Home ຂ່າວໜ້າໜຶ່ງ ປິດລົງດ້ວຍຜົນສຳເລັດອັນຈົບງາມ ຊຽງຂວາງເກມ

ປິດລົງດ້ວຍຜົນສຳເລັດອັນຈົບງາມ ຊຽງຂວາງເກມ

0

ງານມະຫາກຳກິລາ ແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ຫຼື ຊຽງຂວາງເກມ 2022 ໄດ້ມີພິທີປິດຢ່າງຍິ່ງໃຫຍ່ ແລະ ຈົບລົງດ້ວຍຜົນສໍາເລັດອັນຈົບງາມ ໃນຕອນແລງວັນທີ 22 ທັນວາ ນີ້ ທີ່ສະໜາມກິລາໄຫຫີນ ຢູ່ບ້ານຄັງໜອງຫຼວງ ເມືອງແປກ ແຂວງຊຽງຂວາງ ໂດຍການກ່າວປິດງານດັ່ງກ່າວຢ່າງເປັນທາງການຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ມີທ່ານ ບຸຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ປະທານຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງເກມ, ມີບັນດາທ່ານການນໍາຈາກສູນກາງ ແລະ ທ້ອງຖິ່ນ ພ້ອມດ້ວຍຄະນະນັກກິລາ, ລວມເຖິງມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.

ກ່ອນພິທີທາງການເລີ່ມຂຶ້ນມວນຊົນທີ່ມາຮ່ວມງານໄດ້ຮັບຊົມການສະແດງຄອນເສີດ ແລະ ເມື່ອກ້າວສູ່ພິທີປິດຢ່າງເປັນທາງການ ກໍໄດ້ເລີ່ມຕົ້ນຂຶ້ນໂດຍມີຂະບວນສວນສະໜາມຂອງ 31 ກ້ອນກຳລັງເດີນເຂົ້າສູ່ສະໜາມ ຊຶ່ງປະກອບມີ: ກອງດຸລິຍາງ; ປ້າຍຄໍາຂວັນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງເກມ; ໂລໂກ້ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI; ກ້ອນກໍາລັງທຸງຊາດ, ທຸງກິລາ, ທຸງງານ; ກໍາມະການຕັດສິນ; ຕາມມາດ້ວຍກ້ອນກຳລັງແຕ່ລະປະເພດກິລາ ມີ 25 ກ້ອນກຳລັງ ແລະ ຕາມມາດ້ວຍກ້ອນກຳລັງປອດຄວັນຢາສູບ.

ທ່ານ ບຸນຈັນ ສີວົງພັນ ໄດ້ກ່າວສະຫຼຸບລາຍງານຜົນສໍາເລັດຂອງການແຂ່ງຂັນ ໃຫ້ຮູ້ວ່າ: ຊຽງຂວາງເກມ ໄດ້ເລີ່ມແຂ່ງຂັນມາແຕ່ວັນທີ 14/11/2022; ມີ 22 ພາກສ່ວນເຂົ້າຮ່ວມ ຄືທີມນັກກິລາຈາກ 17 ແຂວງ, 1 ນະຄອນຫຼວງວຽງຈັນ ແລະ 4 ກະຊວງ, ມີນັກກິລາເຂົ້າຮ່ວມທັງໝົດ 3.093 ຄົນ ເພື່ອຊີງໄຊໃນ 25 ປະເພດກິລາ ລວມຫຼຽນຄໍາ 363 ຫຼຽນ, ຫຼຽນເງິນ 363 ຫຼຽນ ແລະ ຫຼຽນທອງ 532 ຫຼຽນ. ໃນນີ້ ໄດ້ຈັດການແຂ່ງຂັນຢູ່ນະຄອນຫຼວງວຽງຈັນ 2 ປະເພດກິລາຄື: ກິລາລອຍນ້ຳ ແລະ ກິລາຍິງປືນ. ສ່ວນຈັດການແຂ່ງຂັນຢູ່ແຂວງຊຽງຂວາງແມ່ນໄດ້ເລີ່ມມາແຕ່ວັນທີ 1/12/2022 ແລະ ຈັດພິທີເປີດງານຢ່າງເປັນທາງການ ໃນວັນທີ 13/12/2022; ມາຮອດນີ້ ກໍໄດ້ມີພິທີປິດລົງຢ່າງເປັນທາງການ ຊຶ່ງຕະຫຼອດໄລຍະການຈັດງານຄັ້ງນີ້ ຄະນະກໍາມະການຈັດການແຂ່ງຂັນທຸກປະເພດກິລາ ໄດ້ປະຕິບັດຕາມກົດລະບຽບ, ກະຕິກາຂອງການແຂ່ງຂັນ ໂດຍມີຄວາມຊື່ສັດ ແລະ ເປັນທໍາທຸກປະການ; ນັກກິລາທຸກຄົນ ໄດ້ປະຕິບັດຕາມຕາຕະລາງຂອງການແຂ່ງຂັນ, ເຄົາລົບກົດລະບຽບ, ກົດກະຕິກາ, ມີໄມຕີຈິດມິດຕະພາບ, ຮູ້ເສຍ, ຮູ້ຊະນະ, ຮູ້ອະໄພຊຶ່ງກັນ ແລະ ກັນ (ດ້ວຍນໍ້າໃຈນັກກິລາ).

ການແຂ່ງຂັນໄດ້ສ້າງຄວາມສາມັກຄີອັນດີງາມ, ຄວາມເຂົ້າອົກເຂົ້າໃຈຊຶ່ງກັນ ແລະ ກັນ ລະຫວ່າງກະຊວງ-ອົງການ ກັບແຂວງຕ່າງໆ ດ້ວຍຄວາມເບີກບານມ່ວນຊື່ນ. ນອກນັ້ນ, ຍັງໄດ້ແລກປ່ຽນປະສົບການທາງດ້ານວັດທະນະທຳ, ຮີດຄອງປະເພນີ ແລະ ດ້ານອື່ນໆ ຢ່າງຫຼວງຫຼາຍ. ຜ່ານການແຂ່ງຂັນຜົນປະກົດວ່າ ທີມນັກກິລາແຂວງຊຽງຂວາງ ເຈົ້າພາບ ສ້າງຜົນງານໄດ້ຢ່າງໂດດເດັ່ນ ໄດ້ເປັນເຈົ້າຫຼຽນຄໍາ ໂດຍຍາດມາໄດ້ເຖິງ 62 ຫຼຽນຄຳ, 60 ຫຼຽນເງິນ ແລະ 95 ຫຼຽນທອງ ລວມ 217 ຫຼຽນ ເປັນອັນດັບທີ 1. ສ່ວນອັນດັບທີ 2 ນະຄອນຫຼວງວຽງຈັນ ໂດຍຍາດໄດ້ 58 ຫຼຽນຄຳ, 51 ຫຼຽນເງິນ ແລະ 97 ຫຼຽນທອງ ລວມ 206 ຫຼຽນ; ອັນດັບທີ 3 ກະຊວງປ້ອງກັນປະເທດ ແຊັມເກົ່າ (ເຈົ້າຫຼຽນຄໍາ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ X ທີ່ແຂວງອຸດົມໄຊ) ຊຶ່ງໃນຊຽງຂວາງເກມ ຍາດໄດ້ 51 ຫຼຽນຄໍາ, 49 ຫຼຽນເງິນ 36 ຫຼຽນທອງ ລວມ 136 ຫຼຽນ.

ທ່ານ ພັນຄໍາ ວິພາວັນ ກໍໄດ້ກ່າວປິດງານຢ່າງເປັນທາງການ ໂດຍກ່ອນອື່ນທ່ານໄດ້ກ່າວຍ້ອງຍໍຊົມເຊີຍ ຕໍ່ຄະນະຮັບຜິດຊອບຈັດງານ, ຄະນະພັກ-ອົງການປົກຄອງແຂວງຊຽງຂວາງ, ກະຊວງສຶກສາທິການ ແລະ ກິລາ, ທຸກຂະແໜງການທີ່ກ່ຽວຂ້ອງ, ບັນດາຄະນະນັກກິລາ, ຄູຝຶກ, ກໍາມະການຕັດສິນ, ຜູ້ປະກອບການ ແລະ ພີ່ນ້ອງຮ່ວມຊາດທຸກທົ່ວໜ້າ ຕະຫຼອດຮອດເພື່ອນມິດຕ່າງປະເທດ ທີ່ໄດ້ໃຫ້ການປະກອບສ່ວນ ທາງດ້ານເຫື່ອແຮງ, ສະຕິປັນຍາ, ວັດຖຸຢ່າງຫຼວງຫຼາຍ ເຮັດໃຫ້ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ສໍາເລັດລົງຢ່າງຈົບງາມ ຕາມຈຸດປະສົງຄາດໝາຍທຸກປະການ. ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງບັນດາຜູ້ເຂົ້າຮ່ວມພິທີພ້ອມກັນຊົມເຊີຍຜົນສໍາເລັດຂອງງານກິລາຄັ້ງນີ້ ຊຶ່ງເປັນການຢືນຢັນອີກເທື່ອໜຶ່ງຂອງການນໍາພາອັນຖືກຕ້ອງຂອງພັກ-ລັດ, ຄວາມເປັນປຶກແຜ່ນ, ຄວາມຕັດສິນໃຈສູງ, ຄວາມເສຍສະຫຼະຂອງການຈັດຕັ້ງພັກ-ລັດ, ເອກະຊົນ, ຂອງປະຊາຊົນບັນດາເຜົ່າໃນການຈັດງານມະຫາກຳກິລາແຫ່ງຊາດ. ຂໍໃຫ້ພວກເຮົາທັງໝົດຈົ່ງໄດ້ສືບຕໍ່ເສີມຂະຫຍາຍມູນເຊື້ອທີ່ດີງາມນີ້ໄວ້ໃຫ້ຍືນຍົງຕະຫຼອດໄປ ແລະ ທ່ານນາຍົກລັດຖະມົນຕີ ກໍໄດ້ປະກາດປິດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ຢ່າງເປັນທາງການ .

ພາຍຫຼັງການກ່າວປິດງານ, ກໍໄດ້ມີພິທີເຊີນທຸງຊາດ ແລະ ທຸງກິລາ ລົງຈາກຍອດເສົາ ພ້ອມດຽວກັນກັບໄຟອ່າງທວນໄຟຄ່ອຍໆ ມອດລົງ ແລະ ໄດ້ມີການມອບ-ຮັບທຸງກິລາແຫ່ງຊາດ ໃຫ້ນະຄອນຫຼວງວຽງຈັນ ເຈົ້າພາບງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ໂດຍທ່ານ ບຸນຈັນ ສີວົງພັນ ມອບໃຫ້ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາ ແລະ ກິລາ ກໍໄດ້ມອບຕໍ່ໃຫ້ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຊຶ່ງໂອກາດນີ້ ທ່ານເຈົ້າຄອງນະຄອນຫຼວງວຽງຈັນໄດ້ກ່າວບາງເນື້ອໃນສຳຄັນວ່າ: ໃນອີກ 3 ປີຂ້າງໜ້າ, ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ກໍຖືຮອບວຽນທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ຊຶ່ງຖືວ່າເປັນຄັ້ງທີ 3 ສຳລັບນະຄອນຫຼວງວຽງຈັນ ຊຶ່ງຄັ້ງທີ 1 ປີ 1985, ຄັ້ງທີ 2 ປີ 2000. ແຕ່ເຖິງຢ່າງໃດກໍຕາມ, ທີ່ມີຫຼາຍກິດຈະກໍາທີ່ສໍາຄັນຂອງພັກ, ຂອງຊາດ ທີ່ນະຄອນຫຼວງວຽງຈັນ ຈະຕ້ອງໄດ້ກະກຽມ ຈຶ່ງສະເໜີຂໍຈັດໃນປີ 2025. ໂອກາດນີ້, ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ກໍໄດ້ຕາງໜ້າຄະນະພັກ-ອົງການປົກຄອງນະຄອນຫຼວງວຽງຈັນ ແລະ ຊາວນະຄອນຫຼວງວຽງຈັນ ເຊີນຊວນບັນດາທ່ານການນໍາພັກ-ລັດ, ຄະນະນໍາ, ຄູຝຶກ ແລະ ກ້ອນກໍາລັງນັກກິລາຈາກບັນດາແຂວງ, ຊາວລາວທຸກທົ່ວໜ້າ, ແຂກພາຍໃນ ແລະ ຕ່າງປະເທດ ເພື່ອກະກຽມ ແລະ ເຂົ້າຮ່ວມ “ນະຄອນຫຼວງວຽງຈັນເກມ”.

ຈາກນັ້ນ, ຂະບວນສວນສະໜາມກໍເດີນອອກສະໜາມ ແລະ ພິທີກໍໄດ້ເລີ່ມການສະແດງຂອງເຈົ້າພາບງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ກໍຄື ນະຄອນຫຼວງວຽງຈັນ ທີ່ມີຊື່ວ່າ: “ຊາວນະຄອນຫຼວງຍິນດີຕ້ອນຮັບ” ດ້ວຍບົດຟ້ອນ: “ຍິນດີຕ້ອນຮັບສູ່ນະຄອນຫຼວງເກມ” ການສະແດງບົດຟ້ອນບັ້ງໄຟກ່ານເມືອງພວນ ແລະ ບົດຟ້ອນນັດພົບກັນໃໝ່; ຕາມດ້ວຍການຈູດບັ້ງໄຟດອກ, ເລີ່ມການສະແດງພິທີປິດ ແລະ ຈົບພິທີຢ່າງເປັນທາງການ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version