Home ຂ່າວພາຍໃນ ຫ້ອງການສຳນັກງານນາຍົກ ດຳເນີນການທາບທາມແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ

ຫ້ອງການສຳນັກງານນາຍົກ ດຳເນີນການທາບທາມແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ

0

ໃນຕອນເຊົ້າ ວັນທີ 21 ທັນວາ 2022 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະ ຊຸມທາບທາມ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ ຂອງຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ ໂດຍການເປັນປະທານ ຂອງສະຫາຍ ອາລຸນໄຊ ສູນນະລາດ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະ ມົນຕີ ຫົວໜ້າ ຫສນຍ; ມີບັນດາສະຫາຍກຳມະການສູນກາງພັກ ທີ່ປະຈຳຢູ່ ສນຍ, ສະຫາຍ ທອງຈັນ ໂຂງພູມຄຳ, ຄະ ນະປະຈຳພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍບັນດາສະຫາຍຄະນະປະຈຳພັກ, ຄະນະພັກ ຫສນຍ ຕະຫຼອດຮອດເລຂາ-ຮອງເລຂາຄະນະພັກຮາກຖານ ແລະ ຄະນະໜ່ວຍພັກຮາກຖານ, ປະທານ-ຮອງປະທານ, ເລຂາ-ຮອງເລຂາ ອົງການຈັດຕັ້ງມະຫາຊົນ, ຫົວໜ້າກົມ-ຮອງຫົວໜ້າກົມ ພາຍໃນ ຫສນຍ ເຂົ້າຮ່ວມ.

ຈຸດປະສົງ ໃນການຈັດກອງປະຊຸມໃນມື້ນີ້ ກໍ່ເພື່ອທາບທາມແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ; ເພື່ອຄາດຄະເນເປົ້າໝາຍພະນັກງານ ທີ່ຈະຈັດວາງເຂົ້າໃນຕໍາແໜ່ງພະນັກງານນໍາພາ-ຄຸ້ມຄອງແຕ່ລະຂັ້ນ, ແຕ່ລະຂະແໜງການ, ແນໃສ່ຮັບປະກັນລັກສະນະສືບທອດປ່ຽນແທນຢ່າງຕໍ່ເນື່ອງ ໃນສະເພາະໜ້າ ແລະ ຍາວນານ, ທັງເປັນການກະກຽມບຸກຄະລາກອນ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ທາງດ້ານຈໍານວນ, ຄຸນນະພາບ, ສາມາດເລືອກໄດ້ບຸກຄົນ ທີ່ມີຄຸນທາດການເມືອງໜັກແໜ້ນ ໄດ້ຮັບຄວາມເຊື່ອໝັ້ນ ຈາກສະມາຊິກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ; ເລືອກໄດ້ບຸກຄົນ ທີ່ໄດ້ມາດຖານຄົບຖ້ວນ ແລະ ສາມາດແບກຫາບພາລະໜ້າທີ່ໃນຕໍ່ໜ້າ ເຊິ່ງພະນັກງານ ແມ່ນບຸກຄົນທີ່ສໍາຄັນ ແລະ ເປັນຜູ້ທີ່ຕັດສິນຜົນໄດ້-ຜົນເສຍຂອງການຈັດຕັ້ງ ແລະ ຂະບວນການພັດທະນາປະເທດ.

ໃນໂອກາດກ່າວເປີດກອງປະຊຸມ, ສະຫາຍປະທານກອງປະຊຸມ ໄດ້ມີຄຳເຫັນກ່າວບາງຕອນວ່າ: ຍ້ອນເຫັນໄດ້ຄວາມໝາຍສໍາຄັນຂອງວຽກງານພັກ-ພະນັກງານ ໂດຍຖືວ່າ ພະນັກງານຍາມໃດກໍ່ເປັນຜູ້ຕິດພັນ ກັບຂະບວນວຽກງານຕົວຈິງ. ສະນັ້ນ, ການທາບທາມສ້າງແຜນກໍານົດພະນັກງານ ແມ່ນການຊອກຫາເປົ້າໝາຍພະນັກງານ ທີ່ມີມາດຖານ, ມີເງື່ອນໄຂຄົບຖ້ວນກວ່າໝູ່ ຢູ່ໃນ ຫສນຍ ຂອງພວກເຮົາ, ຈະເປັນພື້ນຖານໃຫ້ແກ່ການບໍາລຸງສ້າງ ເພື່ອຈັດວາງເຂົ້າໃນຕໍາແໜ່ງນໍາພາ-ຄຸ້ມຄອງ ຂອງ ຫສນຍ ໃນຊຸມປີຕໍ່ໜ້າ. ສຳລັບເນື້ອໃນຂອງກອງປະຊຸມ ແມ່ນຈະໄດ້ຮັບຟັງການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານການສ້າງແຜນກຳນົດພະນັກງານນຳພາຄຸ້ມຄອງ ຂອງ ຫສນຍ ໄລຍະຜ່ານມາ, ພ້ອມນີ້ ຈະໄດ້ເຊື່ອມຊຶມ ກໍາແໜ້ນເນື້ອໃນຈິດໃຈທີ່ສໍາຄັນ ມະຕິຂອງກົມການເມືອງສູນກາງພັກ, ຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ແລະ ມາດຖານຂອງພະນັກງານນໍາພາ-ຄຸ້ມຄອງ, ຈາກນັ້ນ ກໍ່ໄດ້ນໍາພາໃຊ້ສິດ ເພື່ອລົງຄະແນນສຽງໃສ່ບັດທາບທາມຮອບ 1.

ໃນໂອກາດດຽວກັນ, ສະຫາຍປະທານກອງປະຊຸມ ໄດ້ຮຽກຮ້ອງມາຍັງບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບທາງການເມືອງ ເຂົ້າໃນການຄົ້ນຄວ້າ, ເລືອກເຟັ້ນ, ໄຕ່ຕອງຄວາມໝາຍສໍາຄັນ ແລະ ເນື້ອໃນມາດຖານພະນັກງານ ເພື່ອມາເຍືອງໃສ່ພະນັກງານ-ສະມາຊິກພັກຕົວຈິງ, ໃຫ້ສາມາດຊອກເຫັນໄດ້ຜູ້ທີ່ດີ, ມີຄວາມຮູ້ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ, ຮູ້ນໍາພາ ແລະ ຮູ້ຈັດຕັ້ງຜັນຂະຫຍາຍມະຕິຂອງຂັ້ນເທິງ ເພື່ອເປັນໃຈກາງເຕົ້າໂຮມຄວາມສາມັກຄີນໍາພາພາຍໃນ ໃຫ້ນັບມື້ນັບພັດທະນາ, ສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະ ຜົນງານທີ່ດີ ໃຫ້ຂະຫຍາຍຕົວກ້າວຂຶ້ນ ສູ່ຄຸນນະພາບອັນໃໝ່.

ກອງປະຊຸມຄັ້ງນີ້ ຈະດໍາເນີນເປັນເວລາ 3 ວັນ ເຊິ່ງເລີ່ມແຕ່ວັນທີ 21-23 ທັນວາ ຈຶ່ງຈະສຳເລັດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version