Home ຂ່າວໜ້າໜຶ່ງ ໂຄງການຟາມ ວິນາມິວ ລາວ-ຈາໂກຣ ສ້າງວຽກເຮັດໃຫ້ຄົນລາວ ຮ້ອຍກວ່າຄົນ

ໂຄງການຟາມ ວິນາມິວ ລາວ-ຈາໂກຣ ສ້າງວຽກເຮັດໃຫ້ຄົນລາວ ຮ້ອຍກວ່າຄົນ

0

ບໍລິສັດ ພັດທະນາກະສິກໍາ ລາວ-ຍີ່ປຸ່ນ ຊຽງຂວາງ ຈຳກັດ (ລາວ-ຈາໂກຣ) ໄດ້ເລີ່ມດຳເນີນໂຄງການຟາມ ວິນາມິວ ລາວ-ຈາໂກຣ (Vinamilk Lao-Jagro) ໃນວັນທີ 24 ພຶດສະພາ 2019 ສາມາດສ້າງວຽກເຮັດງານທຳໃຫ້ຄົນລາວແລ້ວ 100 ກວ່າຄົນ ແລະ ຄາດວ່າເມື່ອເລີ່ມມີການຮີດນົມງົວເພື່ອສົ່ງອອກ ຈະຮັບແຮງງານເພີ່ມອີກ 500 ຄົນ, ຊຶ່ງໃນນີ້ແມ່ນເລັ່ງໃສ່ແຮງງານລາວ.

ທ່ານ ແສງປັນ ເພັດດາລາ ອຳນວຍການທີ່ດິນຂອງບໍລິສັດພັດທະນາກະສິກຳ ລາວ-ຍີ່ປຸ່ນ ຊຽງຂວາງ ຈໍາກັດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ບໍລິສັດເຮົາ ກໍເປັນພາກສ່ວນໜຶ່ງ ທີ່ໄດ້ໃຫ້ການສະໜັບສະໜູນງານກິລາ ຊຽງຂວາງເກມ ຈໍານວນ 50 ລ້ານກີບ. ບໍລິສັດເຮົາ ໄດ້ດໍາເນີນໂຄງການຟາມ ວິນາາມິວ ລາວ-ຈາໂກຣ ເປັນໂຄງການລ້ຽງງົວນົມ ເພື່ອຜະລິດນົມງົວສົດ ສົ່ງອອກໄປຫວຽດນາມ, ຊຶ່ງປັດຈຸບັນຍັງຢູ່ໃນຂັ້ນຕອນເລີ່ມຕົ້ນ. ເຖິງຢ່າງໃດກໍຕາມ, ໃນການດຳເນີນໂຄງການ ບໍລິສັດໄດ້ເລັ່ງໃສ່ການສ້າງວຽກເຮັດງານທໍາໃຫ້ແຮງງານລາວ ກໍຄືແຮງງານທີ່ຢູ່ອ້ອມຂ້າງພື້ນທີ່ຂອງໂຄງການ ຕາມທິດຊີ້ນໍາຂອງພັກ-ລັດຖະບານ ກໍຄືອໍານາດການປົກຄອງແຂວງຊຽງຂວາງ, ຊຶ່ງໂຄງການນີ້ ຈະເພີ່ມທະວີການພົວພັນຮ່ວມມືມິດຕະພາບ ແລະ ການພັດທະນາ ເສດຖະກິດ ຂອງ ລາວ-ຫວຽດນາມ ແລະ ຍີ່ປຸ່ນ.

ໂຄງການໄດ້ເລີ່ມລົງມື ໃນວັນທີ 24 ພຶດສະພາ 2019 ໂດຍໄດ້ກໍ່ສ້າງໂຄງລ່າງພື້ນຖານ ແລະ ນໍາເຂົ້າອຸປະກອນກົນຈັກຕ່າງໆ ປັດຈຸບັນໄດ້ມີການຈ້າງງານແລ້ວ 200 ກວ່າຄົນ. ໃນນີ້, ມີວິຊາການຫວຽດນາມ 26 ຄົນ, ເຫລືອນັ້ນແມ່ນແຮງງານຄົນລາວ) ຊຶ່ງກໍໝາຍຄວາມວ່າ ປັດຈຸບັນ ໂຄງການນີ້ ໄດ້ສ້າງວຽກເຮັດງານທໍາໃຫ້ຄົນລາວແລ້ວ 100 ກວ່າຄົນ. ການດໍາເນີນວຽກງານຂອງໂຄງການ, ປັດຈຸບັນໄດ້ດຳເນີນໃນເນື້ອທີ່ 1.000 ກວ່າເຮັກຕາ ແລະ ຈະບຸກເບີກເພີ່ມໃຫ້ໄດ້ 2.000 ຫາ 5.000 ເຮັກຕາຕາມແຜນການ ດ້ວຍການລົງທຶນເບື້ອງຕົ້ນແມ່ນ 120 ລ້ານໂດລາ ແລະ ຈະໄດ້ເພີ່ມຂຶ້ນເປັນ 150 ລ້ານໂດລາ, ຊຶ່ງສ່ວນຫລາຍບັນດາລາຍການຂອງໂຄງການໄດ້ສຳເລັດ 99-100%, ບາງລາຍການກຳລັງຢູ່ໃນຂັ້ນຕອນການຕິດຕັ້ງຂັ້ນສຸດທ້າຍ. ໃນເດືອນກໍລະກົດຜ່ານມາ ບໍລິສັດໄດ້ນໍາງົວນົມ (ສາວ) ມາແຕ່ສະຫະລັດອາເມລິກາ ຈຳນວນ 1.000 ໂຕທຳອິດ, ຄາດວ່າເດືອນ 3 ປີ 2023 ຈະເລີ່ມນໍາເຂົ້າມາເທື່ອລະນ້ອຍ ເພືີ່ອໃຫ້ໄດ້ 4.000 ໂຕ. ເມື່ອສໍາເລັດໂຄງລ່າງພື້ນຖານດ້ານການປູກພືດໃນການສະໜອງອາຫານໃຫ້ງົວ ແລະ ໂຮງງານຜະລິດອາຫານສັດສຳເລັດ ກໍຈະນໍາງົວເຂົ້າມາໃຫ້ເປັນ 8.000 ໂຕຕາມແຜນການ.

ທ່ານ ແສງປັນ ເພັດດາລາ ກ່າວຕື່ມວ່າ: ປັດຈຸບັນໄດ້ທຳການປະສົມພັນທຽມແລ້ວ, ງົວນົມ ໄດ້ມີການຖືພາ ແລະ ຄາດວ່າໃນເດືອນ 5 ປີ 2023 ກໍຈະໄດ້ເລີ່ມຮີດນົມງົວ ກໍຄືຜະລິດນົມງົວສົດຊຸດທຳອິດຂອງໂຄງການ, ເມື່ອເຖິງເວລານັ້ນ ກໍຈະມີການຈ້າງງານເພີ່ມຂຶ້ນ, ໂດຍເລັງໃສ່ແຮງງານຄົນລາວ ປະມານ 500 ຄົນ. ຕະຫລອດ 3 ປີ ແຫ່ງການດຳເນີນໂຄງການບໍລິສັດ ໄດ້ມອບພັນທະພາສີເຂົ້າງົບປະມານແຫ່ງລັດໂດຍທາງກົງ ແລະ ທາງອ້ອມ, ຊຶ່ງຍອດມູນຄ່າການຊື້ສິນຄ້າ, ບໍລິການຢູ່ທ້ອງຖິ່ນແມ່ນຫລາຍກວ່າ 13 ຕື້ກີບ. ຖ້າໂຄງການໄດ້ດໍາເນີນການຮອດເວລາທີ່ມີງົວໃນຈໍານວນ 8.000 ໂຕ ຕາມແຜນການ ກໍຈະສາມາດສ້າງວຽກເຮັດງານທຳໃຫ້ແກ່ແຮງງານລາວຫລາຍຮ້ອຍຄົນ ແລະ ມີວຽກເຮັດແບບທາງອ້ອມຫລາຍກວ່າພັນຄົນ ຜ່ານການຂະຫຍາຍການຜະລິດເພື່ອສະໜອງສະບຽງອາຫານ ກໍຄືການບໍລິການໃຫ້ແກ່ໂຄງ ການ ທັງເປັນການປະກອບລາຍຮັບອາກອນມູນຄ່າເພີ່ມ ແລະ ອາກອນລາຍຮັບຂອງບໍລິສັດເຂົ້າງົບປະມານຂອງລັດ ຕື່ມອີກ.

ຂ່າວ: ສຸກສະຫວັນ, ພາບ: ບຸນຕອມ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version