Home ຂ່າວໜ້າໜຶ່ງ ນະຄອນຫຼວງ ຄອງເຈົ້າຫຼຽນຄຳດອກປີກໄກ່ຊຽງຂວາງເກມ

ນະຄອນຫຼວງ ຄອງເຈົ້າຫຼຽນຄຳດອກປີກໄກ່ຊຽງຂວາງເກມ

0

ນະຄອນຫຼວງວຽງຈັນ ສາມາດຍາດໄດ້ 3 ຫຼຽນຄຳ, 3 ຫຼຽນເງິນ ແລະ 1 ຫຼຽນທອງ ເປັນອັນດັບ 1 ໃນການແຂ່ງຂັນກິລາດອກປີກໄກ່ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ.

ການແຂ່ງຂັນກິລາດອກປີກໄກ່ ງານກິລາ ຊຽງຂວາງ ເກມ ໄດ້ປິດສາກລົງໃນວັນທີ 21 ທັນວາ 2022 ທີ່ສະໂມສອນກິລາໃນຮົ່ມໄຊຊະນະ ເມືອງແປກ ແຂວງຊຽງຂວາງ, ໃຫ້ກຽດເຂົ້າຮ່ວມ ແລະ ມອບຫຼຽນລາງວັນໂດຍ ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ພ້ອມດ້ວຍບັນດາຄະນະນຳຂັ້ນແຂວງ, ບັນດາພາກສ່ວນ, ຄູຝຶກ ແລະ ນັກກິລາ ຕະຫຼອດຮອດກອງເຊຍ ແລະ ສື່ມວນຊົນເຂົ້າຮ່ວມ.

ການແຂ່ງຂັນກິລາດອກປີກໄກ່ ຊຽງຂວາງ ເກມ ປີນີ້ ແຂ່ງຂັນລະຫວ່າງວັນທີ 16-21 ທັນວາ 2022 ມີການຊີງໄຊທັງໝົດ 7 ຫຼຽນຄຳ, 7 ຫຼຽນເງິນ ແລະ 12 ຫຼຽນທອງ ມີນັກກິລາຈາກນະຄອນຫຼວງວຽງຈັນ, ແຂວງຄຳມ່ວນ, ແຂວງສະຫວັນນະເຂດ, ກະຊວງຊວງພະລັງງານ ແລະ ບໍ່ແຮ່, ແຂວງວຽງຈັນ, ແຂວງໄຊຍະບູລີ ແລະ ເຈົ້າພາບ ແຂວງຊຽງຂວາງ. ສຳລັບຜົນການແຂ່ງຂັນ ປະກົດວ່າ ນັກກິລາຈາກນະຄອນຫຼວງວຽງຈັນ ສາມາດຍາດມາໄດ້ 3 ຫຼຽນຄຳ, 3 ຫຼຽນເງິນ ແລະ 1 ຫຼຽນທອງ ຊຶ່ງຫຼຽນຄຳ ໄດ້ມາຈາກ ປະເພດຄູ່ຊາຍ ພັນທະລັງ ອຸໄທທານີ ແລະ ນາມບຸນ ຫຼວງອາມາດ, ປະເພດຄູ່ຍິງ ທິດາຈັນ ສີປະເສີດ ແລະ ພຸດສະຫວັນ ດາວປະສິດ ແລະ ປະເພດຄູ່ປະສົມ ທ້າວ ພັນທະລັງ ອຸໄທທານີ ແລະ ນາງ ທິດາຈັນ ສີປະເສີດ. ສ່ວນຫຼຽນເງິນ ໄດ້ມາຈາກຄູ່ປະສົມ, ທີມຊາຍ ແລະ ທີມຍິງ ແລະ ຫຼຽນທອງ ໄດ້ມາຈາກດ່ຽວຍິງ. ສະຫຼຸບການແຂ່ງຂັນ ນະຄອນຫຼວງວຽງຈັນ ເປັນອັນດັບ 1 ຂອງຕາຕະລາງແຂ່ງຂັນ, ອັນດັບ 2 ກະຊວງພະລັງງານ ແລະ ບໍ່ແຮ່ ຍາດໄດ້ 2 ຫຼຽນຄຳ, 2 ຫຼຽນເງິນ ແລະ 4 ຫຼຽນທອງ, ອັນດັບທີ 3 ແຂວງຄຳມ່ວນ ຍາດໄດ້ 2 ຫຼຽນຄຳ, 1 ຫຼຽນເງິນ ແລະ 2 ຫຼຽນທອງ, ອັນດັບທີ 4 ແຂວງສະຫວັນນະເຂດ ຍາດໄດ້ 1 ຫຼຽນເງິນ, ແຂວງວຽງຈັນ 3 ຫຼຽນທອງ, ອັນດັບທີ 5 ຮ່ວມ ແຂວງຊຽງຂວາງ ແລະ ແຂວງໄຊຍະບຸລີ ຍາດໄດ້ແຂວງລະ 1 ຫຼຽນທອງ.

ຂ່າວໂດຍ ສົງການ ພັນແພງດີ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version