Home ຂ່າວພາຍໃນ ສະຫຼຸບຂະບວນແຂ່ງຂັນຮັກຊາດ-ພັດທະນາ ແລະ ຍ້ອງຍໍຜົນງານ 5 ປີ

ສະຫຼຸບຂະບວນແຂ່ງຂັນຮັກຊາດ-ພັດທະນາ ແລະ ຍ້ອງຍໍຜົນງານ 5 ປີ

0

ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມ ສະຫຼຸບຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ໄລຍະ 5 ປີ (2016-2020) ແລະ ທິດທາງ ຮອດ ປີ 2025 ພ້ອມຍ້ອງຍໍຜົນງານ 5 ປີ (2016-2022) ຂຶ້ນໃນວັນທີ 22 ທັນວາ ນີ້ ທີ່ຫໍປະຊຸມແຫ່ງຊາດໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ລາຍງານວ່າ: ໃນໄລຍະ 5 ປີ ຜ່ານມາກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ພ້ອມທັງຜັນຂະຫຍາຍ, ຊຸກຍູ້ວຽກງານ 3 ສ້າງເຂົ້າສູ່ລວງເລິກ ໂດຍໄດ້ສຸມໃສ່ປະຕິບັດຕາມບັນດາແຜນງານ ແລະ ໂຄງການບູລິມະສິດລະດັບຊາດຂອງລັດຖະບານ; ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016-2020) ຂອງລັດຖະບານມາເປັນອັນສະເພາະຂອງຕົນ, ໃນນັ້ນ ໄດ້ກຳນົດວິໄສທັດໃນການພັດທະນາ ຮອດປີ 2030 ຄື: ຫັນວຽກງານໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານໃຫ້ກາຍເປັນອຸດສາຫະກຳ ແລະ ທັນສະໄໝ, ເປັນເຄື່ອງມືທີ່ສຳຄັນໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ໃຫ້ເຂັ້ມແຂງຍືນຍົງ, ເປັນຈຸດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະຊາຊົນມີສ່ວນຮ່ວມຢ່າງກວ້າງຂວາງ ແລະ ຜັນຂະຫຍາຍມາເປັນແຜນການ 5 ປີ ຄັ້ງທີ II (2016-2020) ດ້ວຍຈຸດໝາຍລວມທີ່ວ່າ: ພັດທະນາຂະແໜງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໃຫ້ກາຍເປັນອຸດສາຫະກຳທັນສະໄໝ, ມີພື້ນຖານໂຄງລ່າງດ້ວຍລະບົບຄວາມໄວສູງ, ປອດໄພ, ທົ່ວເຖິງ ແລະ ເປັນຈຸດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ຢ່າງມີຄຸນນະພາບສູງ ຊ່ວຍຍູ້ແຮງການພັດທະນາເສດຖະກິດ-ສັງຄົມໃຫ້ມີການຂະຫຍາຍຕົວໄວຂຶ້ນ ແລະ ມີຄວາມຍືນຍົງ. ເພື່ອບັນລຸຈຸດໝາຍລວມດັ່ງກ່າວ, ຈຶ່ງໄດ້ກຳນົດອອກ 9 ວຽກຈຸດສຸມ, 70 ແຜນງານ ແລະ 75 ໂຄງການ ເຊື່ອມສານເຂົ້າກັບເປົ້າໝາຍການພັດທະນາແບບຍືນຍົງ.

ຈາກຜົນງານທີ່ກ່າວມາຂ້າງເທິງນັ້ນ ສາມາດສ້າງໄດ້ບຸກຄົນດີເດັ່ນ 1.376 ທ່ານ ແລະ ກົມກອງລວມໝູ່ດີເດັ່ນ 32 ກົມກອງ ລາຍລະອຽດຄື: ປະດັບຫຼຽນໄຊແຮງງານ ຊັ້ນ I ໃຫ້ບຸກຄົນ ຈຳນວນ 30 ທ່ານ ແລະ 5 ກົມກອງ, ປະດັບຫຼຽນໄຊແຮງງານ ຊັ້ນ II ໃຫ້ບຸກຄົນ ຈຳນວນ 47 ທ່ານ, ແລະ 7 ກົມກອງ, ປະດັບຫຼຽນໄຊແຮງງານ ຊັ້ນ III ໃຫ້ບຸກຄົນ, ຈຳນວນ 93 ທ່ານ ແລະ 19 ກົມກອງ, ປະດັບຫຼຽນກາແຮງງານ ໃຫ້ບຸກຄົນ, ຈຳນວນ 238 ທ່ານ ແລະ 1 ກົມກອງ, ແລະ ສະເໜີໃບຍ້ອງຍໍລັດຖະບານ ໃຫ້ບຸກຄົນ ຈຳນວນ 968 ທ່ານ.

ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍ້ອງຍໍຊົມເຊົຍຕໍ່ຜົນງານທີ່ກະຊວງ ຕສ ຍາດມາໄດ້ໃນໄລຍະທີ່ຜ່ານມາ ແລະ ໄດ້ ເນັ້ນ 5 ບັນຫາຄື: 1. ໃຫ້ຄະນະພັກ, ຄະນະນຳ ຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ ສືບຕໍ່ປຸກລະດົມສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ປະຊາຊົນລາວບັນດາເຜົ່າ, ຊັ້ນຄົນຕ່າງໆໃນທົ່ວປະເທດ ພ້ອມກັນຕັ້ງໜ້າເຂົ້າຮ່ວມໃນຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຕາມຄໍາຂວັນ, ຍົກສູງຄວາມຮັບຜິດຊອບ ຕໍ່ວຽກງານເຕັກໂນໂລຊີ ແລະ ການສື່ສານ ໃຫ້ກາຍເປັນກຳລັງແຮງຂັບເຄື່ອນໃນການຫັນເປັນດີຈີຕອນ ຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ຕາມເນື້ອໃນຂໍ້ແຂ່ງຂັນ ໃຫ້ໄດ້ຕາມຄາດໝາຍຄື: ໃຫ້ໄວ, ໃຫ້ດີ, ໃຫ້ຫຼາຍ ແລະ ໃຫ້ຖືກຕ້ອງຕາມກົດໝາຍ. 2. ຄະນະພັກ, ຄະນະນໍາແຕ່ລະຂັ້ນ ລວມເຖິງ ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ຕ້ອງສືບຕໍ່ປ່ຽນແປງຕົນເອງຢ່າງບໍ່ຢຸດຢັ້ງ ຕາມຈິດໃຈ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນການຍົກສູງຄວາມສາມາດ ແລະ ຄຸນະພາບ ໃນການນຳພາຂອງພັກ ໃນໄລຍະໃໝ່, 3. ສ້າງ ບຸກຄົນ ແລະ ກົມກອງລວມໝູ່ ຕົວແບບດີເດັ່ນ, ນຳໜ້າ ຈາກນ້ອຍຫາໃຫຍ່, ຈາກດ້ານດຽວກ້າວສູ່ຫຼາຍດ້ານ ແລະ ຂະຫຍາຍອອກໃຫ້ກວ້າງຂວາງ, ມີຄຸນນະພາບ, ຍືນຍົງ ແລະ ຂະຫຍາຍຕົວ ,ຕ້ອງຕັ້ງໜ້າເປັນເຈົ້າການ ແລະ ມີຄວາມຮັບຜິດຊອບສ້າງບັນດາຕົວແບບດີເດັ່ນດ້ານຕ່າງໆ ຢູ່ຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ ແຕ່ສູນກາງລົງຮອດທ້ອງຖິ່ນ-ຮາກຖານ, 4. ໃຫ້ຖືເອົາການຕິດຕາມ, ຊຸກຍູ້, ກວດກາ ແລະ ຕີລາຄາວຽກດີ, ຄົນເດັ່ນ ທັງຈັດຕັ້ງຍ້ອງຍໍ ໃຫ້ຖືກຄົນ, ຖືກວຽກ ແລະ ທັນການ ເປັນໜຶ່ງໃນບັນດາມາດຕະການກະຕຸ້ນ ເພື່ອສົ່ງເສີມຂະບວນການ ໃຫ້ຂະຫຍາຍຕົວ ນັບມື້ກວ້າງຂວາງ ແລະ ແຂງແຮງ ເຮັດໃຫ້ກາຍເປັນການປຸກລະດົມຄວາມຟົດຟື້ນ, ຫ້າວຫັນແທ້, ຜູ້ທີ່ມີຫົວຄິດປະດິດສ້າງຢ່າງແຂງແຮງ; 5. ບັນດາອົງການຈັດຕັ້ງ ທີ່ຂື້ນກັບ ຂະແໜງເຕັກໂນໂລຊີ ແລະ ການສື່ສານ ຕ້ອງໄດ້ສືບຕໍ່ເພີ່ມທະວີ ການນໍາພາຊີ້ນໍາ, ບັນຊາ ແລະ ຕິດຕາມ, ກວດກາ ການຜັນຂະຫຍາຍຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ເປັນທັງທິດທາງລວມ ແລະ ທັງເປັນເນື້ອໃນວຽກງານ ຂອງຂົງເຂດ ຫຼື ຂະແໜງການຕົນ ຢ່າງຈະແຈ້ງ, ຖືເປັນຫຼັກການ-ຄວາມຮັບຜິດຊອບຊີ້ນໍາ-ນຳພາ ໃນການເຄື່ອນໄຫວ ແລະ ປຸກລະດົມຂະບວນການ, ຖືເປັນຄວາມຮັບຜິດຊອບການເມືອງຂອງຕົນ.

(ຂ່າວ-ພາບ: ສຳນານ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version