Home ຂ່າວໜ້າໜຶ່ງ ການຊ້ອມຮົບຮ່ວມລາວ-ຣັດເຊຍ “ລາໂຣສ໌ 2022” ສຳເລັດລົງດ້ວຍໝາກຜົນຢ່າງຈົບງາມ

ການຊ້ອມຮົບຮ່ວມລາວ-ຣັດເຊຍ “ລາໂຣສ໌ 2022” ສຳເລັດລົງດ້ວຍໝາກຜົນຢ່າງຈົບງາມ

0

ການຊ້ອມຮົບຮ່ວມລາວ-ຣັດເຊຍ “ລາໂຣສ໌ 2022” ພາຍໃຕ້ຄໍາຂັວນ “ຄຽງບ່າ, ຄຽງໄຫຼ່ກັນຕໍ່ສູ້ເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ”,ທີ່ດໍາເນີນມາແຕ່ວັນທີ 25 ພະຈິກ ເປັນຕົ້ນມາ, ຮອດຕອນແລງວັນທີ 4 ທັນວາ 2022 ນີ້ ໄດ້ຈັດພິທີປິດຢ່າງເປັນທາງການ. ໂດຍເປັນກຽດເຂົ້າຮ່ວມໃນພິທີປິດການຊ້ອມຮົບຮ່ວມຄັ້ງນີ້ ມີ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງສປປ ລາວ, ມີສະຫາຍ ວະລາດີເມຍ ກາລີນິນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສະຫະພັນຣັດເຊຍ ປະຈຳລາວ, ມີສະຫາຍ ພົນຈັດຕະວາ ວາລາດີເມຍ ກູລີກົບ ຮອງຜູ້ບັນຊາການແມ່ທັບ 11 ທະຫານເຂດ-ຕາເວັນອອກກອງທັບສະຫະພັນຣັດເຊຍ, ມີຫົວໜ້າ ຄະນະຊີ້ນໍາຊ້ອມຮົບ, ມີຄະນະຮັບ ຜິດຊອບຊີ້ນຳຝ່າຍລາວ-ຣັດເຊຍ, ພ້ອມດ້ວຍນາຍ ແລະ ພົນທະຫານກອງທັບປະຊາຊົນລາວ ແລະ ກອງທັບ ສ.ລັດເຊຍເຂົ້າຮ່ວມ.

ໃນໂອກາດນີ້ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ຫົວໜ້າຄະນະຊີ້ນຳການຊ້ອມຮົບຮ່ວມ ລາວ-ລັດເຊຍ “ລາໂຣສ໌ 2022” ໄດ້ກ່າວວ່າ: ການເຄື່ອນ ໄຫວຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ໌ 2022” ທີ່ສອງກອງທັບລາວ-ຣັດ ເຊຍ ໄດ້ພ້ອມກັນປະຕິບັດມານີ້, ເປັນບັ້ນຖອດຖອນບົດຮຽນອັນໜຶ່ງ ສ້າງປະສົບ ການໃນການສູ້ຮົບໃຫ້ແກ່ນາຍແລະພົນທະຫານກອງທັບປະຊາຊົນລາວໃຫ້ສູງຂຶ້ນ, ເປັນຕົ້ນ ແມ່ນບົດຮຽນທາງດ້ານເຕັກນິກ, ວິຊາການຄວາມຮູ້ດ້ານສິນລະປະຍຸດ-ຍຸດທະວິທີການສູ້ຮົບແບບໃຫມ່ ທີ່ມີການປັບປຸງຮູບແບບທີ່ປະສົມປະ ສານ, ເຫມາະສົມກັບລັກສະນະຈຸດພິເສດພື້ນທີ່ພູມີປະເທດຕົວຈິງຂອງ ສປປ ລາວ, ນັບທັງລະບຽບ ຫຼັກການເຮັດວຽກຂອງຜູ້ບັນຊາໃນການຈັດຕັ້ງປະຕິບັດໃນການບັນຊາສູ້ຮົບ, ວຽກງານກະກຽມກໍາລັງ ແລະ ການນໍາໃຊ້ກໍາລັງສູ້ຮົບ ຂອງເຫຼົ່າຮົບລົດຕັງ-ຍານເກາະ ເຂົ້າໃນການເຄື່ອນໄຫວ ປະຕິບັດຫນ້າທີ່ຢູ່ເທິງພູມີປະເທດຕົວຈິງ ດ້ວຍຫຼາຍຂະຫນາດ, ຫຼາຍລະດັບທີ່ແຕກຕ່າງກັນ ແລະ ທັງເປັນການອົບຮົມ-ຫັດແອບໃຫ້ນາຍ ແລະ ພົນທະຫານກອງທັບປະຊາຊົນລາວຮຽນຮູ້ການນໍາໃຊ້ພາຫະນະອາວຸດ ຍຸດໂທ ປະກອນທີ່ທັນສະໄໝ ເຂົ້າໃນການສູ້ຮົບຢ່າງຄ່ອງແຄ້ວຊໍານິຊໍານານ.

ກຽມພ້ອມເຮັດສໍາເລັດຫນ້າທີ່ໃນການປົກປັກຮັກສາປະເທດຊາດ, ເປັນການຍົກສູງຖານະບົດບາດ ແລະ ຄວາມເຂັ້ມແຂງ ໃຫ້ແກ່ກອງທັບປະຊາຊົນລາວ ສາມາດປົກປັກຮັກສາເອກະລາດ ອໍານາດອະທິປະໄຕແລະຜືນແຜ່ນດີນອັນຄົບຖ້ວນຂອງຊາດລາວໄວ້ໃຫ້ຫມັ້ນຄົງ. ນອກຈາກນັ້ນ, ຜົນສໍາເລັດ “ລາໂຣສ໌ 2022” ໄດ້ເສີມສ້າງມູນເຊື້ອຄວາມສໍາພັນໄມຕີຈິດ ມິດຕະພາບລະຫວ່າງ ລາວ-ຣັດເຊຍທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ຈະເລີນງອກງາມຢູ່ເລື້ອຍໆ.ສ້າງມິດໄມຕີແຫ່ງຄວາມຜູກພັນທີ່ສະໜິດແໜ້ນ ລະຫວ່າງ ນາຍ ແລະ ພົນທະຫານ ຂອງສອງກອງທັບລາວ- ລັດເຊຍ ໃຫ້ແໜ້ນແຟ້ນສວຍສົດງົດງາມງົດງາມ ບໍ່ອາດຈະຫຼົງລືມໄດ້ແລະຍືນຍົງຢູ່ຄູ່ສາຍໃຈຂອງປະຊາຊົນສອງຊາດລາວ- ລັດເຊຍ ຕະລອດໄປ.

ສະຫາຍ ພົນຈັດຕະວາ ວາລາດີເມຍ ກູລີກົບ ໄດ້ຕາໜ້າໃຫ້ນາຍແລະພົນທະຫານສະຫະພັນຣັດເຊຍທີ່ມາຮ່ວມການຊ້ອມຮົບຄັງນີ້ ກໍ່ໄດ້ກ່າວຕື່ມວ່າ: ການຊ້ອມຮົບຮ່ວມ ຣັດເຊຍ-ລາວ “ລາໂຣສ໌ 2022” ຄັ້ງນີ້ ສອງກອງທັບໄດ້ພ້ອມກັນຄົ້ນຄວ້າ ແລະ ສ້າງຄວາມຕັດສິນໃຈຮ່ວມກັນ ເຊິ່ງສາມາດຮັບປະກັນ ໃນການບັນລຸເປົ້າ ໝາຍຂອງການຊ້ອມຮົບຢ່າງມີຜົນສຳເລັດ ແລະ ຍັງໄດ້ຮ່ວມກັນຖອດຖອນບົດຮຽນໃນການນຳໃຊ້ພາຫະນະເຕັກນິກທີ່ທັນ ສະໄໝ, ການສູ້ຮົບຂັ້ນຍຸດທະວິທີ, ເຊິ່ງຜົນສໍາເລັດຄັ້ງນີ້ ເປັນການຢັ້ງຢືນໃຫ້ເຫັນເຖິງຄວາມກ້າວໜ້າຂອງການພົວພັນຮ່ວມມືລະຫວ່າງສອງກອງທັບຣັດ ເຊຍ-ລາວໃນຂົງເຂດວຽກງານປ້ອງກັນຊາດ ແລະ ຄວາມໝັ້ນຄົງ ໃຫ້ນັບມື້ນັບເພີ່ມທະວີຄວາມສຳພັນກັນຢ່າງໜັກແໜ້ນ ແລະ ກ້າວຂື້ນຢ່າງບໍ່ຢຸດຢັ້ງ. ຈາກຜົນສໍາເລັດໃນການຊ້ອມຮົບຮ່ວມລາວ-ຣັດເຊຍໃນຄັ້ງນີ້ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວຈິ່ງໄດ້ປະດັບຫຼຽນກາມິດຕະພາບກອງທັບປະຊາຊົນລາວ ໃຫ້ຄະນະຊ່ຽວຊານຣັດເຊຍ ຈຳນວນ 194 ສະຫາຍ ເຊິ່ງໃຫ້ກຽດປະດັບໂດຍ ພົນໂທ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ທັງເປັນຫົວໜ້າຄະນະຊີ້ນຳການຊ້ອມຮົບຮ່ວມ ລາວ-ລັດເຊຍ “ລາໂຣສ໌ 2022”.ຢ່າງສົມກຽດ.

ສ່ວນຝ່າຍຣັດເຊຍ ກໍ່ໄດ້ປະດັບຫຼຽນກາມິດຕະພາບການທະຫານຂອງກະຊວງປ້ອງກັນປະເທດ ແຫ່ງ ສ.ຣັດ ເຊຍ ໃຫ້ແກ່ນາຍ ແລະ ພົນທະຫານກອງທັບປະຊາຊົນລາວ ຈຳນວນ 21 ສະຫາຍ, ໂດຍການປະດັບຂອງສະຫາຍ ພົນຈັດຕະວາ ວາລາດີເມຍ ກູລີກົບ ຮອງຜູ້ບັນຊາການແມ່ທັບ 11 ທະຫານເຂດ-ຕາເວັນອອກ ກອງທັບສະຫະພັນຣັດເຊຍ, ຫົວໜ້າຄະນະຊີ້ນໍາຊ້ອມຮົບຝ່າຍຣັດເຊຍ ຢ່າງສົມກຽດ ເຊັ່ນດຽວກັນ.

ໂດຍ: ຮອ. ອາຫວຸ້ນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version