Home ຂ່າວໜ້າໜຶ່ງ ຄະນະກຳມະການແນວໂຮມປະເທດ ຫວຽດນາມ ແຂວງກວາງຈິ ເຄື່ອນໄຫວເຮັດວຽກຢູ່ແຂວງສາລະວັນ

ຄະນະກຳມະການແນວໂຮມປະເທດ ຫວຽດນາມ ແຂວງກວາງຈິ ເຄື່ອນໄຫວເຮັດວຽກຢູ່ແຂວງສາລະວັນ

0

ໃນວັນທີ 8 ມິຖຸນາ 2022 ນີ້, ທີ່ຫ້ອງຮັບຮອງສະໂມສອນແຂວງ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງກວາງຈິ ເຊິ່ງນຳໂດຍ ທ່ານ ດ່າວ ແມ້ງ ຮຸ່ງ ກຳມະການປະຈຳພັກແຂວງ ປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງກວາງຈິ ພ້ອມຄະນະ ເຂົ້າພົບປະ ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆສາລະວັນ ພ້ອມຄະນະ ໃຫ້ການຕ້ອນຮັບ.

ໃນໂອກາດດັ່ງກ່າວ ທ່ານ ດ່າວ ແມ້ງ ຮຸ່ງ ຕາງໜ້າໃຫ້ຄະນະ ລາຍງານຈຸດປະສົງຂອງການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສາລະວັນ ເພື່ອເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນບົດຮຽນລະຫວ່າງແນວລາວສ້າງຊາດແຂວງສາລະວັນ ສປປ ລາວ ກັບແນວໂຮມປະເທດຊາດຫວຽດນາມ ແຂວງກວາງຈິ ສສ ຫວຽດນາມ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນຄວາມສາມັກຄີພິເສດ ແລະຮ່ວມມືຮອບດ້ານລະຫວ່າງແຂວງກວາງຈິ ສສ ຫວຽດນາມ ກັບ ແຂວງສາລະວັນ ສປປ ລາວ ເວົ້າສະເພາະກໍ່ຄືວຽກງານແນວລາວສ້າງຊາດ ແລະ ແນວໂຮມ ຂອງສອງແຂວງສອງຊາດ ໂດຍສະເພາະການຮ່ວມມື, ການແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ ໃຫ້ນັບມື້ນັບພັດທະນາຂື້ນໄປເລື້ອຍໆ.

ຈາກນັ້ນ ທ່ານ ໂພໄຊ ໄຊຍະສອນ ກໍ່ໄດ້ສະແດງຄວາມຍ້ອງຍໍ, ຊົມເຊີຍຕໍ່ກັບການຮ່ວມມືວຽກງານດັ່ງກ່າວ ແລະ ສະໜິດສະໜົມຂອງຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງກວາງຈິ ທີ່ໄດ້ເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກຮ່ວມກັນ, ທັງຕີລາຄາສູງຕໍ່ການຮ່ວມມືໃນໄລຍະຜ່ານມາ ພິເສດກໍ່ແມ່ນການຮ່ວມມືສອງຝ່າຍຄື: ວັນສົນທິສັນຍາມິດຕະພາບ ແລະການຮ່ວມມື ຄົບຮອບ 45 ປີ ແລະວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ. ນອກນັ້ນກໍ່ຄືການແລກປ່ຽນບົດຮຽນທາງດ້ານວິຊາການໃນການເຄື່ອນໄຫວວຽກງານຕົວຈິງ ໂດຍສະເພາະການແລກປ່ຽນ, ການພົບປະ, ການສ້າງເສດຖະກິດ, ການປົກປ້ອງບັນດາເຂດຊາຍແດນຕ່າງໆ ໃຫ້ມີຄວາມສະຫງົບ ແລະປອດໄພ ເພື່ອເຮັດໃຫ້ວຽກງານຂະບວນການຊາຍແດນເປັນຂະບວນການຟົດຟື້ນ, ປະຊາຊົນມີສ່ວນຮ່ວມຫຼາຍຂຶ້ນ ແນໃສ່ແກ້ໄຂສິ່ງຫຍຸ້ງຍາກ ແລະຮ່ວມກັນເສີມສ້າງໃນການພັດທະນາ ເຮັດສຳເລັດທຸກໜ້າທີ່ວຽກງານທີ່ ພັກ-ລັດ ມອບໝາຍໃຫ້, ເພີ່ມພູນຄູນສ້າງຮັດແໜ້ນຄວາມສາມັກຄີພິເສດໃຫ້ໝັ້ນຄົງ ຕະຫຼອດໄປ.

ພາບ-ຂ່າວ: ທິດລານີ ໂຄດໂຍທາ

#Medialaos MMD  #SalavanProvince

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version