Home ຂ່າວພາຍໃນ ພູມໃຈໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ພູມໃຈໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

0

ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ, ສະຫາຍ ນາງ ແພງພອນ ຂັນທະຍົງທອງ ວິລະຊົນແຫ່ງຊາດໄດ້ໃຫ້ສໍາພາດຜ່ານສື່ມວນຊົນໃນວັນທີ 6 ມັງກອນນີ້ວ່າ: ຕົນເອງຮູ້ສຶກດີໃຈ ແລະ ພາກພູມໃຈທີ່ໄດ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ຊຶ່ງເປັນ ກອງປະຊຸມສຸດທີ່ມີຄວາມໝາຍ-ຄວາມສໍາຄັນຂອງພັກ-ຂອງຊາດເຮົາ.

ສະຫາຍ ນາງ ແພງພອນ ຂັນທະຍົງທອງ ໄດ້ຮຽກຮ້ອງເຖິງປະຊາຊົນລາວທົ່ວປະເທດ ແລະ ຕ່າງປະເທດ ຈົ່ງມີຈິດໃຈຫ້າວຫັນມ່ວນຊື່ນເບີກບານຂໍ່ານັບຮັບຕ້ອນ, ຊົມເຊີຍກອງປະຊຸມໃນຄັ້ງນີ້ ແລະ ຮຽກຮ້ອງເຖິງຊາວໜຸ່ມ-ໄວໜຸ່ມລາວ ບໍ່ວ່າຈະເປັນເພດຍິງ, ເພດຊາຍ, ພະນັກງານສືບທອດປະເທດຊາດ ຂໍໃຫ້ມີຈິດສໍານຶກຮັກແພງປະເທດຊາດບ້ານເມືອງ ແລະ ເປັນພົນລະເມືອງລາວທີ່ດີຂອງຊາດ.

ສະຫາຍ ນາງ ແພງພອນ ຂັນທະຍົງທອງ ວິລະຊົນແຫ່ງຊາດຍັງໄດ້ອວຍພອນໄຊອັນປະເສີດໃຫ້ການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃນຄັ້ງນີ້ປະສົບຜົນສໍາເລັດ ແລະ ບັນລຸຕາມຈຸດປະສົງເປົ້າໝາຍທີ່ວາງໄວ້ທຸກປະການ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version