Home ຂ່າວພາຍໃນ ພິທີເປິດຊູດຝຶກອົບຮົມວຽກງານຂຽນແຜນພັດທະນາການທ່ອງທ່ຽວ ໃຫ້ ຖວທ ທົ່ວປະເທດ

ພິທີເປິດຊູດຝຶກອົບຮົມວຽກງານຂຽນແຜນພັດທະນາການທ່ອງທ່ຽວ ໃຫ້ ຖວທ ທົ່ວປະເທດ

0

ຊຸດຝຶກອົບຮົມວຽກງານການຂຽນແຜນພັດທະນາການທ່ອງທ່ຽວໃຫ້ແກ່ ພະແນກ ຖວທ ທົ່ວປະເທດ ໄດ້ຈັດຂື້ນໃນລະຫວ່າງວັນທີ 27-30/06/2022 ທີ່ ເມືອງວັງວຽງ, ແຂວງວຽງຈັນ ໂດຍການເຂົ້າຮ່ວມປະທານພິທີເປີດ ໂດຍ ທ່ານ ອຸ່ນທວງ ຂາວພັນ, ຮອງລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຊຶ່ງມີຜູ້ເຂົ້າຮ່ວມຈາກພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວທົ່ວປະເທດ ຈໍານວນ 46 ທ່ານ.

ຊຸດຝຶກອົບຮົມຄັ້ງນີ້ ໄດ້ໄຂຂຶ້ນໃນທ່າມກາງທີ່ລັດຖະບານພວມສຸມໃສ່ການຈັດຕັ້ງປະຕິບັດ 2​ ວາລະແຫ່ງຊາດ ໂດຍສະເພາະແມ່ນການຟື້ນຟູ​ຂະແໜງການທ່ອງທ່ຽວທີ່ໄດ້ຮັບຜົນກະທົບຈາກການແຜ່​ລະ​ບາດ​ຂອງ​ເຊື້ອ​ພະ​ຍາດໂຄວິດ-19 ຊຶ່ງອຸດສະຫະກໍາການທ່ອງທ່ຽວແມ່ນຂະແໜງການທີ່ໄດ້ຮັບຜົນຫຼາຍທີ່ສຸດ ທັງກະທົບທາງກົງ ແລະ ທາງອ້ອມ. ຈາກການ ຕິດຕາມສະຖານະການ ແລະ ຂໍ້ມູນຂ່າວສານການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງໃກ້ສິດມາໄລຍະໜຶ່ງນີ້ ແມ່ນເຫັນໄດ້ວ່າສະພາບການຢູ່ພາກພື້ນ ແລະ ສາກົນ ເລີ່ມມີທ່າອ່ຽງທີ່ດີຂື້ນ ພາຍຫລັງທີ່ຫລາຍປະເທດ ໄດ້ມີການ ປຶກສາຫາລື ຫາທາງອອກດ້ວຍຫລາຍວິທີ ແລະ ຫລາຍຮູບການ ເພື່ອຢັບຢັ້ງການແຜ່ລະບາດຂອງພະຍາດດັ່ງກ່າວ ເປັນຕົ້ນແມ່ນ: ຄໍາແນະນໍາຈາກອົງການອານະໄມໂລກໃນການປັບປ່ຽນແບບແຜນການດໍາລົງຊີວິດ ພາຍໃຕ້ເງື່ອນໄຂ ໃຫມ່ ຫຼື New Normal, ຄຽງຄູ່ໄປກັບການຊັກຢາວັກແຊ່ງເພື່ອສ້າງພູມຄຸ້ມກັນໝູ່, ການຜະລິດຢາປິ່ນປົວທີ່ມີປະສິດທິ ພາບ ແລະ ການຮຽນຮູ້ວິທີການໃຫ້ຢູ່ກັບພະຍາດດັ່ງກ່າວຢ່າງລະມັດລະວັງ. ພ້ອມດຽວກັນນີ້, ອົງການທ່ອງທ່ຽວໂລກ ຍັງໄດ້ແນະນໍາ່ໃຫ້ບັນດາປະເທດສະມາຊິກ ທົບທວນຄືນແຜນຍຸດທະສາດພັດທະນາການທ່ອງທ່ຽວ ແລະ ແຜນຍຸດທະສາດການຕະຫຼາດການທ່ອງທ່ຽວຄືນໃຫມ່ ໂດຍກໍານົດຄໍາຂວັນຂອງວັນທ່ອງທ່ຽວໂລກໃນປີ 2022 ນີ້ວ່າ “Rethinking Tourism”. ເນື່ອງຈາກວ່າບັນດາແຜນຍຸດທະສາດພັດທະນາການທ່ອງທ່ຽວ ແລະ ແຜນຍຸດທະສາດການຕະຫຼາດການທ່ອງທ່ຽວ ອາດຈະບໍ່ເໝາະກັບສະພາບການພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19.

ເພື່ອຜັນຂະຫຍາຍແນວທາງການຟື້ນຟູການທ່ອງທ່ຽວຂອງ ສປປລາວ ກໍຄືການປະກອບສ່ວນເຂົ້າໃນການຟື້ນຟູເສດຖະ ກິດຂອງປະເທດເຮົາ, ລັດຖະບານ ໄດ້ປະກາດເປີດການທ່ອງທ່ຽວແບບເຕັມຮູບແບບ ເລີ່ມແຕ່ວັນທີ 9 ພືດສະພາ ເປັນຕົ້ນມາ. ມາຮອດປັດຈຸບັນ ເຫັນວ່າຈໍານວນຕົວເລກນັກທ່ອງທ່ຽວພາຍໃນ ໃນໄລຍະ 4 ເດືອນຕົ້ນປີ 2022 ນີ້ ແມ່ນມີຈໍານວນ 463,907 ເທື່ອຄົນ, ສາມາດສ້າງລາຍຮັບໄດ້ 52 ລ້ານໂດລາສາຫະລັດ ໄລຍະການພັກເຊົາ ແມ່ນປະ ມານ  2,5 ວັນ ຊຶ່ງເປັນໄດ້ວ່າການທ່ອງທ່ຽວພາຍໃນລາວທ່ຽວລາວ ແມ່ນມີຂະບວນການຟົດຟື້ນພໍສົມຄວນ.

ເພື່ອແນ່ໃສ່ການກະກຽມຄວາມພ້ອມໃນການວາງແຜນພັດທະນາການທ່ອງທ່ຽວໃນຕໍ່ໜ້າ, ກະຊວງ ຖວທ ຈຶ່ງເຫັນໄດ້ຄວາມສໍາຄັນຂອງການຍົກລະດັບຂີດຄວາມສາມາດທາງດ້ານວິຊາການໃຫ້ແກ່ພະນັກງານຫຼັກແຫຼ່ງຈາກພະແນກ ຖວທ ບັນດາແຂວງ ໄດ້ນໍາໄປຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍໃນວຽກງານຕົວຈິງຢູ່ບັນດາແຂວງໃນຂອບເຂດທົ່ວປະເທດໃຫ້ປະກົດຜົນເປັນຈິງ ແລະ ສາມາດບັນລຸໄດ້ຕາມແຜນພັດທະນາການທ່ອງທ່ຽວ ສໍາລັບປີ 2021-2025 ກໍຄືວິໄສທັດຮອດປີ 2030 ຂອງຂະແໜງ ຖວທ. ໃນພາກວິຊາການຂອງຊຸດຝຶກອົບຮົມຄັ້ງນີ້ ຊຶ່ງນຳພາໂດຍ ທ່ານ ນາງ ພອນມະລີ ອິນທະພົມ, ຫົວໜ້າກົມພັດທະນາການທ່ອງທ່ຽວ ໄດ້ນຳພານັກສໍາມະນາກອນທົ່ວປະເທດໃນການແລກປ່ຽນບົດຮຽນກ່ຽວກັບການວາງແຜນພັດທະນາຮ່ວມກັນກັບບັນດາທ່ານນັກວິທະຍາກອນຈາກສູນກາງ   ແລະ ປຶກສາຫາລືໃນການປັບປຸງແຜນພັດທະນາການທ່ອງທ່ຽວລະດັບພາກ ຄື:   ພາກເໜືອ, ພາກກາງ ແລະ ພາກໃຕ້ ສຳລັບປີ 2023-2030. ພ້ອມກັນນັ້ນ, ນັກສໍາມະນາກອນ ຍັງຈະໄດ້ຮັບຮູ້ທັງພາກທິດສະດີ ແລະ ການລົງເກັບກໍາຂໍ້ມູນຢູ່ພື້ນທີ່ຕົວຈິງ ທີ່ ສະຖານທີ່ທ່ອງທ່ຽວ ເພື່ອມາເປັນຕົວຢ່າງໃນການສ້າງແຜນພັດທະນາການທ່ອງທ່ຽວ.                                                                                                                                                                                                                                                                                 

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version