Home ຂ່າວໜ້າໜຶ່ງ 4 ໜ່ວຍພັກ ຮາກຖານພະແນກສາທາລະນະສຸກແຂວງວຽງຈັນ ໄດ້ຮັບການຢັ້ງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ

4 ໜ່ວຍພັກ ຮາກຖານພະແນກສາທາລະນະສຸກແຂວງວຽງຈັນ ໄດ້ຮັບການຢັ້ງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ

0

ພິທີມອບ-ຮັບໃບຢັ້ງຢືນເປັນໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນ ໃຫ້ 4 ໜ່ວຍພັກທີ່ຂຶ້ນກັບຮາກຖານພັກພະແນກສາທາລະນະສຸກແຂວງວຽງຈັນ ມີໜ່ວຍພັກບໍລິຫານ, ໜ່ວຍພັກອະນາໄມສົ່ງເສີມສຸຂະພາບ, ໜ່ວຍພັກໂຮງຮຽນພະຍາບານສາດ ແລະ ໜ່ວຍພັກໂຮງໝໍແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 8 ມິຖຸນາ 2022 ຢູ່ທີ່ສະໂມສອນຫ້ອງວ່າການເມືອງໂພນໂຮງ, ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ຈັນທະບູນ ໂພສະລາດ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງວຽງຈັນ, ມີຄະນະພັກຮາກຖານພະແນກການອ້ອມຂ້າງ, ພ້ອມດ້ວຍສະມາຊິກພັກທົ່ວຮາກຖານພັກພະແນກດັ່ງກ່າວເຂົ້າຮ່ວມ.

ຜ່ານການສະຫຼູບຕີລາຄາປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນປະຈຳປີ 2021 ຂອງ 4 ໜ່ວຍພັກດັ່ງກ່າວເຫັນວ່າ: ຄະນະໜ່ວຍພັກ, ສະມາຊິກພັກໄດ້ເອົາໃຈໃສ່ເຂົ້າຮ່ວມການຈັດຕັ້ງເຜີຍແຜ່ເຊື່ອມຊຶມແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ, ຂໍ້ກຳນົດ, ກົດລະບຽບຂອງພັກ ທີ່ຈັດຕັ້ງຈັດຂຶ້ນ,ນອກຈາກນັ້ນ, ສະມາຊິກພັກແຕ່ລະສະຫາຍຍັງຊອກຮູ້ຮໍ່າຮຽນແນວທາງ, ນະໂຍບາຍຂອງພັກດ້ວຍຕົນເອງ ເຮັດໃຫ້ສະມາຊິກພັກທຸກສະຫາຍມີຄວາມຮັບຮູ້ ແລະ ເຂົ້າໃຈດ້ານທິດສະດີການເມືອງ, ຕັ້ງໜ້າປະຕິບັດໜ້າທີ່ວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງ ຫັນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ເປັນແຜນການ, ແຜນງານ ແລະ ໂຄງການ ແລະ ຈັດຕັ້ງປະຕິບັດຕົວຈິງໄດ້ຮັບຜົນສຳເລັດຕາມແຜນການ ແລະ ຄາດໝາຍທີ່ວາງໄວ້; ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີ, ເຊື່ອໝັ້ນຕໍ່ການນຳພາ ແລະ ອຸດົມການສັງຄົມນິຍົມຂອງພັກຢ່າງສະເໝີຕົ້ນສະເໝີປາຍ, ຍຶດໝັ້ນຈຸດໝາຍສັງຄົມນິຍົມ, ມີຄວາມອົດທົນໜຽວແໜ້ນ, ບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບການຜັນແປຕ່າງໆ ທັງຢູ່ພາຍໃນ ແລະ ຕ່າງປະເທດ, ຮູ້ຈຳ ແນກມິດ-ສັດຕູຢ່າງຈະແຈ້ງ, ມີສະຕິລະວັງຕົວ, ສະກັດກັ້ນ ແລະ ຕ້ານທຸກກົນອຸບາຍມ້າງເພທຳລາຍຂອງສັດຕູຕໍ່ລະບອບໃໝ່ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆບໍ່ໃຫ້ເກີດຂຶ້ນ, ມີຄວາມສາມັກຄີເປັນເອກະພາບ ພາຍໃນການຈັດຕັ້ງພັກຢ່າງແໜ້ນແຟ້ນ, ບໍ່ມີແນວຄິດສວຍໂອກາດ, ສໍ້ລາດບັງຫຼວງ, ຫຼີ້ນກິນຟຸມເຟືອຍ, ຕ້ານແນວຄິດຫຼາຍພັກ, ຫຼາຍເຄົ້າ, ຈຸ້ມເຈື້ອເຊື້ອສາຍ ແລະ ກຸ່ມກ້ອນຢູ່ໃນການຈັດຕັ້ງພັກ; ສັດຊື່ບໍລິສຸດຕໍ່ໜ້າທີ່ວຽກງານ, ຕໍ່ການຈັດຕັ້ງ ແລະ ຕໍ່ປະເທດຊາດ, ໄດ້ຍຶດໝັ້ນ ແລະ ປະຕິບັດຕາມ 5 ຫຼັກການ, 3 ທິດນໍາໃນການກໍ່ສ້າງ ແລະ ປັບປຸງພັກຢ່າງເຂັ້ມງວດ, ມີຄວາມຕື່ນຕົວໃນການປະຕິບັດກົດລະບຽບພັກ ແລະ ກົດໝາຍຂອງລັດ, ມີສະຕິຕໍ່ການຈັດຕັ້ງຢ່າງເຂັ້ມງວດ, ເປັນແບບຢ່າງນໍາໜ້າທີ່ດີໃຫ້ແກ່ມະຫາຊົນ, ໄດ້ເອົາໃຈໃສ່ກໍ່ສ້າງມະຫາຊົນເຂົ້າພັກ ແມ່ນຖືເອົາຄູນນະພາບເປັນກົກ ບົນພື້ນຖານປະຕິບັດໃຫ້ຖຶກຕ້ອງຕາມມາດຖານເງື່ອນໄຂ, ບາດກ້າວ, ຂັ້ນຕອນ ຂອງການຂະຫຍາຍພັກທີ່ໄດ້ກໍານົດໄວ້ໃນກົດລະບຽບຂອງພັກຢ່າງເຂັ້ມງວດ; ຄະນະພັກໄດ້ນໍາພາເຄື່ອນໄຫວປະຕິບັດໜ້າທີ່ວຽກງານຕາມຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ, ມີການແບ່ງຄວາມຮັບຜິດຊອບພາຍໃນຄະນະໜ່ວຍພັກ ແລະ ສະມາຊິກພັກຢ່າງຈະແຈ້ງ, ມີການ ນຳພາ-ຊີ້ນໍາສ້າງແຜນການເຄື່ອນໄຫວປະຈຳເດືອນ, 06 ເດືອນ ແລະ ປະຈຳປີ, ມີການຊຸກຍູ້, ຕິດຕາມ ແລະ ກວດກາການຈັດຕັ້ງປະຕິບັດວຽກງານແຕ່ລະໄລຍະ, ມີການສະຫຼຸບຖອດຖອນບົດຮຽນເພື່ອປັບປຸງແບບແຜນການນຳພາໃຫ້ສອດຄ່ອງກັບສະພາບຕົວຈິງ.

ໃຫ້ກຽດມອບໃບຢັ້ງຢືນ ໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນ ໃຫ້ 4 ໜ່ວຍພັກທີ່ຂຶ້ນກັບຮາກຖານພັກ ພະແນກສາທາລະນະສຸກ ແຂວງວຽງຈັນຄັ້ງນີ້ ໂດຍສະຫາຍ ນາງ ຈັນທະບູນ ໂພສະລາດ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງວຽງຈັນ

ພາບ-ຂ່າວ : ບຸນມາ ແກ້ວບຸດດາ.

#Medialaos MMD  #Vientiane Province

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version