີດ ທັງຮັບປະກັນໃຫ້ແກ່ການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດໃນສັງຄົມຕາມທິດປົກຄອງດ້ວຍກົດໝາຍ ສາມາດແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມທີ່ກ່ຽວກັບບັນຫາດັ່ງກ່າວຢ່າງຂາດຕົວ ແນໃສ່ເຮັດໃຫ້ບັນຫາການລັກລອບຊື້-ຂາຍ, ການມີໄວ້ໃນຄອບຄອງ ແລະ ການນໍາໃຊ້ອາວຸດເຖື່ອນໃນສັງຄົມຫລຸດລົງ ຍ້ອນມີມາດຕະການຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ຂ່າວ : ຈັນທະສອນ ສີຫານາດ

ພາບ : ອະພິນຍາ ສຸລິຍະວົງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version