ວິທະຍຸ-ໂທລະພາບສູນກາງຈີນ ຫລື CMG, ທ່ານ ກົ່ວເຈ່ຍຄຸ່ນ ໂຄສົກກະຊວງ ການຕ່າງປະເທດຈີນ ຈັດກອງປະຊຸມຖະແຫລງຂ່າວ. ສປ ຈີນ ເລີ່ມອອກໃບອະນຸຍາດການສົ່ງອອກແຮ່ຫາຍາກ ສະບັບໃໝ່. ທ່ານ ກົ່ວເຈ່ຍຄຸ່ນ ໄດ້ກ່າວນັ້ນໜັກວ່າ, ວັດຖຸສິ່ງຂອງຕ່າງໆ ຄື ແຮ່ຫາຍາກເປັນຕົ້ນມີລັກສະນະໃຊ້ໄດ້ທັງທາງການທະຫານ ແລະ ທາງພົນລະເມືອງ, ການຄວບຄຸມການສົ່ງອອກເປັນວິທີທີ່ປະຕິບັດໂດຍທົ່ວ ໄປໃນສາກົນ, ເຊິ່ງສ່ອງແສງໃຫ້ເຫັນເຖິງຫລັກໝັ້ນຕະຫລອດມາຂອງ ສປ ຈີນ ໃນການປົກປັກຮັກສາສັນຕິພາບຂອງໂລກ ແລະ ສະຖຽນລະພາບຂອງພາກພື້ນຢ່າງເດັດດ່ຽວ, ເຂົ້າຮ່ວມຄວາມພະຍາຍາມສາກົນ ເພື່ອປ້ອງກັນການແຜ່ຜາຍອາວຸດແສນຍານຸພາບລ້າງຜານສູງຢ່າງຕັ້ງໜ້າ. ສປ ຈີນ ດຳເນີນວຽກງານຄວບຄຸມການສົ່ງອອກວັດຖຸສິ່ງຂອງທີ່ກ່ຽວຂ້ອງກັບແຮ່ຫາຍາກຕາມລະບຽບກົດໝາຍນັ້ນ, ບໍ່ແນໃສ່ປະເທດໃດເປັນການສະເພາະ. ຂໍພຽງແຕ່ແມ່ນການຮ້ອງຂໍການສົ່ງອອກທີ່ໃຊ້ເຂົ້າໃນທາງພົນລະເມືອງ ທີ່ຖືກຕ້ອງຕາມລະບຽບກົດໝາຍ, ລັດຖະບານຈີນ ກໍຈະອະນຸມັດຢ່າງທັນເວລາ. ສປ ຈີນ ຍິນດີຮ່ວມກັບປະເທດ ແລະ ເຂດແຄວ້ນທີ່ກ່ຽວຂ້ອງເພີ່ມທະວີການສົນທະນາ ແລະ ການຮ່ວມມື, ພ້ອມກັນປົກປັກຮັກສາຄວາມໝັ້ນຄົງຂອງລະບົບຕ່ອງໂສ້ການຜະລິດ ແລະ ການສະໜອງທົ່ວໂລກ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
