Home ຂ່າວພາຍໃນ ສຽງຂອງເດັກ ແລະ ໄວໜຸ່ມລາວ ກ່ຽວກັບສິດທິເດັກ

ສຽງຂອງເດັກ ແລະ ໄວໜຸ່ມລາວ ກ່ຽວກັບສິດທິເດັກ

0

ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ຢູນິເຊັບ ໄດ້ຈັດກິດຈະກໍາການປຶກສາຫາລືດ້ານສິດທິເດັກ ຮ່ວມກັບເດັກ ແລະ ໄວໜຸ່ມໃນຂອບເຂດທົ່ວປະເທດ ເພື່ອກະກຽມບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາສິດທິເດັກ (ສສດ) ໄລຍະທີ 7 ເພື່ອກະກຽມບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາສິດທິເດັກ (ສສດ) ໄລຍະທີ 7 ແລະ ສອງອະນຸສັນຍາຂອງສົນທິສັນຍາວ່າດ້ວຍສິດທິເດັກ, ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ – ເດັກ (ຄຊກມດ) ໂດຍການສະໜັບສະໜູນຈາກອົງການ ຢູນິເຊັບ ໄດ້ດຳເນີນກອງປະຊຸມປຶກສາຫາລືກັບເດັກ ແລະ ໄວໜຸ່ມທົ່ວປະເທດ ພາຍຫຼັງທີ່ໄດ້ເປີດຂະບວນການຂຽນບົດລາຍງານດັ່ງກ່າວມາແຕ່ປີ 2021. ຂະບວນການຂຽນບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາສິດທິເດັກ ເປັນການເປີດໂອກາດໃຫ້ລັດຖະບານໄດ້ດໍາເນີນການປະເມີນຜົນໂດຍລວມໃນການຈັດຕັ້ງປະຕິບັດຂໍ້ສະເໜີແນະຂອງຄະນະກໍາມະການສິດທິເດັກຂອງອົງການ ສປຊ ທີ່ມີຕໍ່ ສປປ ລາວ ສໍາລັບບົດລາຍງານຂອງລັດຖະບານໄລຍະທີ 3 ຫາ 6. ການປຶກສາຫາລືກັບເດັກ ແລະ ໄວຫນຸ່ມມີຄວາມສໍາຄັນເພື່ອໃຫ້ມີຄວາມເຂົ້າໃຈກ່ຽວກັບທັດສະນະຂອງເດັກ ແລະ ໄວໜຸ່ມຕໍ່ສະພາບການ ແລະ ສິ່ງທ້າທາຍທີ່ມີຜົນກະທົບຕໍ່ຊີວິດຂອງເຂົາເຈົ້າ.

ນັບແຕ່ເດືອນກຸມພາ ຫາ ເດືອນ ພຶດສະພາ 2022, ມີເດັກນ້ອຍ ແລະ ໄວໜຸ່ມທັງໝົດ 140 ຄົນ (ຍິງ 65 ຄົນ ແລະ ຊາຍ 75 ຄົນ) ອາຍຸ 10 ຫາ 27 ປີ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລື 5 ຄັ້ງທີ່ຈັດຂຶ້ນຢູ່ແຂວງ ອັດຕະປື, ສະຫວັນນະເຂດ, ຫຼວງພະບາງ, ເຊກອງ ແລະ ຄຳມ່ວນ. ກອງປະຊຸມໄດ້ເຕົ້າໂຮມເດັກ ແລະ ໄວໜຸ່ມທີ່ມາຈາກກຸ່ມຕ່າງໆ ໃນນັ້ນມີເດັກທີ່ເຂົ້າໂຮງຮຽນ, ເດັກທີ່ບໍ່ເຂົ້າໂຮງຮຽນ, ເດັກຈາກບັນດາຊົນເຜົ່າ, ເດັກທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງ ແລະ ຈາກການຄ້າມະນຸດ, ເດັກທີ່ໄດ້ຮັບຜົນກະທົບຈາກໄພພິບັດ ແລະ ເດັກນ້ອຍທີ່ບໍ່ມີພໍ່ແມ່ຜູ້ປົກຄອງເບິ່ງແຍງດູແລ. ສໍາລັບຢູ່ແຂວງຫຼວງພະບາງ, ມີເດັກຈໍານວນ 20 ຄົນ (ຍິງ 5 ຄົນ, ຊາຍ 15 ຄົນ) ທີ່ອາໄສຢູ່ໃນວັດ ແລະ ບ້ານຊ່ວຍເຫຼືອເດັກເອສໂອເອສ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືສິດທິເດັກເປັນຄັ້ງທຳອິດ. ອົງການຢູນິເຊັບ ປະຈໍາ ສປປ ລາວໄດ້ໃຫ້ການສະໜັບສະໜູນກອງປະຊຸມປຶກສາຫາລືຢູ່ອັດຕະປື, ສະຫວັນນະເຂດ, ແລະ ຫຼວງພະບາງ.

ຈົວນ້ອຍ ອາເລັກ ອຸດົມສຸກ, ອາຍຸ 14 ປີ ໄດ້ກ່າວວ່າ “ຂ້ອຍດີໃຈທີ່ໄດ້ມີໂອກາດເຂົ້າຮ່ວມກອງປະຊຸມສຳຄັນນີ້. ມັນເປັນການດີທີ່ຜູ້ໃຫຍ່ໄດ້ຮັບຟັງພວກເຮົາ ແລະ ຄວາມຄິດເຫັນຂອງພວກເຮົາຖືກພິຈາລະນາເຂົ້າໃນບົດລາຍງານການຈັດຕັ້ງປະຕິບັດສິດທິເດັກ,”. ລາວຍັງໄດ້ຮຽນຮູ້ເພີ່ມເຕີມກ່ຽວກັບສິດທິຂອງເດັກ ແລະ ຂະບວນການໃນການລາຍງານການຈັດຕັ້ງປະຕິບັດສິດທິເດັກ ໃນລະຫວ່າງການປະຊຸມປຶກສາຫາລື. ສໍາລັບຈົວເດັກນ້ອຍ, ໂພຊະນາການແມ່ນຫນຶ່ງໃນສິ່ງທ້າທາຍຕົ້ນຕໍທີ່ບັນດາຈົວນ້ອຍໄດ້ຍົກຂຶ້ນມາໃນກອງປະຊຸມປຶກສາຫາລື. ການເພິ່ງພາອາໄສອາຫານທີ່ໄດ້ຈາກການໃສ່ບາດ, ຄວາມຮັບຮູ້ທີ່ຕໍ່າ ແລະ ຄວາມຈໍາກັດໃນການເຂົ້າເຖິງອາຫານທີ່ມີໂພຊະນາການ ໄດ້ເປັນອຸປະສັກຕໍ່ການບັນລຸການກິນອາຫານທີ່ໃຫ້ຄົບໝູ່ທາດ. ຕາງໜ້າໄວໜຸ່ມທີ່ເຂົ້າຮ່ວມກອງປະຊຸມປຶກສາຫາລືໄດ້ກ່າວວ່າ ເຖິງວ່າຈະມີກົດລະບຽບ ແລະ ມີການສິດສອນກ່ຽວກັບລະບຽບ, ແຕ່ເຂົາເຈົ້າກໍຍັງເຫັນພຶດຕິກໍາຮຸນແຮງໃນກຸ່ມເດັກຢູ່ໃນໂຮງຮຽນ ແລະ ໃນຊຸມຊົນ. ການແຕ່ງງານຂອງເດັກ ແລະ ການຖືພາກ່ອນໄວອັນຄວນຖືກລາຍງານວ່າ ເປັນເລື່ອງທີ່ພົບເຫັນເລື້ອຍໆໃນກຸ່ມເດັກ ແລະ ໄວໜຸ່ມທີ່ອອກໂຮງຮຽນ ຫຼື ຫວ່າງງານ, ຍ້ອນວ່າເຂົາເຈົ້າບໍ່ມີອຳນາດໃນການຕໍ່ລອງ ແລະ ມີຄວາມຮູ້ດ້ານການຄຸມກຳເນີດທີ່ຈຳກັດ. ໃນຂະນະທີ່ເດັກນ້ອຍສ່ວນໃຫຍ່ຮູ້ເຖິງຜົນກະທົບທາງລົບຂອງການໃຊ້ສານເສບຕິດ, ແຕ່ການຕິດຢາເສບຕິດຍັງຄົງເປັນບັນຫາອັນເນື່ອງມາຈາກຄວາມຢາກຮູ້ຢາກເຫັນ ແລະ ຄວາມຮູ້ທີ່ຈຳກັດກ່ຽວກັບປະເພດ ແລະ ຜົນກະທົບຂອງຢາເສບຕິດ. ໃນລະຫວ່າງການນໍາສະເຫນີຂອງເດັກ ແລະ ໄວໜຸ່ມໃນກອງປະຊຸມ, ຜູ້ຕາງຫນ້າໄວຫນຸ່ມໄດ້ສະເຫນີການແກ້ໄຂສໍາລັບສິ່ງທ້າທາຍເຫຼົ່ານີ້. ບາງຄໍາແນະນໍາລວມມີການເພີ່ມທະວີການເຜີຍແຜ່ຂໍ້ມູນຂ່າວສານ ແລະ ການຝຶກອົບຮົມກ່ຽວກັບບັນຫາການປົກປ້ອງເດັກສໍາລັບເດັກ ແລະ ໄວໜຸ່ມ, ເພີ່ມທະວີກົນໄກການລາຍງານກໍລະນີຄວາມຮຸນແຮງ ແລະ ການຂູດຮີດ ແລະ ປັບປຸງການບໍລິການຊ່ວຍເຫຼືອ ເຊັ່ນ: ການໃຫ້ຄໍາປຶກສາແກ່ເດັກທີ່ຕ້ອງການຄໍາປຶກສາ.

ທ່ານ ນາງ ຈົງຈິດ ຈັນທະລານົນ ຮອງຫົວໜ້າຫ້ອງການກອງເລຂາຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່-ເດັກ (ຄຊກມດ) ໄດ້ກ່າວວ່າ “ການມີສ່ວນຮ່ວມຂອງເດັກແມ່ນໜຶ່ງໃນຫຼັກການຫຼັກໆຂອງສົນທິສັນຍາວ່າດ້ວຍສິດເດັກ (ສສດ). ການປຶກສາຫາລືກ່ຽວກັບສິດທິເດັກ ໄດ້ສະຫນອງເວທີສໍາລັບເດັກທີ່ມີພື້ນຖານທີ່ແຕກຕ່າງກັນເພື່ອສະແດງຄວາມຄິດເຫັນຂອງເຂົາເຈົ້າຢ່າງເສລີກ່ຽວກັບບັນຫາກ່ຽວຂ້ອງເຖິງເຂົາເຈົ້າ ແລະ ໃຫ້ເຂົາເຈົ້າມີສ່ວນຮ່ວມໃນຂະບວນການຕັດສິນໃຈດັ່ງກ່າວ. ຄໍາຄິດເຫັນຂອງເຂົາເຈົ້າສາມາດຊ່ວຍໃຫ້ລັດຖະບານພັດທະນາບັນດາໂຄງການ ແລະ ນະໂຍບາຍຕ່າງໆທີ່ສະຫນັບສະຫນູນເດັກທຸກຄົນໃນການນໍາໃຊ້ຄວາມສາມາດຂອງເຂົາເຈົ້າ,”.

ນອກຈາກນັ້ນ, ລັດຖະບານຍັງໄດ້ຈັດເວທີປົກກະຕິສໍາລັບການມີສ່ວນຮ່ວມຂອງເດັກ. ຕົວຢ່າງທີ່ດີໃນການຈັດເວທີດັ່ງກ່າວແມ່ນເວທີເດັກລາວ 2022 ທີ່ຈັດຂຶ້ນເມື່ອບໍ່ດົນມານີ້ແຕ່ວັນທີ 10 ຫາ 13 ພຶດສະພາ 2022 ເຊິ່ງໄດ້ນໍາເອົາຕົວແທນເດັກທັງໝົດ 62 ຄົນຈາກທົ່ວປະເທດເຂົ້າຮ່ວມ. ເຂົາເຈົ້າໄດ້ແລກປ່ຽນ ແລະ ປຶກສາຫາລືກ່ຽວກັບສິ່ງທ້າທາຍຕົ້ນຕໍທີ່ເດັກ ແລະ ໄວ ໜຸ່ມໃນປະເທດປະເຊີນ, ເຊັ່ນ: ການລະບາດພະຍາດໂຄວິດ-19, ອຸປະຕິເຫດທ້ອງຖະໜົນ, ການໃຊ້ສື່ສັງຄົມ ແລະ ການແຕ່ງງານກ່ອນໄວອັນຄວນ.

ທ່ານ ນາງ ຄຳໃສ ອ່ຽມສຸທິ, ຜູ້ຊ່ຽວຊານວຽກງານປົກປ້ອງເດັກຈາກອົງການ ຢູນິເຊັບ ປະຈໍາ ສປປ ລາວ ໄດ້ກ່າວ່າ “ການຍົກສູງສິດທິເດັກໃນການມີສ່ວນຮ່ວມແມ່ນມີຄວາມສຳຄັນເປັນພິເສດທ່າມກາງການແຜ່ລະບາດຂອງພະຍາດໂຄວິດ-19. ພວກເຮົາຕ້ອງຮັບປະກັນວ່າຄວາມຕ້ອງການ ແລະ ທັດສະນະຂອງເດັກຖືກພິຈາລະນາເຂົ້າໃນຄວາມພະຍາຍາມໃນການຕອບໂຕ້ ແລະ ການຟື້ນຟູ ຍ້ອນວ່າເຂົາເຈົ້າເປັນຮາກຖານອັນສໍາຄັນຂອງໂລກທີ່ຍືນຍົງ ແລະ ທົນທານ ພາຍຫຼັງການແຜ່ລະບາດຂອງພະຍາດ. ອົງການ ຢູນິເຊັບ ມີຄວາມພູມໃຈທີ່ໄດ້ຮ່ວມມືກັບລັດຖະບານ ສປປ ລາວ ແລະ ເດັກ ໃນ ສປປ ລາວໃນຂະບວນການຂຽນບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາສິດທິເດັກ, ພວກເຮົາຄິດ ແລະ ຄາດຫວັງເຖິງອະນາຄົດທີ່ດີຂຶ້ນຂອງເດັກທຸກໆຄົນໃນ ສປປ ລາວ,”.

ຄວາມຄິດເຫັນຂອງເດັກ ແລະ ໄວໜຸ່ມຈະໄດ້ຮັບການສັງລວມເຂົ້າໃນບົດລາຍງານທີ່ຈະນຳສະເໜີໃນກອງປະຊຸມປຶກສາຫາລືທົ່ວປະເທດໃນເດືອນ ມິຖຸນາ 2022. ບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາສິດທິເດັກ (ສສດ) ໄລຍະທີ 7 ແລະ ສອງອະນຸສັນຍາຂອງສົນທິສັນຍາວ່າດ້ວຍສິດທິເດັກຈະໄດ້ຮັບການຮັບຮອງ ແລະ ສົ່ງໃຫ້ຄະນະກຳມະການສິດທິຂອງເດັກຂອງອົງການ ສປຊ ພາຍໃນເດືອນມິຖຸນາ 2023.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version