Home ຂ່າວໜ້າໜຶ່ງ ແຂວງໄຊສົມບູນ ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ

ແຂວງໄຊສົມບູນ ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ

0

ໃນຕອນເຊົ້າຂອງວັນທີ 1 ມິຖຸນາ 2022 ນີ້ ແຂວງໄຊສົມບູນ ໄດ້ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ກໍຄືວັນເດັກນ້ອຍສາກົນ ທີ່ອະນຸສາວະລີຮ່ວມສໍາພັນສູ້ຮົບລາວ-ຫວຽດນາມ ໂດຍການເຂົ້າຮ່ວມ ຂອງສະຫາຍ ພົຕ ວົງສອນ ອິນປານພິມ, ຮອງເລຂາພັກແຂວງ ພ້ອມດ້ວຍຄະນະພັກ-ຄະນະນໍາແຂວງ, ມີທ່ານ ປອ ພຸດ ອິນທະວົງ, ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ພະແນກການ, ອົງການ-ກົມກອງອ້ອມຂ້າງແຂວງ, ເຈົ້າເມືອງອະນຸວົງ ຕະຫຼອດຮອດພະນັກງານ-ລັດຖະກອນ ອ້ອມຂ້າງແຂວງ ພ້ອມດ້ວຍບໍລິສັດ ໂກເອກໂກ, ລັດວິສາຫະກິດ, ບັນດາທະນາຄານສາຂາ ແຂວງໄຊສົມບູນ ແລະ ນ້ອງນ້ອຍເຍົາວະຊົນ ເຂົ້າຮ່ວມ ຢ່າງຫລວງຫຼາຍ.
ໃນພິທີ ສະຫາຍ ພົຕ ວົງສອນ ອິນປານພິມ ໄດ້ລາຍງານກ່ຽວກັບປະຫວັດຄວາມເປັນມາ ຂອງວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ຄົບຮອບ 42 ປີ ( ຄື 1 ມີຖຸນາ 1980- 1 ມີຖຸນາ 2022 ) ແລະ ເປັນການສະເຫຼີມສະຫຼອງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ( ຄື 18 ກໍລະກົດ 1977– 18 ກໍລະກົດ 2022 ) ພ້ອມທັງສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ( 1 ກັນຍາ 1962- 1 ກັນຍາ 2022 ).

ສໍາລັບປີ 2022 ນີ້ ມີເບ້ຍໄມ້ທີ່ນໍາມາປູກທັງໝົດ 884 ເບ້ຍ ໃນນັ້ນປະກອບມີເບ້ຍດອກບານແດງ ແລະ ເບ້ຍດອກຄາຍປ່າ ໂດຍໄດ້ຈັດແບ່ງໃຫ້ບັນດາພະແນກການອ້ອມຂ້າງແຂວງ ຮັບຜິດຊອບປູກຢູ່ 4 ຈຸດ ຄື: ຈຸດອະນຸສາວະລີຮ່ວມສຳພັນສູ້ຮົບລາວ-ຫວຽດ, ອະນຸສອນສະຖານປະທານ ໄກສອນ ພົມວິຫານ, ສຳນັກງານປົກຄອງແຂວງ, ລຽບຕາມສອງຝາກທາງ ຖະໜົນໄຊຊະນະ ແລະ ຖະໜົນເພຍຫຼວງ ເພື່ອເປັນໄມ້ປະດັບຕົວເມືອງ, ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ສະຫາຍ ພົຕ ວົງສອນ ອິນປານພິມ ຮອງເລຂາພັກແຂວງ, ໄດ້ໃຫ້ກຽດໂອ້ລົມ ແລະ ກ່າວເປີດພິທີຢ່າງເປັນທາງການ, ຊຶ່ງສະຫາຍ ໄດ້ຕີລາຄາສູງຕໍ່ການກະກຽມ ໃນການປູກຕົ້ນໄມ້ ໃນປີນີ້ ແລະ ກໍເປັນປີແຫ່ງມິດຄະພາບສອງຊາດລາວ-ຫວຽດນາມ ເປັນການເສີມສ້າງສາຍສໍາພັນອັນດີງາມ ຂອງສອງພັກ-ສອງລັດ ໃຫ້ໝັ້ນຄົງຍືນຍາວຕະຫຼອດໄປ, ທັງເປັນການສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ວັນທີ 01 ມິຖຸນາ 2022 ເພື່ອເປັນການປູກຈິດສຳນຶກໃຫ້ສັງຄົມ ແລະ ອະນຸຊົນຮຸ່ນສືບທອດຮູ້ຄຸນປະໂຫຍດ, ຮູ້ອະນຸລັກຮັກສາຕົ້ນໄມ້ ແລະ ທັງເປັນການປະກອບສ່ວນໃນການຟື້ນຟູສິ່ງແວດລ້ອມພາຍໃນແຂວງໄຊສົມບູນ ໃຫ້ເຕັມໄປດ້ວຍພື້ນທີ່ປົກຄຸມຂອງປ່າໄມ້ທີ່ດົກໜາ ແລະ ຂຽວງາມຕະຫຼອດປີ.

ຂ່າວ: ນາງ ແກ່ນຈັນ ທໍາມະນີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version