Home ຂ່າວໜ້າໜຶ່ງ ລາວ-ລຸກຊໍາບວກ ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ

ລາວ-ລຸກຊໍາບວກ ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ

0

ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ແລະ ທັງເປັນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍທີ່ເປັນມູນເຊື້ອອັນດີງາມ ລະຫວ່າງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ແລະ ຣາຊະອານາຈັກ ລຸກຊຳບວກ, ສົມເດັດ ພຣະຣາຊາ ອັງຣີ ແຫ່ງ ຣາຊະອານາຈັກ ລຸກຊຳບວກພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນວັນທີ 5-9 ທັນວາ 2022.

ພິທີຕ້ອນຮັບ ສົມເດັດ ພຣະຣາຊາ ອັງຣີ ພ້ອມດ້ວຍຄະນະ ຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ ຕອນບ່າຍວັນທີ 5 ທັນວາ 2022, ທີ່ ທໍານຽບປະທານປະເທດ ໂດຍການຕ້ອນຮັບຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ພ້ອມດ້ວຍຄະນະ. ຫຼັງຈາກນັ້ນ, ໄດ້ມີການພົບປະສອງຝ່າຍ, ຊຶ່ງ ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ຂອງ ສົມເດັດ ພຣະຣາຊາ ອັງຣີ ພ້ອມດ້ວຍຄະນະໃນຄັ້ງນີ້, ຖືເປັນຄັ້ງປະຫວັດສາດທີ່ມີຄວາມໝາຍ, ຄວາມສຳຄັນ ແລະ ເປັນນິມິດໝາຍໃໝ່ປະກອບສ່ວນເຂົ້າໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດກໍຄື ການສືບຕໍ່ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດ ລາວ-ລຸກຊໍາບວກ ຢ່າງເປັນປົກກະຕິ.

ໃນໂອກາດດັ່ງກ່າວ, ສອງຝ່າຍ ໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມຢູ່ພາຍໃນປະເທດຂອງຕົນໃຫ້ກັນຊາບໂດຍຫຍໍ້, ຕີລາຄາສະພາບການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ແລະ ປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ. ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ລາວ ແລະ ລຸກຊໍາບວກ, ເຊິ່ງເຫັນວ່າ ເປັນແບບຢ່າງແຫ່ງການພົວພັນທີ່ດີ ໃນການພົວພັນລະຫວ່າງປະເທດນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 25 ກັນຍາ 1997 ເປັນຕົ້ນມາ, ພິເສດ ປີ 2022 ນີ້ ແມ່ນຄົບຮອບ 25 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ ແລະ ລຸກຊໍາບວກ, ເຊິ່ງເປັນຂີດໝາຍອັນສໍາຄັນທາງດ້ານປະຫວັດສາດແຫ່ງການພົວພັນຮ່ວມມື ລະຫວ່າງ ສອງປະເທດ. ພ້ອມກັນນັ້ນ, ສອງຝ່າຍ ໄດ້ເຫັນດີຈະສືບຕໍ່ໃຫ້ມີການແລກປ່ຽນການຢ້ຽມຢາມ ລະຫວ່າງ ການນໍາຂັ້ນສູງຂອງສອງປະເທດ ທັງທາງດ້ານການເມືອງ ແລະ ຂະແໜງການຕ່າງໆ ທີ່ມີການຮ່ວມມືກັນ ຢ່າງເປັນປົກກະຕິ, ພ້ອມທັງຈະສືບຕໍ່ສົ່ງເສີມການຮ່ວມມືໃນຂະແໜງການອື່ນໆ ເຊັ່ນ: ຂະແໜງສາທາລະນະສຸກ, ການພັດທະນາຊົນນະບົດ, ການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ, ການບໍລິການດ້ານການທ່ອງທ່ຽວ ແລະ ການໂຮງແຮມ, ດ້ານການເງິນ-ທະນາຄານ, ການພັດທະນາພື້ນຖານໂຄງລ່າງຂອງພາກລັດ,ວຽກງານສະຖິຕິ, ການສົ່ງເສີມບົດບາດ ຍິງ-ຊາຍ ແລະ ອື່ນໆ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ທີ່ທັງສອງຝ່າຍມີຄວາມສົນໃຈຮ່ວມກັນ.

ໃນໂອກາດນີ້, ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ ມາຍັງລັດຖະບານ ແລະ ປະຊາຊົນ ລຸກຊໍາບວກ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າແກ່ ສປປ ລາວ, ເຊິ່ງການຊ່ວຍເຫຼືອດັ່ງກ່າວ ແມ່ນມີປະສິດທິພາບ ແລະ ປະສິດທິຜົນສູງ ແລະ ປະກອບສ່ວນອັນສໍາຄັນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 (2021-2025) ກໍຄືການພັດທະນາຊົນນະບົດ ແລະ ການຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ ແນໃສ່ເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ໃນຊຸມປີຕໍ່ໜ້າ ແລະ ຊ່ວຍໃຫ້ ສປປ ລາວສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງ ຂອງ ອົງການ ສະຫະປະຊາຊາດ (ສປຊ) ໃນປີ 2030. ລຸກຊຳບວກຖືວ່າເປັນຄູ່ຮ່ວມມືເພື່ອການພັດທະນາທີ່ສໍາຄັນ ຂອງ ລາວ. ການຮ່ວມມື ລະຫວ່າງ ລາວ ແລະ ລຸກຊຳບວກມີບາດກ້າວດີ, ມີຄວາມຄືບໜ້າ ແລະ ໜັກແໜ້ນ. ການຊ່ວຍເຫຼືອ ຂອງ ລັດຖະບານ ລຸກຊຳບວກ ໃຫ້ແກ່ການພັດທະນາໃນ ສປປ ລາວ ແມ່ນໄດ້ເພີ່ມຂຶ້ນເກືອບເທົ່າຕົວ, ເຊິ່ງນັບແຕ່ມີການກໍານົດແຜນງານຍຸດທະສາດການຮ່ວມມືສອງຝ່າຍນັບແຕ່ປີ 2003 ເປັນຕົ້ນມາ, ມູນຄ່າການຊ່ວຍເຫຼືອທັງໝົດມີປະມານ 197 ລ້ານເອີໂຣ, ສະເພາະແຜນຍຸດທະສາດການຮ່ວມມື V (the 5th Indicative Cooperation Programme)ຫຼື ICP V (2023-2027) ແມ່ນມີມູນຄ່າເພີ່ມຂຶ້ນເຖິງ 95 ລ້ານເອີໂຣ (ລວມມູນຄ່າການຊ່ວຍເຫຼືອທັງໝົດ ນັບແຕ່ ICP I-V ມີປະມານ 292 ລ້ານເອີໂຣ), ໂດຍສຸມໃສ່ຂະແໜງສາທາລະນະສຸກ, ການສຶກສາ, ການສົ່ງເສີມການສ້າງລັດແຫ່ງກົດໝາຍ, ການຊ່ວຍເຫຼືອໃນການພັດທະນາທ້ອງຖິ່ນ, ການບໍລິການດ້ານການທ່ອງທ່ຽວແລະອື່ນໆ. ນອກຈາກນີ້, ທ່ານ ປະທານປະເທດ ຍັງໄດ້ສະແດງຄວາມຂອບໃຈເປັນຢ່າງສູງມາຍັງ ລັດຖະບານ ລຸກຊໍາບວກ ທີ່ໄດ້ໃຫ້ການຊ່ວຍເຫຼືອ ໃນການສ້າງໂຮງຮຽນ ຊ່ວຍເຫຼືອເດັກກຳພ້າ ທີ່ແຂວງສະຫວັນນະເຂດ ຊຶ່ງໂຄງການດັ່ງກ່າວ ໄດ້ປະກອບສ່ວນອັນສຳຄັນ ແລະ ເປັນປະໂຫຍດອັນໃຫຍ່ຫຼວງແກ່ປະຊາຊົນໃນເຂດດັ່ງກ່າວ.

ໃນຂະນະດຽວກັນ, ສົມເດັດ ພຣະຣາຊາ ອັງຣີ ກໍໄດ້ສະແດງຄວາມຂອບໃຈຢ່າງສູງ ຕໍ່ການຕ້ອນຮັບອັນອົບອຸ່ນແລະ ສົມກຽດ ໃນຄັ້ງນີ້, ພ້ອມທັງສະແດງຄວາມຂອບໃຈຕໍ່ລັດຖະບານ ແຫ່ງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ທີ່ໄດ້ໃຫ້ການສະໜັບສະໜູນ ລຸກຊໍາບວກ ໃນຂອບຫຼາຍຝ່າຍ ໃນໄລຍະຜ່ານມາ ແລະ ໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ໃຫ້ການຊ່ວຍເຫຼືອແກ່ລາວ ໃນຂະແໜງການຕ່າງໆ ເພື່ອການພັດທະນາປະເທດ ແລະ ພັດທະນາຊັບພະຍາກອນມະນຸດ ຢູ່ສາທາລະນະລັດປະຊາທິປະໄຕປະຊາຊົນລາວ . ພ້ອມກັນນັ້ນ, ທ່ານ ປະທານປະເທດ ແຫ່ງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ກໍໄດ້ຢືນຢັນຢ່າງໜັກແໜ້ນຕື່ມວ່າ ຈະສືບຕໍ່ໃຫ້ການສະໜັບສະໜູນແກ່ລຸກຊໍາບວກໃນເວທີສາກົນ.

ການພົບປະສອງຝ່າຍໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດອັນສະໜິດສະໜົມ, ອົບອຸ່ນ, ມີຄວາມໝາຍຄວາມສຳຄັນ ແລະ ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

ພາຍຫຼັງສໍາເລັດການພົບປະສອງຝ່າຍ, ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ແລະ ສົມເດັດ ພຣະຣາຊາ ອັງຣີ ກໍໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງນາມສັນຍາຮ່ວມກັນ 4 ສະບັບ ຄື: 1) ສັນຍາຮ່ວມມື ພາຍໃຕ້ໂຄງການສະໜັບສະໜູນຂະແໜງສາທາລະນະສຸກ ລາວ/035, 2) ສັນຍາການປົກຄອງ ແລະ ລະບຽບກົດໝາຍ ພາຍໃຕ້ໂຄງການສະໜັບສະໜູນວຽກງານກົດໝາຍ ແລະ ນິຕິກໍາ ລາວ/037, 3) ສັນຍາການຮ່ວມມືເພື່ອການພັດທະນາສີມືແຮງງານ ແລະ ການຈັດຫາງານ ພາຍໃຕ້ແຜນງານທັກສະສໍາລັບວຽກງານການທ່ອງທ່ຽວ ລາວ/336, ແລະ 4) ສັນຍາການຮ່ວມມືເພື່ອການພັດທະນາທ້ອງຖິ່ນ ພາຍໃຕ້ແຜນງານພັດທະນາທ້ອງຖິ່ນໃນແຂວງເປົ້າໝາຍ ລາວ/338.

ໃນຕອນຄໍ່າຂອງວັນດຽວກັນ,ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ໄດ້ຈັດງານລ້ຽງຕ້ອນຮັບ ເພື່ອເປັນກຽດໃຫ້ແກ່ ສົມເດັດ ພຣະຣາຊາ ອັງຣີ ແຫ່ງ ຣາຊະອານາຈັກ ລຸກຊຳບວກ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກ ຢູ່ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ໃນຄັ້ງນີ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version