Home ຂ່າວການເມືອງ ພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອິນໂດເນເຊຍ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອິນໂດເນເຊຍ

0

ໃນວັນທີ 24 ມິຖຸນາ 2022, ທ່ານ ດຣ. ປຣາຕີໂຕ ຊູຮາຣິໂຢ, ເອກອັກຄະລັດ ຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາ ທາລະນະລັດ ອິນໂດເນເຊຍ ປະຈຳ ສປປ ລາວ, ໄດ້ໃຫ້ກຽດເປັນເຈົ້າພາບຈັດງານລ້ຽງ ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະ ນະລັດ ອິນໂດເນເຊຍ ແລະ ສປປ ລາວ ຄົບຮອບ 65 ປີ ທີ່ ໂຮງແຮມ ລາວ ພລາຊາ, ນະຄອນຫຼວງວຽງຈັນ. ໂດຍ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດເປັນແຂກກິດຕິມະສັກ ແລະ ມີບັນດາລັດຖະມົນຕີກະຊວງຕ່າງໆຈຳນວນໜຶ່ງເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ໄດ້ກ່າວປາໄສ ໂດຍສະແດງໃຫ້ເຫັນເຖິງສາຍພົວພັນອັນດີງາມ ລະຫວ່າງສອງປະເທດ ອິນໂດເນເຊຍ ແລະ ສປປ ລາວ ໃນຕະຫຼອດໄລຍະ 65 ປີຜ່ານມາ ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ ລັດຖະບານ ສປປ ລາວ ທີ່ໄດ້ທະນຸທະໜອມສາຍພົວພັນທີ່ດີງາມຂອງສອງປະເທດພວກເຮົາ. ທ່ານເອກອັກຄະລັດຖະທູດ ໄດ້ຍໍ້າວ່າ ການສະເຫຼີມສະຫຼອງຂອງ ປະຊາຊົນອິນໂດເນເຊຍ ແລະ ລັດຖະບານລາວ ແລະ ປະຊາຊົນລາວ ເຊິ່ງເປັນຄວາມພາກພູມໃຈຕໍ່ຄວາມມານະພະຍາຍາມ, ໝາກຜົນ, ມິດຕະພາບທີ່ເປັນມູນເຊື້ອອັນຍາວນານ ແລະ ນ້ຳໃຈອ້າຍນ້ອງທີ່ມີມາແຕ່ດົນນານໃນຫຼາຍປີຜ່ານມາ ແລະ ໃນຊຸມປີຕໍ່ໜ້າ. ເຖິງແມ່ນວ່າໂລກລະບາດໂຄວິດ – 19 ໄດ້ສົ່ງຜົນກະທົບໃນຫຼາຍດ້ານຕໍ່ ຄວາມພະຍາຍາມໃນການເພີ່ມທະວີການພົວພັນຮ່ວມມື ແຕ່ສອງປະເທດກໍ່ສະໜັບ ສະໜູນເຊິ່ງກັນ ແລະ ກັນໃນເວທີສາກົນ ໂດຍສະເພາະແມ່ນໃນຂອບອາຊຽນ. ນອກນີ້, ສອງປະເທດຍັງຢູ່ໃນຂັ້ນຕອນການຄົ້ນຄວ້າ ແລະ ຊຸກຍູ້ການພົວພັນດ້ານການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດ ແລະ ການໄປມາຫາສູ່ກັນລະຫວ່າງລັດຖະບານ ແລະ ປະຊາຊົນ ຂອງສອງປະເທດ ນັບມື້ໃຫ້ຫລາຍຂຶ້ນ ເພື່ອເພີ່ມທະວີການຮ່ວມມືໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃນລະດັບພາກພື້ນ.

ການທີ່ ສປປ ລາວ ໄດ້ຮັບຜົນສໍາເລັດໃນການ ຫັນເອົາປະເທດເປັນສູນກາງການເຊື່ອມໂຍງກັບພາກພື້ນ, ທ່ານ ເອກອັກຄະລັດຖະທູດ ເຊື່ອໝັ້ນວ່າ ຈະມີໂອກາດລົງທຶນໃນຂະແໜງການຕ່າງໆໃນ ສປປ ລາວ ແລະ ມີທ່າແຮງການຮ່ວມມືຫຼາຍດ້ານໃນຂົງເຂດການສຶກສາ ແລະ ວັດທະນະທຳ-ສັງຄົມ ເພື່ອໃຫ້ບັນລຸເປົ້າໝາຍຂອງສອງປະເທດ.

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ເໜັ້ນໜັກເຖິງການພົວພັນຮ່ວມມືສອງຝ່າຍຢ່າງແໜ້ນແຟ້ນ ກໍຄື ການເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ ແລະ ການສຶກສາ, ການສົ່ງເສີມການໄປມາຫາສູ່ກັນຂອງປະຊາຊົນ ເປັນສ່ວນສໍາຄັນ ແລະ ມີບົດບາດໃນການເພີ່ມທະວີສາຍພົວພັນ ລະຫວ່າງ ສປປ ລາວ ແລະ ອິນໂດເນເຊຍ. ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ລັດຖະບານອິນໂດເນເຊຍ ທີ່ໄດ້ມອບຄ້ອງສັນຕິພາບໃຫ້ແກ່ ສປປ ລາວ, ເຊິ່ງເປັນຄ້ອງທຳອິດຂອງລັດຖະບານອິນໂດເນເຊຍ ມອບໃຫ້ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ແລະ ໄດ້ຕັ້ງໄວ້ຢູ່ຕໍ່ໜ້າອານຸສາວະລີ ປະຕູໄຊ ພ້ອມທັງ ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ ມາຍັງ ລັດຖະບານ ແລະ ປະຊາຊົນອິນໂດເນເຊຍ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອແກ່ ສປປ ລາວ.

ພ້ອມດຽວກັນນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານເອກອັກຄະລັດຖະທູດ ໄດ້ອວຍພອນໄຊແດ່ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ແລະ ພະນະທ່ານ ໂຈໂກ ວິໂດໂດ, ປະທານາທິບໍດີ ແຫ່ງ ສ. ອິນໂດເນເຊຍ ແລະ ປະຊາຊົນລະຫວ່າງສອງປະເທດ ຈົ່ງມີພາລະນາໄມແຂງແຮງ, ປະສົບຜົນສຳເລັດ ກໍຄື ການພັດທະນາສາຍພົວພັນລະຫວ່າງສອງປະເທດໃນຕໍ່ໜ້າ.

ພິທີສະເຫຼີມສະຫຼອງ 65 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ສ. ອິນໂດເນເຊຍ ໄດ້ມີບັນດາແຂກເຂົ້າຮ່ວມ 200 ທ່ານ ລວມມີ ບັນດາລັດຖະມົນຕີກະຊວງຕ່າງໆຂອງລາວ, ເຈົ້າໜ້າທີ່ຂັ້ນສູງຈາກບັນດາອົງການຈັດຕັ້ງສາກົນ ແລະ ບັນດາເອກອັກຄະລັດຖະທູດ ທີ່ປະຈຳຢູ່ ສປປ ລາວ ແລະ ຜູ້ຕາງໜ້າຈາກພາກເອກະຊົນ ແລະ ສື່ມວນຊົນ ກໍ່ໄດ້ເຂົ້າຮ່ວມ.

ຂ່າວ-ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version