ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ໃນວັນທີ 18 ທັນວາ 2025 ພາຍໃຕ້ການເປັນປະທານຂອງທ່ານ ອານຸພາບ ຕານາລົມ ປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ (ນວ), ບັນດາສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 1 ນວ ແລະ ສະມາຊິກສະພາປະຊາຊົນ ນວ ເຫັນດີເປັນເອກະພາບຮັບຮອງ ເອົາບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປີ 2025 ຂອງສະພາປະຊາຊົນ ນວ ຊຸດທີ IV ແລະ ແຜນວຽກຈຸດສຸມຮອດກອງປະຊຸມຄັ້ງປະຖົມມະລືກ, ທິດທາງແຜນການ ປະຈຳປີ 2026 ຂອງສະພາປະຊາຊົນ ນວ ຊຸດທີ V ດ້ວຍຄະແນນສຽງເຫັນດີເປັນສ່ວນຫລາຍ.
ທ່ານ ບຸນທາມ ພຸດທະວົງສາ ຮອງປະທານສະພາປະຊາຊົນ ນວ ໄດ້ສະຫລຸບຕີລາຄາ ການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປີ 2025 ຂອງສະພາປະຊາຊົນ ນວ ໂດຍສະເພາະ ດ້ານການຕິດຕາມກວດກາ ເຫັນວ່າໄລຍະ 5 ປີ ຜ່ານມາ ໄດ້ລົງເຄື່ອນໄຫວວຽກງານຕິດຕາມກວດກາ ຢູ່ບັນດາພະແນກການອ້ອມຂ້າງ ນວ, ອົງການປົກຄອງເມືອງ ແລະ ຫົວໜ່ວຍທຸລະກິດ ທັງໝົດ 298 ຈຸດ ໃນນີ້, ຂົງເຂດເສດຖະກິດ 82 ຈຸດ, ຂົງເຂດວັດທະນະທຳສັງຄົມ ແລະ ບັນດາເຜົ່າ 171 ຈຸດ ແລະ ຂົງເຂດເຂດຍຸຕິທໍາ ແລະ ປກຊ-ປກສ 45 ຈຸດ, ຊຶ່ງຫົວຂໍ້ຕິດຕາມກວດກາ ແມ່ນຕິດພັນກັບການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ທີ່ກຳນົດໃນມະຕິກອງປະຊຸມສະໄໝສາມັນ ຂອງສະພາປະຊາຊົນ ນວ, ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ບັນດາຄາດໝາຍສູ້ຊົນ ຂອງວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢູ່ນະຄອນຫລວງ. ສຳລັບປີ 2025 ໄດ້ລົງຕິດຕາມກວດກາ 84 ຈຸດ ໃນນີ້, ຂົງເຂດເສດຖະກິດ 21 ຈຸດ, ຂົງເຂດວັດທະນະທໍາສັງຄົມ ແລະ ບັນດາເຜົ່າ 60 ຈຸດ ແລະ ຂົງເຂດເຂດຍຸຕິທຳ ແລະ ປກຊ-ປກສ 03 ຈຸດ. ພ້ອມນີ້, ໄດ້ຕິດຕາມກວດກາບັນດາໂຄງການລົງທຶນຂອງລັດ ແລະ ໂຄງການພັດທະນາຕ່າງໆ ທີ່ຈັດຕັ້ງປະຕິບັດຢູ່ໃນ ນວ ກ່ຽວກັບການຊົດເຊີຍຊັກຊ້າ, ບໍ່ເໝາະສົມ ແລະ ຜົນກະທົບອື່ນໆເຊັ່ນ: ໂຄງການກໍ່ສ້າງສາຍສົ່ງໄຟຟ້າ 230 ກິໂລໂວນ, ໂຄງການທາງດ່ວນວຽງຈັນ ໝາຍເລກ 1, ໂຄງການລົດໄຟລາວ-ຈີນ ໄລຍະທີ 2, ໂຄງການທ່າບົກ-ທ່ານາແລ້ງ ແລະ ໂລຈິສຕິກ, ໂຄງການປັບປຸງ ແລະ ສ້ອມແປງທາງຫລວງແຫ່ງຊາດ ເລກທີ 13 ເໜືອ, ໂຄງການກໍ່ສ້າງເສັ້ນທາງດອນນົກຂຸ້ມ ຫາ ທາງ 450 ປີ, ໂຄງການພັດທະນາບຶງສາລາຄຳ, ໂຄງການຂົນສົ່ງແບບຍືນຍົງລົດເມດ່ວນ BRT ແລະ ໂຄງການກໍ່ສ້າງເຂື່ອນໄຟຟ້າ ອະເນກປະສົງຂະໜາດນ້ອຍ 5 ເມກາວັດ, ການຂຸດຄົ້ນແຮ່ທາດ ໂດຍສະເພາະ ການຕິດຕາມກວດກາ ໂຄງການສຶກສາສຳຫລວດ ແລະ ຂຸດຄົ້ນແຮ່ເກືອໂປຕາສ (ເກືອກາລີ) ຢູ່ ນວ, ຊຶ່ງສະພາປະຊາຊົນ ນວ ສະເໜີຕໍ່ສະພາແຫ່ງຊາດ ໄດ້ຄົ້ນຄວ້າ, ພິຈາລະນາຢ່າງຮອບດ້ານ ຕໍ່ກັບຜົນການຕິດຕາມກວດກາ ຂອງສະພາປະຊາຊົນ ນວ ແລະ ການຕິດຕາມກວດກາ ຂອງກຳມາທິການກ່ຽວຂ້ອງ ຕໍ່ຜົນກະທົບດ້ານສິ່ງແວດລ້ອມທີ່ເກີດຂຶ້ນ ຄະນະປະຈຳສະພາແຫ່ງຊາດ ຈຶ່ງໄດ້ອອກມະຕິ ສະບັບເລກທີ 182/ຄປຈ, ລົງວັນທີ 01 ກໍລະກົດ 2025 ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ວຽກງານດັ່ງກ່າວໃນຕໍ່ໜ້າ. ນອກຈາກນີ້, ຍັງໄດ້ລົງຕິດຕາມກວດກາບັນຫາຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ຕິດພັນກັບຄຳຮ້ອງຄຳສະເໜີຂອງປະຊາຊົນ ເປັນຕົ້ນ ການສົ່ງກິ່ນເໝັນເນົ່າ ແລະ ການປ່ອຍນໍ້າເສຍຂອງໂຮງງານຂ້າສັດ, ຂໍ້ຂັດແຍ່ງທີ່ດິນ, ການລັກລອບຕັດໄມ້ເຂດສະຫງວນພູພະນັງ, ວຽກງານສາສະໜາ, ການປະລະການຮຽນ ແລະ ບັນຫາອື່ນໆ, ຊຶ່ງຄະນະປະຈຳສະພາປະຊາຊົນ ກໍໄດ້ກໍານົດເອົາບາງບັນຫາທີ່ພົ້ນເດັ່ນ ເພື່ອຕັ້ງເປັນຫົວຂໍ້ໃຫ້ອົງການປົກຄອງ ແລະ ພະແນກການກ່ຽວຂ້ອງ ຂຶ້ນລາຍງານຊີ້ແຈງຕໍ່ກອງປະຊຸມສະໄໝສາມັນ ຂອງສະພາປະຊາຊົນ ໃນແຕ່ລະຄັ້ງ.
