Home ຂ່າວໜ້າໜຶ່ງ ສສຊ ປະກອບຄຳເຫັນໃສ່ ຮ່າງກົດໝາຍວ່າດ້ວຍໜັງສືຜ່ານແດນ

ສສຊ ປະກອບຄຳເຫັນໃສ່ ຮ່າງກົດໝາຍວ່າດ້ວຍໜັງສືຜ່ານແດນ

0

ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໃນຖານະທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນບັນເຜົ່າ ໄດ້ຜັດປ່ຽນກັນສຸມໃສ່ ພິຈາລະນາປະກອບຄຳຄິດຄຳເຫັນ ໃສ່ຮ່າງກົດໝາຍວ່າດ້ວຍໜັງສືຜ່ານແດນ (ສ້າງໃໝ່) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 16 ທັນວາ 2022 ໂດຍການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ທັງນີ້, ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນ, ຈະແຈ້ງ, ຮັດກຸມ, ເລິກເຊິ່ງ, ຖືກຕ້ອງສອດຄ່ອງກັບສະພາບຕົວຈິງ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜົນລະເມືອງລາວ ແລະ ເພື່ອອຳນວຍຄວາມສະດວກໃຫ້ຜົນລະເມືອງລາວ ໃນການເດີນທາງເຂົ້າ-ອອກ ສປປ ລາວ ສາມາດເຊື່ອມໂຍງກັບສາກົນ ປະກອບສ່ວນເຂົ້າໃນການປົກປັກສາຮັກ ແລະ ພັດທະນາປະເທດຊາດ.

ທ່ານ ຄຳປະສິດ ເທບວົງສາ ສສຊ ເຂດເລືອກຕັ້ງ 16 ແຂວງເຊກອງ ໄດ້ປະກອບຄຳຄິດຄຳເຫັນໂດຍທ່ານໄດ້ສະເໝີໃຫ້ພາກສ່ວນທີ່ກ່ຽວຂ້ອງ ແກ້ໄຂກ່ຽວກັບ ກໍລະນີເຮັດໜັງສືຜ່ານແດນເສຍ ຫລື ໜັງສືຜ່ານແດນໝົດອາຍຸ ຕ້ອງຕໍ່ໃໝ່ ຈຳເປັນບໍ່ທີ່ຈະຕ້ອງດຳເນີນການເຮັດເອກະສານເລີ່ມຕົ້ນໃໝ່ໝົດ ເນື່ອງຈາກວ່າຖານຂໍ້ມູນຕ່າງໆ ມີໃນລະບົບໝົດແລ້ວ, ທັງນີ້ ກໍເພື່ອແນໃສ່ສ້າງຄວາມສະດວກສະບາຍ ໃຫ້ປະຊາຊົນ ໂດຍສະເພາະຢູ່ນະຄອນຫລວງວຽງຈັນ ເຫັນວ່າສະຖານທີ່ດັ່ງກ່າວ ມີຄວາມແອອັດຫລາຍ ສະເໝີໃຫ້ຂະຫຍາຍສະຖານທີ່ ເຮັດວຽກດັ່ງກ່າວ, ພາກສ່ວນກ່ຽວຂ້ອງຄວນພິຈາລະນາການອອກບັດ ໂດຍນຳໃຊ້ເຄື່ອງມືເອເລັກໂຕນິກເຂົ້າມາຊ່ວຍ ເພື່ອລັດຂັ້ນຕອນໃນການດຳເນີນການ ທັງບໍ່ໃຫ້ປະຊາຊົນມາຖ້າລຽນຄິວ, ສະເໝີໃຫ້ພາກສ່ວນທີ່ກ່ຽວຂ້ອງພິຈາລະນາຄືນ ເພື່ອເຮັດໃຫ້ວຽກງານດັ່ງ ກ່າວສະດວກ, ວ່ອງໄວ, ທັນສະໄໝ ແລະ ເປັນລະບົບຫລາຍຂຶ້ນ.

ນອກຈາກນີ້, ສສຊ ຫລາຍທ່ານ ກໍໄດ້ສະເໜີໃຫ້ ຕັດບາງເນື້ອໃນ, ເພີ່ມຄຳອະທິບາຍ ໃສ່ບາງໝວດ, ບາງພາກ ແລະ ບາງມາດຕາ; ສະເໝີໃຫ້ປ່ຽນຊື່ຂອງກົດໝາຍສະບັບນີ້ ເພື່ອບໍ່ໃຫ້ມີຄວາມສັບສົນ ລະຫວ່າງໜັງສືຜ່ານແດນ, ພາດສະປອດ, ບໍເດິພັດ; ສະເໜີປ່ຽນໃຫ້ເປັນກົດໝາຍ ວ່າດ້ວຍໜັງສືເດີນທາງ ຈະເໝາະສົມກວ່າ; ການເຮັດໜັງສືຜ່ານແດນຄວນໃຊ້ເວລາໃຫ້ສັ້ນລົງ ແລະ ຕ້ອງຫັນເປັນທັນສະໄໝ ແລະ ອື່ນໆ.

ຂ່າວ: ກິດຕາ

ພາບ: ເກດສະໜາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version