Home ຂ່າວໜ້າໜຶ່ງ ຄູຝຶກທີມບານເຕະຊາຍ ແຂວງວຽງຈັນ ຫວັງຫລຽນຄໍາ ຊຽງຂວາງເກມ 2022

ຄູຝຶກທີມບານເຕະຊາຍ ແຂວງວຽງຈັນ ຫວັງຫລຽນຄໍາ ຊຽງຂວາງເກມ 2022

0

ພາຍຫລັງທີ່ທີມ ບານເຕະ ແຂວງ ວຽງຈັນ ໄດ້ຜ່ານ ເຂົ້າຮອບຊີງຊະນະເລີດ ບານເຕະຊາຍ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຫລື ຊຽງເກມ 2022 ແລ້ວ, ໃນວັນທີ 20 ທັນວາ 2022 ທ່ານ ເວີນສະຫວັນ ສີວິໄຊ, ຫົວໜ້າຄູຝຶກທີມບານເຕະ ແຂວງວຽງຈັນ ໃຫ້ສໍາພາດວ່າ: ຖືວ່າເປັນຄັ້ງທຳອິດທີ່ຕົນໄດ້ເປັນຄູຝຶກ ແຂວງ ວຽງຈັນ ແລະ ສາມາດນຳພາທີມເຂົ້າຮອບຊີງຊະນະເລີດໃນມື້ອື່ນນີ້ ທີ່ຈະແຂ່ງ ກັບ ທີມ ນະຄອນຫລວງວຽງຈັນ, ສໍາລັບນັດທີ່ ເອົາຊະນະ ທີມ ແຂວງ ເຊກອງ ນັ້ນ ໂດຍພື້ນຖານແລ້ວເຫັນວ່າບັນດານັກກິລາ ຫລິ້ນໄດ້ດີຕາມເກມທີ່ວາງໄວ້ ເຊິ່ງໃນເຄິ່ງເວລາທີໜຶ່ງ ແມ່ນຫລິ້ນໄດ້ດີ ເພາະມີໂອກາດຍິງປະຕູຫລາຍຄັ້ງ ແຕ່ກໍບໍ່ສາມາດຈົບສະກໍໄດ້ຈຶ່ງສະເໝີກັນ 0-0, ຈາກນັ້ນໃນເຄິ່ງເວລາທີສອງ ເກມເລີ່ມເຂັ້ມຂຸ້ນຂຶ້ນ ຈົນເຮັດໃຫ້ນັກກິລາຂອງພວກເຮົາໄດ້ບັດແດງ ເຫລືອນັກເຕະ 10 ຄົນ, ແຕ່ຂ້າພະເຈົ້າກໍໄດ້ກະຕຸ້ນໃຫ້ນັກເຕະທຸກຄົນ ສູ້ສຸດຄວາມສາມາດເພື່ອເຮັດແນວໃດບໍ່ໃຫ້ເສຍປະຕູ ຈົນຮອດ 120 ນາທີ ເພື່ອໄດ້ເຕະຈຸດໂທດ ແລະ ສຸດທ້າຍທີມນັກເຕະກໍເຮັດໄດ້ສຳເລັດ ຈົນສາມາດມາຕັດສິນໃນການເຕະຈຸດໂທດ. ພິເສດ ທ. ແສງພະຈັນ ຜູ້ຮັກສາປະຕູຂອງເຮົາ ກາຍເປັນຜູ້ໂດດເດັ່ນຂອງທີມ ເພາະເຊັບຈຸດໂທດໄດ້ 3 ລູກ ເຮັດໃຫ້ທີມ ແຂວງ ວຽງຈັນ ເປັນຝ່າຍມີໄຊຢ່າງງົດງາມ ເໜືອ ແຂວງ ເຊກອງ 3-2 ຜ່ານເຂົ້າຮອບຊີງຊະນະເລີດພົບກັບ ນະຄອນຫລວງວຽງຈັນ.

ທ່ານ ເວີນສະຫວັນ ໃຫ້ຮູ້ຕື່ມອີກວ່າ: ຜົນງານຂອງທີມພວກເຮົາຫລິ້ນຜ່ານມາແຕ່ຮອບທໍາອິດ, ຮອບ 8 ທີມຈົນມາຮອດຮອບ 4 ທີມສຸດທ້າຍ ຖືວ່າປະທັບໃຈ ຍ້ອນນັກກິລາທຸກໄດ້ເອົາໃຈໃສ່ໃນການຝືກແອບຢ່າງໜັກ, ໝູນໃຊ້ຍຸດທະວິທີໃນການຝຶກເຂົ້າມານໍາໃຊ້ໃນການແຂ່ງຂັນສາມາດຍາດໄດ້ໄຊຊະນະ, ສໍາລັບຈຸດແຂງຂອງທີມເຮົາ ແມ່ນເນັ້ນການຫລິ້ນເປັນທີມ ພ້ອມນີ້ ເພື່ອເປັນການກະຕຸ້ນນັກກິລາ ຂ້າພະເຈົ້າໄດ້ຕັ້ງຄໍາຂວັນຂອງທີມວ່າ: “ວິໄນເປັນເລີດ, ເຊີດຊູຄວາມສາມັກຄີ, ປີຊາສາມາດ, ທີມ ແຂວງວຽງຈັນ ຍາດເອົາຫລຽນຄໍາ”. ສະນັ້ນນັກກິລາທຸກຄົນທີ່ມາຝືກນໍາຂ້າພະເຈົ້າຕ້ອງມີວິໄນເປັນກົກ ແລະ ເນັ້ນຄວາມສາມັກຄີເປັນພິເສດ ອັນນີ້ແມ່ນສໍາຄັນທີ່ສຸດ. ການແຂ່ງຂັນນັດຕໍ່ໄປ ເຖິງວ່າຜ່ານມາທີມນະຄອນຫລວງວຽງຈັນ ເຄີຍເສຍໃຫ້ທີມພວກເຮົາກໍຕາມ, ແຕ່ເຮົາກໍປະໝາດບໍ່ໄດ້ ເພາະແຕ່ລະທີມ ແມ່ນເກັ່ງຄືກັນ, ແຕ່ສິ່ງສໍາຄັນແມ່ນການໃຫ້ກຽດເຊິ່ງກັນ ແລະ ກັນ, ສຳລັບການລົງແຂ່ງມື້ອື່ນຕ້ອງໄດ້ວາງເກມຢ່າງຮັດກຸມກວ່າເກົ່າ. ຄຽງຄູ່ນັ້ນນີ້ ທີມເຮົາກໍມີບັນຫາທີ່ຕ້ອງໄດ້ແກ້ໄຂ ເປັນຕົ້ນ ລູກທີມແຂ່ງຂັນນັດຜ່ານມາຮອດ 120 ນາທີ ເຊິ່ງຕາມຫລັກຂອງວິທະຍາສາດກິລາແລ້ວ ອາດເຮັດໃຫ້ການຟື້ນຕົວຂອງເຕະບໍ່ໄດ້ດີເທົ່າທີ່ຄວນ, ສ່ວນທີມນະຄອນຫລວງວຽງຈັນ ແຂ່ງຂັນພຽງ 90 ນາທີ, ນອກຈາກນີ້ ທີມເຮົາ ຍັງຂາດນັກເຕະຕົວຫລັກ 2 ຄົນ ເຊິ່ງຜູ້ໜຶ່ງໄດ້ຮັບບັດແດງ ແລະ ອີກຜູ້ໜຶ່ງແມ່ນໄດ້ 3 ບັດເຫລືອງ ຈຶ່ງບໍ່ສາມາດລົງແຂ່ງໄດ້ ເຖິງແມ່ນວ່າເຮົາມີນັກເຕະສຳຮອງທີ່ສາມາດຫລິ້ນໄດ້ແທນກັນກໍຕາມ ແຕ່ເຮົາຕ້ອງໄດ້ວາງລະບົບການຫລິ້ນໃຫ້ຮັດກຸມທີ່ສຸດ ເພື່ອໃຫ້ລູກທີມມີໄຊໃນນັດຊີງຊະນະເລີດ.

ຂ່າວ:ຄັດທະນາມ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version