Home ຂ່າວໜ້າໜຶ່ງ ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນຂັ້ນສູງ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ

ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນຂັ້ນສູງ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ

0

ໃນຕອນບ່າຍວັນທີ 05 ທັນວາ 2022, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຟຣັງ ຟາໂຢ, ລັດຖະມົນຕີກະຊວງຮ່ວມມືເພື່ອການພັດທະນາ ແລະ ວຽກງານມະນຸດສະທໍາ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຄື່ອນໄຫວຢ້ຽມຢາມເຮັດວຽກ ຢູ່ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ພາຍໃຕ້ການນໍາພາຂອງ ສົມເດັດ ພຣະຣາຊາ ອັງຣີ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ.

ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ຟຣັງ ຟາໂຢ ພ້ອມດ້ວຍຄະນະ ຕໍ່ການເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ຂອງ ສົມເດັດ ພຣະຣາຊາ ອັງຣີ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ ໃນຄັ້ງນີ້, ເຊິ່ງມີຄວາມໝາຍສໍາຄັນຫຼາຍ ແລະ ມີຂຶ້ນໃນໂອກາດຄົບຮອບ 25 ປີ (25 ກັນຍາ 1997 – 25 ກັນຍາ 2022) ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສອງປະເທດ ລາວ ແລະ ລຸກຊໍາບວກ. ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອັນດີ ລະຫວ່າງ ລາວ ແລະ ລຸກຊໍາບວກ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງຕະຫຼອດມາ, ເຊິ່ງນັບຕັ້ງແຕ່ມີການສ້າງຕັ້ງສາຍພົວພັນການທູດນໍາກັນ, ລຸກຊໍາບວກ ໄດ້ກາຍເປັນຄູ່ຮ່ວມມືເພື່ອການພັດທະນາທີ່ສໍາຄັນຂອງ ສປປ ລາວ, ໂດຍໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ຢ່າງຕັ້ງໜ້າ ແລະ ກວມເອົາຫຼາຍຂະແໜງການ ເຊັ່ນ: ການພັດທະນາຊົນນະບົດ, ສາທາລະນະສຸກ, ການສຶກສາ, ການທ່ອງທ່ຽວ, ການເງິນ, ການພັດທະນາໂຄງລ່າງພື້ນຖານ ແລະ ອື່ນໆ ລວມມູນຄ່າ 197 ລ້ານເອີໂຣ, ພ້ອມທັງໄດ້ຕົກລົງສືບຕໍ່ໃຫ້ການຊ່ວຍເຫຼືອພາຍໃຕ້ແຜນການຮ່ວມມືໄລຍະຍາວ ລາວ-ລຸກຊໍາບວກ ຄັ້ງທີ V ສໍາລັບ ສົກປີ 2023-2027 ໃນມູນຄ່າ 95 ລ້ານເອີໂຣ, ໂດຍຈະສຸມໃສ່ ຂະແໜງສາທາລະນະສຸກ, ການສຶກສາ, ການສົ່ງເສີມການສ້າງລັດແຫ່ງກົດໝາຍ, ການຊ່ວຍເຫຼືອໃນການພັດທະນາທ້ອງຖິ່ນ, ການບໍລິການດ້ານການທ່ອງທ່ຽວ ແລະ ອື່ນໆ.

ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ຕາງໜ້າໃຫ້ລັດຖະບານ ກໍຄື ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ມາຍັງລັດຖະບານ ແລະ ປະຊາຊົນ ລຸກຊໍາບວກ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າຕະຫຼອດໄລຍະຜ່ານມາ, ເຊິ່ງເປັນການປະກອບສ່ວນອັນສໍາຄັນ ໃຫ້ແກ່ການສ້າງສາ ແລະ ພັດທະນາປະເທດຊາດ ເພື່ອບັນລຸເປົ້າໝາຍລົບລ້າງຄວາມທຸກຍາກຕາມແຜນທີ່ກໍານົດໄວ້, ພ້ອມທັງຮັບປະກັນໃຫ້ແກ່ການພັດທະນາແບບຍືນຍົງ ແລະ ຍຸດທະສາດເຕີບໃຫຍ່ສີຂຽວ 2030 ຂອງລັດຖະບານ ສປປ ລາວ.

ໃນໂອກາດດຽວກັນ, ທ່ານ ລັດຖະມົນຕີກະຊວງຮ່ວມມືເພື່ອການພັດທະນາ ແລະ ວຽກງານມະນຸດສະທໍາ ແຫ່ງ ລຸກຊໍາບວກ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜູນ ລຸກຊໍາບວກ ໃນຂອບຫຼາຍຝ່າຍ ໃນໄລຍະຜ່ານມາ. ພ້ອມນັ້ນ, ທ່ານ ຟຣັງ ຟາໂຢ ກໍໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນຂະແຫນງການຕ່າງໆຕື່ມອີກໃນອະນາຄົດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version